ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີ​ຢ່າງ​ໜ້ອຍ 40 ຄົນເສຍ​ຊີ​ວິດ ໃນ​ເຫດ​ອັກ​ຄີ​ໄພ ທີ່​ສູນ​ຄຸມ​ຂັງ​ຄົນ​ເຂົ້າ​ເມືອງ ໃນ​ເຂດ​ຊາຍ​ແດນ​ຂອງ​ເມັກ​ຊິ​ໂກ


ຮູບ​ທີ່​ໄດ້​ມາ​ຈາກວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ທະ​ຫານ​ເມັກ​ຊິ​ໂກ ຢູ່​ທີ່​ບ່ອນ​ເກີດ​ໄຟ​ໄໝ້ ສູນ​ຄຸມ​ຂັງ​ຄົນ​ເຂົ້າ​ເມືອງ ທີ່​ເມືອງ​ຊີ​ອູ​ດາດ ຮູ​ອາ​ເຣ​ສ ປະ​ເທດ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 28 ມີ​ນາ 2023. (Cesar Contreras/VOA Spanish)
ຮູບ​ທີ່​ໄດ້​ມາ​ຈາກວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ທະ​ຫານ​ເມັກ​ຊິ​ໂກ ຢູ່​ທີ່​ບ່ອນ​ເກີດ​ໄຟ​ໄໝ້ ສູນ​ຄຸມ​ຂັງ​ຄົນ​ເຂົ້າ​ເມືອງ ທີ່​ເມືອງ​ຊີ​ອູ​ດາດ ຮູ​ອາ​ເຣ​ສ ປະ​ເທດ​ເມັກ​ຊິ​ໂກ ເມື່ອ​ວັນ​ທີ 28 ມີ​ນາ 2023. (Cesar Contreras/VOA Spanish)

ມີ​ຢ່າງ​ໜ້ອຍ 40 ຄົນ​ເສຍ​ຊີ​ວິດ ແລະ 29 ຄົນ​ບາດ​ເຈັບ ຫຼັງ​ຈາກ​ໄດ້​ເກີດ​ອັກ​ຄີ​ໄພໃນ​ຕອນ​ເຊົ້າ​ມືດ​ຂອງວັນ​ອັງ​ຄານ​ວານນີ້ ຢູ່​ສູນ​ຄຸມ​ຂັງ​ຄົນ​ເຂົ້າ​ເມືອງ​ຂອງ​ເມັກ​ຊິ​ໂກ​ທີ່​ຕິດ​ກັບ​ຊາຍ​ແດນ​ຂ​ອງ​ສະ​ຫະ​ລັດ.

ອັກ​ຄີ​ໄພ​ເລີ້ມ​ຂຶ້ນ​ໃນ​ຕອນ​ເດິກ​ຂອງ​ຄືນ​ວັນ​ຈັນ ທີ່​ສູນ​ບໍ​ລິ​ຫານ​ງານ​ໂດຍ​ສະ​ຖາ​ບັນ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຊາດ ຢູ່​ເມືອງ​ຊີ​ອູ​ດາດ ຮູ​ອາ​ເຣ​ສ ທີ່​ຕັ້ງ​ຢູ່​ຂ້າມ​ຊາຍ​ແດນ​ຈາກ​ເມືອງ​ແອ​ລ​ພາ​ໂຊ ໃນ​ລັດ​ເທັກ​ຊັ​ສ.

ຮູບ​ພາບ​ຈາກ​ບ່ອນເກີດ​ເຫດ​ສະ​ແດງ​ໃຫ້​ເຫັນ​ວ່າ ບ່ອນ​ຈອດ​ລົດ​ຂອງສູນ​ດັ່ງ​ກ່າວ ມີ​ການ​ນຳ​ເອົາ​ສົບ​ຄົນ​ຕາຍ​ຈຳ​ນວນ​ນຶ່ງ​ມາ​ກອງ​ເປັນ​ແຖວ ປົກ​ດ້ວຍ​ຜ້າ​ຫົ່ມ.

ມີ​ຜູ້​ຊາຍ​ຈາກ​ອາ​ເມ​ຣິ​ກາ​ກາງ​ແລະ​ອ​າ​ເມ​ຣິ​ກາ​ໃຕ້​ຢ່າງ​ໜ້ອຍ 68 ຄົນ​ພັກ​ອາ​ໄສ​ຢູ່​ທີ່​ສູນ​ດັ່ງ​ກ່າວ ໃນ​ເມືອງ​ຊີ​ອູ​ດາດ ຮູ​ອາ​ເຣ​ສ ຊຶ່ງ​ເປັນ​ດ່ານ​ຂ້າມ​ຊາຍ​ແດນ​ທີ່​ສຳ​ຄັນ ສຳ​ລັບ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ​ຫຼື​ພວກ​ຊອກ​ຫາ​ທາງ​ຂໍ​ລີ້​ໄພເພື່ອ​ຈະ​ເດີນ​ທາງ​ເຂົ້າ​ມາ​ສະ​ຫະ​ລັດ.

ພວກ​ທີ່​ເສຍ​ຊີ​ວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ ແມ່ນ​ມາ​ຈາກ​ກົວ​ເຕ​ມາ​ລາ ຮອນ​ດູ​ຣາ​ສ ແອ​ລ​ຊານ​ວາ​ດໍ ເວ​ເນ​ຊູ​ເອ​ລາ ໂຄ​ລອມ​ເບຍ ແລະ​ເອ​ກົວ​ດໍ ຊຶ່ງ​ຊາວ​ກົວ​ເຕ​ມາ​ລາ​ແມ່ນ​ຫຼາຍກວ່າ​ໝູ່ ອີງ​ຕາມ​ຖະ​ແຫຼງ​ຂ່າວ​ ຂອງ​ຫ້ອງ​ການ​ອະ​ທິ​ໄອ​ຍະ​ການ​ເມັກ​ຊິ​ໂກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG