ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ການປະຕິຮູບ ການເງິນ ໃນ ສະຫະລັດ


ປະທານາທິບໍດີ ໂອບາມາ ອັດຄຳປາໄສ ປະຈຳ ສັບປະດາ ຂອງທ່ານ (24 ເມສາ 2010)
ປະທານາທິບໍດີ ໂອບາມາ ອັດຄຳປາໄສ ປະຈຳ ສັບປະດາ ຂອງທ່ານ (24 ເມສາ 2010)

ປະທານາທິບໍດີ ສະຫະຣັດ ທ່ານບາຣັກ ໂອບາມາ ກ່າວວ່າ ການປະຕິຮູບ ທາງດ້ານການເງິນ ແມ່ນມີຄວາມຈຳເປັນ ຢ່າງຮີບດ່ວນ ເຖິງແມ່ນວ່າ ລັດຖະບານ ໄດ້ຢຸດຕິໂຄງການ ໃຫ້ການຊ່ອຍເຫຼືອສຸກເສີນຕ່າງໆ ທີ່ໄດ້ເລີ້ມຂຶ້ນ ໃນລະຫວ່າງ ວິກິດການ ທາງດ້ານການເງິນ ໄປແລ້ວກໍຕາມ. ໃນຄຳປາໄສ ປະຈຳສັບປະດາ ຂອງທ່ານ ໃນວັນເສົາມື້ນີ້ ທ່ານໂອບາມາ ເວົ້າວ່າ ໂຄງການເຫລົ່ານີ້ ໄດ້ຊ່ອຍປ້ອງກັນ ບໍ່ໃຫ້ຜູ້ຄົນ ຈຳນວນຫລາຍລ້ານ ສູນເສຍວຽກເຮັດງານທຳ. ນອກນັ້ນ ທ່ານຍັງໄດ້ເວົ້າເຖິງ ການປະກາດ ໃນວັນສຸກວານນີ້ ຂອງກະຊວງການເງິນ ສະຫະລັດ ທີ່ກ່າວວ່າ ການໃຫ້ ຄວາມຊ່ອຍເຫຼືອ ເປັນເວລາ 2 ປີ ແກ່ພາກສ່ວນຕ່າງໆ ທີ່ມີບັນຫາ ຂອງເສດຖະກິດ ສະຫະລັດ ມີທ່າທາງວ່າ ຈະຕົກເປັນເງິນ ບໍ່ຮອດ 90 ພັນລ້ານໂດລາ ຫລຸດລົງຈາກ ການກະປະມານ ໃນຂັ້ນຕົ້ນ 500 ພັນລ້ານໂດລານັ້ນ. ທ່ານໂອບາມາ ກ່າວວ່າ ເພື່ອຫລີກລ້ຽງ ບໍ່ໃຫ້ວິກິດການ ທາງດ້ານການເງິນ ເກີດຂຶ້ນຊຳອີກ ສະຫະລັດ ຈຳເປັນຕ້ອງມີ ລະບຽບການ ກ່ຽວກັບການປະຕິຮູບ ທາງດ້ານການເງິນ ແລະການປົກປ້ອງ ຄຸ້ມຄອງຜູ້ບໍລິໂພກ ທີ່ທ່ານເວົ້າວ່າ ຈະຢຸດຕິ ການໃຊ້ເງິນພາສີ ເພື່ອໃຫ້ຄວາມຊ່ອຍເຫຼືອ ແລະນຳຄວາມກະຈ່າງແຈ້ງ ມາສູ່ການຕົກລົງ ທາງດ້ານການເງິນ ທີ່ສະລັບ ຊັບຊ້ອນນັ້ນ. ແຕ່ໃນການກ່າວ ຄຳປາສັຍ ປະຈຳສັບປະດາຕອບ ຂອງພັກຣີພັບລີກັນ ໃນວັນເສົາມື້ນີ້ ສະມາຊິກສະພາສູງ KAY BAILEY HUTCHISON ຈາກລັດເທັກຊັສ ເວົ້າວ່າ ຮ່າງກົດໝາຍ ປະຕິຮູບການເງິນ ທີ່ນຳສະເໜີ ໂດຍພັກເດໂມແຄຣັທ ໃນສະພາສູງນັ້ນ ບໍ່ໄດ້ຢຸດເຊົາ ການໃຫ້ເງິນ ຊ່ອຍເຫລືອ ຂອງລັດຖະບານ ໃນອະນາຄົດ ແຕ່ປະການໃດ.

XS
SM
MD
LG