ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

7 ຄົນ ເສຍ​ຊີ​ວິດ ໃນ​ເຫດ ໄຟໄໝ້ ໂຮງງານ ຕັດຫຍິບ ຊາວຈີນ ທີ່ອີຕາລີ


Italy
please wait
Embed

No media source currently available

0:00 0:00:15 0:00
ເກີດ​ໄຟໄໝ້​ຢູ່ ​ໂຮງງານ​ຜະລິດ​ເຄຶ່ອງນຸ່ງທີ່ ຄົນ​ຈີນ​ເປັນ​ເຈົ້າ​ຂອງ
​ໃນ​ປະ​ເທດ ອີ​ຕາ​ລີ ​ຢູ່ຂົງ​ເຂດ Tuscany ​ເຮັດ​ໃຫ້ຄົນງານເສຍ
ຊີວິດຢ່າງ​ໜ້ອຍ 7 ຄົນ ທີ່ພາກັນ​ນອນ​ຢູ່​ຫໍ​ພັກຢ່າງ​ຜິດ​ກົດໝາຍ.

ສາ​ເຫດ​ຂອງ​ໄຟ​ໄໝ້​ຢູ່​ໃນ​ເມຶ​ອງ Prato ​ໃນ​ຕອນ​ເຊົ້າ​ວັນ​ອາທິດ
​ວານ​ນີ້ ຍັງ​ບໍ່​ເປັນ​ທີ່​ຊາບ​ໄດ້.

​ເມືອງ Prato ​ເປັນ​ເຂດ​ທີ່​ໄດ້​ກາຍ​ມາ​ເປັນ ທຸລະ​ກິດ​ຂອງ​ຊາວ​ຈີນ
​ເປັນບ່ອນ​ທີ່ຜະລິດສິນຄ້າ ແລະ​ເຄຶ່ອງນຸ່ງ ລາຄາຖືກ. ​ ​ໂຮງງານ​
ຫລາຍໆ​ແຫ່ງ ພາກັນ​ຈ້າງ​ຄົນ​ງານ​ຈີນຫຼາຍ​ພັນ​ຄົນ ທີ່​ເຂົ້າປະ​ເທດ​
ຢ່າງຜິດ​ກົດໝາຍ ​ເຮັດ​ວຽກ​ພາຍ​ໃຕ້​ສະພາບ​ການ​ຄື​ກັບ​ຂ້າ​ທາດ.

ຜູ້​ນໍາ​ຂົງ​ເຂດ Tuscany ທ່ານ Enrico Rossi ​ເອີ້ນ​ສະຖາ​ນະ​ການ​
ວ່າ ​ຂາດ​ກຽດ​ສັກ​ສີ ​ແລະບັນ​ລະ​ຍາຍ​ວ່າ ​ເປັນ​ເຂດ​ສູນ​ກາງ ແຮງ​
ງານ ຕະຫລາດ​ມືດ ​ ​ໃຫຍ່​ທີ່​ສຸດ​ຂອງ​ຢູ​ໂຣບ.

ການ​ພະຍາຍາມ​ຂອງ ອີ​ຕາ​ລີ ທີ່​ຈະ​ປິດ​ໂຮງງານ​ເຫລົ່າ​ນີ້​ລົງໂດຍ
ທົ່ວ​ໄປ​ນັ້ນ ບໍ່​ເປັນ​ຜົນ​ສໍາ​ເລັດ.
XS
SM
MD
LG