ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແທງກັນ ຢູ່ຟິນແລນ ຖືກສືບສວນ ໃນຖານ ເປັນການໂຈມຕີ ກໍ່ການຮ້າຍ


ທຽນທີ່ໄຕ້ໄວ້ຢູ່ຕະຫລາດ ໃນເມືອງ Turku ໃຫ້ແກ່ບັນດາຜູ້ ເຄາະຮ້າຍທີ່ຖືກແທງ ໃນວັນສຸກວານນີ້.
ທຽນທີ່ໄຕ້ໄວ້ຢູ່ຕະຫລາດ ໃນເມືອງ Turku ໃຫ້ແກ່ບັນດາຜູ້ ເຄາະຮ້າຍທີ່ຖືກແທງ ໃນວັນສຸກວານນີ້.

ຕຳຫລວດ​ຟິນ​ແລນ​ກ່າວ​ວ່າ ການ​ແທງ​ກັນ​ໃນ​ວັນ​ສຸກ​ວານ​ນີ້ທີ່ເຮັດ​ໃຫ້ຢ່າງ​ໜ້ອຍ​ສອງ
ຄົນເສຍ​ຊີວິດ ແລະ​ອີກ​ຫົກ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ຢູ່ທີ່ເມືອງ Turku ຊຶ່ງ​ເປັນ​ເມືອງ​ແຄມ
​ທະ​ເລ ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ປະ​ເທດ ​ກຳລັງຖືກ​ສືບສວນ​ວ່າ​ເປັນ​ການ​ກໍ່
​ການ​ຮ້າຍ.

ຕຳ​ຫລວດ​ກ່າວໃນ​ວັນ​ເສົາ​ມື້​ນີ້ ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ວ່າ "ການ​ກະທຳ​ນີ້ໄດ້​ຖືກ​ສືບສວນ ໃນ​ຖານ​ເປັນການ​ຄາດ​ຕະກຳ ​ແຕ່​ໃນ​ຕອນ​ກາງຄືນ​ພວກ​ເຮົາ​ໄດ້​ຮັບ​ຂໍ້​ມູນ​ເພີ້​ມ
​ເຕີມ ທີ່​ສະ​ແດງ​ໃຫ້​ເຫັນວ່າການ​ກະທໍາຄວາ​ມຜິດດັ່ງກ່າວບັດ​ນີ້​ແມ່ນ​ການ​ຄາດ​ຕະກຳກໍ່
​ການ​ຮ້າຍ.”

ພວກກູ້ໄພກຳລັງປິດລ້ອມເຂດ ທີ່ຫລາຍຄົນຖືກແທງ ຢູ່ຕະຫລາດຈະຕຸລັດ Turku ໃນປະທດ Finland.
ພວກກູ້ໄພກຳລັງປິດລ້ອມເຂດ ທີ່ຫລາຍຄົນຖືກແທງ ຢູ່ຕະຫລາດຈະຕຸລັດ Turku ໃນປະທດ Finland.

ຜູ້​ຕ້ອງ​ສົງ​ໄສ ທີ່​ເຈົ້າ​ໜ້າ​ທີ່​ຍິງ​ໄສ່ຂາ ​ຖືກ​ລະບຸ​ໂຕ​ວ່າ ​ເປັນ​ສັນຊາດ​ໂມຣົກ​ໂກ ອາຍຸ 18
ປີ ​ແຕ່ວ່າ​ຕຳຫລວດ​ຍັງ​ບໍ່ທັນ​ໄດ້ເປີດ​ເຜີຍ​ຊື່​ຂອງ​ລາວ.

​ການ​ຮັກສາ​ຄວາມ​ປອດ​ໄພຢູ່​ສະໜາມ​ບິນ Helsinki ​ແລະ​ສະຖານີ​ລົດ​ໄຟ​ແມ່ນເຂັ້ມ​
ງວດ​ຕື່ມ​ຂຶ້ນ ເພື່ອ​ຮັບ​ມື​ກັບ​ການ​ແທງ​ກັນ​ດັ່ງກ່າວ.

ເມືອງ Turku ປະເທດ Finland.
ເມືອງ Turku ປະເທດ Finland.

ຫ້ອງການ​ສືບ​ລັບ​ດ້ານຄວາມ​ປອດ​ໄພ ​ໄດ້​ຍົກ​ລະດັບ​ການ​ຂົ່ມຂູ່​ກໍ່​ການ​ຮ້າຍຂຶ້ນ​ໃນ​ເດືອນ​
ມິຖຸນາຜ່ານ​ມາ ຫລັງ​ຈາກ​ໄດ້​ຮັບ​ຂ່າວ ກ່ຽວ​ກັບ​ການວາງ​ແຜນການ​ກໍ່​ການ​ຮ້າຍ ຢູ່ໃນຟິນ
​ແລນ ​ຊຶ່ງຕາມ​ປົກກະຕິ​ແລ້ວ​ເປັນປະ​ເທດ​ທີ່​ສະຫງົບ.

ເມືອງ Turku ຕັ້ງ​ຢູ່​ປະມານ 140 ກິ​ໂລ​ແມັດ ​ຫ່າງ​ຈາກ​ນະຄອນຫລວງ Helsinki ​ໄປ
ທາງພາກ​ຕາ​ເວັນ​ຕົກ​.

ຕຳຫລວດຟິນແລນ ກຳລັງລາດຕະເວນຢູ່ພາກກາງນະຄອນ Helsinki ປະທດ Finland ຫລັງຈາກເກີດມີການແທງກັນ.
ຕຳຫລວດຟິນແລນ ກຳລັງລາດຕະເວນຢູ່ພາກກາງນະຄອນ Helsinki ປະທດ Finland ຫລັງຈາກເກີດມີການແທງກັນ.

ການ​ແທງ​ກັນເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ຢູ​ໂຣບຍັງ​ມີ​ການ​ເຕືອນ ​ໃຫ້​ລະມັດລະວັງ​ໃນ​ລະດັບ​ສູງ​
ແລະຢູ​ໂຣບພວມດິ້ນລົນຮັບ​ມື​ກັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢ່າງ​ຕໍ່​ເນື່ອງ​ ຮວມທັງ​ສອງ​ເທື່ອ
​ ໃນ​ອາທິດ​ນີ້ພຽງ​ອາທິດ​ດຽວ. ຢ່າງ​ໜ້ອຍ 14 ຄົນ​ໄດ້​ເສຍ​ຊີ ວິດ ​ແລະອີກ 100 ຄົນ​ໄດ້​ຮັບ​
ບາດ​ເຈັບ ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ​ຢູ່ໃນ​ສະ​ເປ​ນ ຫລັງ​ຈາກ​ພວກ​ຂັບ​ລົດ​ໄດ້ແລ່ນ​ເຂົ້າຕຳ
​ເອົາ​ຄົນ​ຍ່າງຢູ່ໃນການ​ໂຈມ​ຕີ 2 ຄັ້ງ​ໃນ​ນະຄອນ Barcelona ​ແລະ​ເມືອງ Cambrils. ກຸ່ມ
ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ​ໃນ​ກາ​ນ​ໂຈມ​ຕີ​ຢູ່ໃນນະຄອນ Barcelona.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Finland Stabbings
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG