ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ໄຟ​ໄດ້​ລຸກ​ຂຶ້ນ ອີກ​ຄັ້ງ​ນຶ່ງ ຢູ່​​ຕຶກ​ອາ​ຄານ ​ບ່ອນ​ທີ່ ເກີດ​ໄຟ​ໄໝ້​ຮ້າຍ​ແຮງໃນ ອິນ​ເດຍ


ບັນ​ດາ​ຕຳຫຼວດ ແລະ​ພວກ​ຊາວ​ບ້ານ​ໃນ​ຄຸ້ມ​ບ້ານ ຢືນ​ຢູ່​ຕໍ່​ໜ້າ ຕຶກ​ອາ​ຄານ ທີ່​ຖືກ​ໄຟ​ໄໝ້ ​ເມື່ອ​ວັນ​ອາ​ທິດ ຕັ້ງ​ຢູ່​ໃນ​ນະ​ຄອນຫຼວງ ນິວ ແດ​ລີ ​ຂອງ​ອິນ​ເດຍ, ວັນ​ຈັນ ທີ 9 ທັນ​ວາ 2019.
ບັນ​ດາ​ຕຳຫຼວດ ແລະ​ພວກ​ຊາວ​ບ້ານ​ໃນ​ຄຸ້ມ​ບ້ານ ຢືນ​ຢູ່​ຕໍ່​ໜ້າ ຕຶກ​ອາ​ຄານ ທີ່​ຖືກ​ໄຟ​ໄໝ້ ​ເມື່ອ​ວັນ​ອາ​ທິດ ຕັ້ງ​ຢູ່​ໃນ​ນະ​ຄອນຫຼວງ ນິວ ແດ​ລີ ​ຂອງ​ອິນ​ເດຍ, ວັນ​ຈັນ ທີ 9 ທັນ​ວາ 2019.

ບັນ​ດາ​ນັກ​ດັບ​ໄຟ ໃນ​ນະ​ຄອນຫຼວງ​ຂອງ​ອິນ​ເດຍ ສາ​ມາດ​ດັບ​ໄຟ​ໄດ້​ ໃນ​ວັນ​ຈັນ​ມື້ນີ້ ທີ່​ໄດ້​ເຜົາ​ຜານ​ຕຶກ​ອາ​ຄານ​ແຫ່ງ​ດຽວ​ກັນ​ນີ້ ບ່ອນ​ທີ່​ໄຟໄໝ້ອັນຮ້າຍ​ແຮງນີ້ ໄດ້​ເລີ້ມ​ຕົ້ນຂຶ້ນ ນຶ່ງວັນກ່ອນ​ໜ້ານີ້.

43 ຄົນ ໄດ້​ເສຍ​ຊີ​ວິດ ໃນ​ວັນ​ອາ​ທິດ​ວານນີ້ ເມື່ອ​ໄຟ​ໄດ້​ລຸກ​ລາມ​ໄປ​ທົ່ວ​ຕຶກ​ອາ​ຄານ ທີ່​ບັນ​ຈຸຫຼາຍໜ່ວຍ​ງານຕ່າງໆນັ້ນ. ມັນ​ໄດ້​ກາຍ​ເປັນ​ໄຟ​ໄໝ້ ​ທີ່​ຮ້າຍ​ແຮງ​ທີ່​ສຸດ ໃນ​ນະ​ຄອນຫຼວງ​ນິວ​ເດ​ລີ ໃນຊ່ວງຫຼາຍກວ່າ​ສອງ​ທົດ​ສະ​ວັດ​ຜ່ານ​ມາ.

ພວກ​ນັກ​ດັບ​ໄຟ ໄດ້​ຕໍ່​ສູ້​ກັບ​ແປວ​ໄຟ ໃນ​ວັນ​ອາ​ທິດ​ວານນີ້ ຊຶ່ງ​ໄດ້​ເກີດ​ຂຶ້ນ​ໃນ​ຍາມ​ກາງ​ຄືນ ​ເມື່ອ​ພວກ​ທີ່​ອາ​ໄສ​ຢູ່​ໃນ​ອາ​ຄານ​ດັ່ງ​ກ່າວ ກຳ​ລັງ​ພາ​ກັນ​ນອນ​ລັບ​ຢູ່ຫ່າງ​ໄປ 100 ແມັດ ໃນ​ຂະ​ນະ​ດຽວ​ກັນ ​ຮ່ອມທາງອ້ອມ​ຕຶກ ແມ່ນ​ຄັບ​ແຄບ​ເກີນ​ໄປ ສຳ​ລັບ​ລົດ​ບັນ​ທຸກ ຈະ​ເຂົ້າ​ໄປ​ໄດ້.

ບໍ​ລິ​ສັດຕ່າງໆ ບາງ​ສ່ວນ ກໍ​ໄດ້ສະ​ໜອງ​ຫ້ອງນອນ​ໃຫ້​ແກ່​ພວກ​ຄົນ​ງານ ​ຢູ່​ໃນ​ໂຮງ​ງານ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ພວກ​ຄົນ​ງານ​ໂດຍ​ທົ່ວ​ໄປ ​ແມ່ນເປັນ​ພວກ​ຄົນຫາ​ວຽກ​ເຮັດ​ງານ​ທຳ ທີ່ທຸກ​ຍາກ ຜູ້​ທີ່​ໄດ້​ຮັບ​ຄ່າ​ຈ້າງ​ທີ່​ຕ່ຳ.

ໄຟ​ໄດ້​ໄໝ້​ລຸກ​ລາມ ໃນ​ເຂດ​ຊາ​ດາ​ຣ ບາ​ຊາ​ຣ ຊຶ່ງ​ເປັນ​ຕະຫຼາດ​ຂາຍສົ່ງ​ສຳ​ລັບ​ເຄືອງ​ໃຊ້​ຕ່າງໆ​ພາຍ​ໃນ​ບ້ານ ​ທີ່​ໃຫຍ່​ທີ່​ສຸດຂອງ​ເມືອງ ບ່ອນ​ທີ່​ສາຍ​ໄຟ​ຟ້າ​ຈະ​ຖືກ​ພັນ​ເຂົ້າ​ກັນ​ໝົດ​ໃນ​ຮ່ອມ​ທາງ​ຂອງ​ພວກ​ໂຮງ​ງານ ພວກ​ຮ້າ​ນຄ້າ ແລະ​ບ້ານ​ພັກ​ ​ທັງຫຼາຍ.

ການ​ສືບ​ສວນ​ໃນ​ເບື້ອງ​ຕົ້ນ​ຂອງ​ອຸ​ບັດ​ເຫດ​ໄຟ​ໄໝ້ ໄດ້​ສະ​ເໜີ​ແນະ​ວ່າ ອາດ​ເກີດ​ຂຶ້ນ​ຈາກ​ໄຟ​ຟ້າ​ລັດ​ວົງ​ຈອນ ທີ່​ໄດ້​ກໍ່​ໃຫ້​ເກີດ​ໂສກ​ນາດ​ຕະ​ກຳ​ດັ່ງ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ PTI ຂອງ​ອິນ​ເດຍ.

ສ່​ວນ​ເຈົ້າ​ຂອງ​ຕຶກ​ອາ​ຄານ​ນັ້ນ ຄື​ທ່ານ​ຣີ​ຮານ ຜູ້​ທີ່​ໃຊ້​ພຽງ​ຊື່​ດຽວ ກໍ​ໄດ້​ຖືກ​ຈັບ​ກຸມ ໃນ​ຂະ​ນະ​ທີ່ ການ​ສືບ​ສວນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ຂອງ​ການບໍ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ຈາກ​ໄຟ​ໄໝ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG