ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ຂັບ​ໄລ່​ການ​ບຸກ​ໂຈມ​ຕີ​ຮອບ​ໃໝ່ ຂອງ​ຣັດ​ເຊຍ ເຮັດ​ໃຫ້​ສະ​ຖາ​ນະ​ການ​ໃນສະ​ໜາມ​ລົບ ​ຈຶ້​ງ​ກັນ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ


ທະ​ຫານ​ຢູ​ເຄ​ຣນ​ນັ່ງ​ຢູ່​ເທິງ​ລົດ​ຖັງ ຢູ່ແນວ​ໜ້າ ທີ່​ເມືອງ​ບາກ​ມຸດ ໃນ​ເຂດ​ໂດ​ແນັດ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 20 ກຸມ​ພາ 2023.
ທະ​ຫານ​ຢູ​ເຄ​ຣນ​ນັ່ງ​ຢູ່​ເທິງ​ລົດ​ຖັງ ຢູ່ແນວ​ໜ້າ ທີ່​ເມືອງ​ບາກ​ມຸດ ໃນ​ເຂດ​ໂດ​ແນັດ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 20 ກຸມ​ພາ 2023.

ຢູ​ເຄ​ຣນ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ໄດ້​ຂັບ​ໄລ່​ການ​ພະ​ຍາ​ຍາມ​ທີ່​ຈະ​ບຸກ​ຄືບ​ໜ້າ​ຂອງ​ຣັດ​ເຊຍ ຢູ່​ໃນ​ເຂດ​ແນວ​ໜ້າ ທີ່​ພວມ​ມີ​ການ​ສູ້​ລົບ​ກັນ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກ ແລະ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ ເຮັດ​ໃຫ້​ສະ​ຖ​າ​ນະ​ການ ​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ນຶ່ງມື້​ກ່ອນ​ວັນ​ຄົບ​ຮອບ​ນຶ່ງ​ປີໃນ​ການ​ຮຸກ​ຮານ​ຂອງ​ມົ​ສ​ກູ.

ຣັດ​ເຊຍ​ຄວບ​ຄຸມປະ​ມານ​ນຶ່ງ​ສ່ວນ​ຫ້າ​ ຂອງດິນ​ແດນຢູ​ເຄ​ຣນ​ທັງ​ໝົດ ຊຶ່ງ​ຍັງ​ຢູ່ໄກ​ຫຼາຍຈາກ​ການ​ເຂົ້າ​ຄວບ​ຄຸມປະ​ເທດ​ດັ່ງ​ກ່າວ​ຢ່າງວ່ອງ​ໄວ​ທີ່​ພວກ​ນັກ​ວິ​ເຄາະ​ທາງທະ​ຫານຫຼາຍໆ​ຄົນ​ໄດ້​ທຳ​ນາຍ​ໄວ້ ​ເມື່ອ​ນຶ່ງ​ປີ​ກ່ອນ ໃນ​ຂະ​ນະ​ທີ່​ລົດ​ຖັງ​ຂອງ​ມົ​ສ​ກູ ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ໃນ​ການ​ສູ້​ລົບ​ເມື່ອ​ໄວໆ​ມ​ານີ້ ກຳ​ລັງ​ຂອງ​ມົ​ສ​ກູ​ໄດ້​ມີກ້າວໜ້າໃນ​ການ​ພະ​ຍາ​ຍາມ​ປິດ​ລ້ອມ​ເມືອງ​ບາກ​ມຸດ ຊຶ່ງ​ໂຄ​ສົກຂອງກອງ​ທັບ​ຢູ​ເຄ​ຣນ ນາຍ​ພົນ​ຈັດ​ຕະ​ວາ ໂອ​ເລັກ​ຊີ ໂກ​ຣ​ມັອບ ກ່າວ​ວ່າ ມົ​ສ​ກູ​ພະ​ຍາ​ຍາມ​ທີ່​ຈະ​ໃຊ້​ຄວາມ​ໄດ້​ປຽບ​ທາງ​ກຳ​ລັງເພື່ອ​ສ້າງ​ຄວາມ​ອ່ອນ​ເພຍ​ໃຫ້​ແກ່​ທະ​ຫານ​ຢູ​ເຄ​ຣນ.

“ພວກ​ສັດ​ຕູ ເຖິງ​ແມ່ນ​ໄດ້​ມີ​ການ​ສູນ​ເສຍ​ໃນ​ຈຳ​ນວນ​ທີ່​ສຳ​ຄັນກໍ​ຍັງ​ບໍ່​ໄດ້​ປະ​ຖິ້ມ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປິດ​ລ້ອມ​ເມືອງ​ບາກ​ມຸ​ດ” ທ່ານ​ກ່າວ.

ແຕ່​ຢູ​ເຄ​ຣນ​ເວົ້າ​ວ່າ ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ບໍ່​ສາ​ມາດ​ທີ່​ຈະ​ບຸກ​ຜ່ານ​ແນວ​ປ້ອງ​ກັນ​ຂອງ​ຢູ​ເຄ​ຣນ​ຢູ່​ທາງ​ດ້ານ​ເໜືອ ໃກ້​ກັບ​ເມືອງ​ຄ​ຣີ​ເມັນ​ນາ ແລະ​ຢູ່​ທາ​ງ​ໃຕ້​ທີ່​ເມືອງວູ​ເລ​ດາ ບ່ອນ​ທີ່​ພ​ວກ​ເຂົາ​ໄດ້​ສູນ​ເສຍ​ທະ​ຫານເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ ໃນ​ການ​ບຸກ​ໂຈມ​ຕີ​ຜ່ານ​ທົ່ງ​ທີ່​ເປັນ​ບໍ​ລິ​ເວນ​ກວ້າງ.

ນາຍ​ພົນ​ໂກ​ຣ​ມັອບ​ກ່າວ​ວ່າ ທະ​ຫານ​ຢູ​ເຄ​ຣນ ​ໄດ້​ຂັບ​ໄລ່​ການ​ບຸກ​ໂຈມ​ຕີ​ຂອງ​ຣັດ​ເຊຍ 90 ເທື່ອ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ແລະພາກ​ຕາ​ເວັນ​ອອກຂອງ​ປະ​ເທດ.

ຢູ​ເຄ​ຣນ​ກ່າວ​ວ່າ ຕົນ​ໄດ້​ປິດ​ໂຮງ​ຮຽນ​ຈຳ​ນວນ​ນຶ່ງ ເນື່ອງ​ໃນ​ວັນ​ຄົບ​ຮອບ​ຂອງ​ສົງ​ຄາມ ໃນ​ວັນ​ສຸກມື້ນີ້ ໂດຍ​ຄາດ​ວ່າ ມົ​ສ​ກູ​ອາດ​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຍິງ​ມາ​ຈາກ​ໄລ​ຍະ​ໄກເພື່ອ​ເປັນ​ຂີດ​ໝາຍ​ຂອງວັນ​ດັ່ງ​ກ່າວ. ແຕ່​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ກ່າວ​ວ່າ ຕົນ​ເຊື່ອ​ວ່າ​ມົ​ສ​ກູ​ບໍ່​ມີ​ຄວາມ​ສາ​ມາດ​ອີກ​ແລ້ວ ໃນ​ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ອັນ​ຍິ່ງ​ໃຫຍ່ດັ່ງ​ທີ່​ບາງ​ຄົນ​ຢ້ານ​ກົວ​ນັ້​ນ.

ຫົວ​ໜ້າ​ສືບລັບ​ ທາງ​ທະ​ຫານ ທ່ານ​ກິ​ຣິ​ໂລ ບູ​ດາ​ນອບ ກ່າວ​ຕໍ່​ເວັບ​ໄຊ​ຂ່າວອອນ​ລາຍ ຢູ​ເຄ​ຣນ​ສ​ກາ ປ​ຣາບ​ດາ ​ວ່າ “ຈະບໍ່​ມີ​ຫຍັງ​ຜິດ​ປົກ​ກະ​ຕິ​ເກີດ​ຂຶ້ນ. ຄວາມ​ພະ​ຍາມ​ຕາມ​ປົກ​ກະ​ຕິ​ຂອງ​ຣັດ​ເຊຍ……ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂະ​ໜາດ​ນ້ອຍ​ໄດ້​ມີ​ການ​ວາງ​ແຜນ​ໄວ້. ໃຫ້​ເຊື່ອ​ຂ້າ​ພະ​ເຈົ້າ ພວກ​ເຮົາ​ໄດ້​ມີ​ປະ​ສົບ​ການ​ກັບ​ສິ່ງນີ້ ມາ​ຫຼາຍກວ່າ 20 ເທື່ອ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG