ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟ​ໄໝ້​ບ້ານ ໃກ້ເຂດ ​ທີ່ມີການໂຈມຕີ ຊາວມຸສລິມ ໃນ ມຽນມາ


ແຜນທີ່ ມຽນມາ
ແຜນທີ່ ມຽນມາ
ໄຟ​ໄໝ້​ຢູ່ໃນພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ​ອີກ​ຄັ້ງ​ນຶ່ງໄດ້ກໍ່ໃຫ້
ເກີດບັນຫາໂຕ້ແຍ້ງ ໃກ້ໆ​ກັບສະຖານ​ທີ່ ​ທີ່ມີການກ່າວຫາວ່າ
ມີການ​ໂຈມ​ຕີຕໍ່ຕ້ານ​ຊາວ​ມຸສລິ​ມເກີດຂຶ້ນ ໃນ​ເດືອນ​ນີ້​ນັ້ນ.

​ບັນດາເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ໄຟ​ໄດ້​ເກີດ​ຂຶ້ນ​ໃນ​ແລງ​ວັນ​ອັງ​ຄານ
ແລ້ວ​ນີ້ ທີ່​ບ້ານ Ducheertan ​ຕາ​ເວັນ​ຕົກ ຊຶ່ງ​ເປັນ​ສ່ວນນຶ່ງ
ຂອງເມືອງ Maungdaw.

ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ​ແລະ​ກໍຍັງບໍ່​ທັນມີ​ການຈັບ​ກຸມ
​ແຕ່​ຢ່າງ​ໃດ​ເທື່ອ, ​ແຕ່​ຜູ້ບັນຊາການຕໍາຫຼວດ​ຂອງເມືອງ
Maungdaw ທ່ານ Shwe Than ​ໄດ້​ບອກ​ກັບ VOA ວ່າ
ພວກ​ຊາວບ້ານ​ໃນບ້ານ​ດັ່ງກ່າວ ​ເປັນ​ຜູ້​ຮັບຜິດ​ຊອບໃນ​ເຫດໄຟໄໝ້​ຄັ້ງ​ນີ້ ຊຶ່ງທ່ານ​ກ່າວ​ວ່າ
“​ມີ​ເຮືອນ16 ຫຼັງ​ຖືກ​ໄຟ​ໄໝ້ 4 ຫຼັງ​ເປັນເຮືອນຂະໜາດໃຫຍ່ ​ແລະ12 ຫຼັງ​ເປັນ
ເຮືອນນ້ອຍ. ​ເຫດ​ໄຟ​ໄໝ້​ທີ່​ວ່າ​ນີ້ ​ແມ່ນ​ມີຄົນວາງເພີງ. ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ຮັບ
ຄຳສັ່ງຈາກ​ຂັ້ນ​ເທິງທີ່​ໃຫ້​ຈູດ​ໄຟ​ເຜົາ. ມີ​ແຕ່​ພວກແມ່ຍິງ​ແລະ​ເດັກນ້ອຍ​ທີ່​ອາ​ໄສ​ຢູ່​
ໃນ​ໝູ່​ບ້ານຄື​ປາກົດວ່າ ມີ​ບາງ​ຄົນ​ເປັນຜູ້ເລີ້ມຈູດໄຟ. ພວກ​ເຮົາ​ໄດ້​ເຫັນ​ວ່າ​ມີ​ວັດຖຸ
ສິ່ງ​ຂອງ​ທີ່​ໄວໄຟ ຢູ່​ເທິງຫຼັງຄາ​ຕູບ​ນ້ອຍຈຳນວນນຶ່ງ. ຊຶ່ງ​ມັນ​ໄດ້​ເລີ້ມລຸກ​ໄໝ້​ຂຶ້ນ.
ບໍ່ມີເຫດຜົນໃດໆທີ່ສະແດງໃຫ້ເຫັນວ່າ ມີຄົນຈາກ​ພາຍນອກ ເປັນຜູ້ວາງເພີງ
ໃນຄັ້ງນີ້.”


​ເຖິງ​ຢ່າງ​ໃດກໍຕາມ ຊາວ​ມຸສລິ​ມທີ່ຢູ່​ໃກ້ຄຽງ​ບ້ານດັ່ງກ່າວ​ນີ້ ຊຶ່ງ​ບໍ່​ຢາກ​ໃຫ້ VOA ອອກ​ຊື່
​ຂອງ ລາວ​ນັ້ນ ມີ​ຄວາມ​ສົງ​ໄສ​ກ່ຽວກັບຄຳຖະແຫຼງຂອງຕໍາຫຼວດ.

“ທາງ​ຕໍາຫຼວດ​ໄດ້​ກ່າວ​ຫາ​ໃນທຳນອງນີ້ ໃນຂະນະທີ່ພວກ​ເຂົາ​ເຈົ້າ​ເປັນ​ຜູ້​ຮັບຜິດ
ຊອບ​ໃນ​ການ​ຮັກສາ​ຄວາມປອດ​ໄພ​ຂອງໝູ່ບ້ານ. ຈະ​ບໍ່​ມີ​ຜູ້​ໃດ​ຈາກພາຍນອກ
ສາມາດ​ເຂົ້າ​ເຖິງ​ໝູ່​ບ້ານ​ໄດ້ ​ເພາະສະ​ນັ້ນ ກໍ​ເປັນ​ການ​ສະດວກ​ສຳລັບພວກ​ເຂົາ​
ເຈົ້າ​ທີ່​ສາມາດ​ເວົ້າ​ໄດ້​ວ່າ ​ແມ່ນ​ພວກ​ຄົນ​ໃນໝູ່ບ້ານ​ນີ້​ລະ ​ທີ່​ໄດ້ຈູດ​ໄຟເຜົາ.
ລອງ​ຄິດ​ເບິ່ງດູວ່າ ​ໃຜ​ຈະ​ຈູດ​ເຜົາ​ເຮືອນຂອງ​ຕົວ​ເອງ.”


ລັດ​ຖະບານ​ມຽນມາ​ໄດ້​ປະຕິ​ເສດຕໍ່​ລາຍ​ງານ​ທັງຫຼາຍ ທີ່ວ່າ ມີຊາວ​ມຸສລິ​ມຈຳນວນນຶ່ງ
​ໄດ້​ຖືກ​ສັງຫານ​ ໃນ​ການ​ໂຈມ​ຕີ​ ເດືອນ​ນີ້ ທີ່​ໃກ້ໆ​ກັບບ້ານ Ducheertan ກາງນັ້ນ.

​ໃນ​ວັນ​ອັງຄານ​ແລ້ວນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດຂອງມຽນມາ ທ່ານ U Wunna
Maung Lwin ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ປະທາ​ນາທີ​ບໍດີ​ມຽນມາ ທ່ານ Thein
Sein ໄດ້​ມີຄໍາ​ສັ່ງ​ ໃຫ້​ຕັ້ງຄະນະ​ກໍາມະການອິດສະຫຼະຂຶ້ນ ​ເພື່ອ​ສືບ​ສວນ​ສອບ​ສວນ​
ໃນ​ຄະດີ​ດັ່ງກ່າວ​ນີ້​ແລ້ວ.

​ເອກ​ອັກຄະ​ລັດ​ຖະທູດສະຫະລັດ ປະຈໍາມຽນມາ ທ່ານ Derek Mitchell ສະແດງຄວາມ
ຍິນດີຕໍ່ການສືບ​ສວນ​ສອບ​ສວນດັ່ງກ່າວ ແຕ່ກໍກ່າວວ່າ ມັນເປັນເລື່ອງສຳຄັນທີ່ຈະເຫັນວ່າ
ການສືບສວນສອບສວນດັ່ງກ່າວນີ້ ມີຄວາມຍຸຕິທໍາແລະບໍ່ເຂົ້າຂ້າງອອກຂາ.
XS
SM
MD
LG