ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖາບັນການເງິນໃນສະຫະລັດ ແລະເອເຊຍຕາເວັນອອກ ຖືກຫຼອກລວງໂດຍ ຜູ້ທີ່ສົງໄສວ່າ ເປັນນັກເຈາະຂໍ້ມູນເກົາຫຼີເໜືອ


ແຟ້ມຮູບ-ຜູ້ "ລັກເຈາະຂໍ້ມູນ" ເປັນເງົາສະທ້ອນຢູ່ໃນຈໍຄອມພິວເຕີ້, ໃນພາບທີ່ຖືກຖ່າຍວັນທີ 8 ກໍລະກົດ 2019.
ແຟ້ມຮູບ-ຜູ້ "ລັກເຈາະຂໍ້ມູນ" ເປັນເງົາສະທ້ອນຢູ່ໃນຈໍຄອມພິວເຕີ້, ໃນພາບທີ່ຖືກຖ່າຍວັນທີ 8 ກໍລະກົດ 2019.

ມີຄວາມກັງວົນອີກຄັ້ງວ່າ ພວກລັກເຈາະຂໍ້ມູນຂອງກອງທັບເກົາຫຼີເໜືອ ກໍາລັງວາງເປົ້າໝາຍໃສ່ສະຖາບັນທາງການເງິນ ເພື່ອສະໜັບສະໜຸນລະບອບການປົກຄອງ​ຜະເດັດການພຽງຢາງ ແລະອາດຈະ​ໃຫ້​ການສະໜັບສະໜຸນ​ດ້ານເງິນທຶນ ສໍາລັບໂຄງການອາວຸດຕ່າງໆຂອງພວກເຂົາ.

ມີລາຍງານ​ທີ່​ພິມ​ເຜີຍ​ແຜ່​ສ​ະ​ບັບ​ນຶ່ງໃນວັນອັງຄານວານນີ້ ໂດຍບໍລິສັດຮັກສາຄວາມປອດໄພທາງໄຊເບີ້ Recorded Future, ພົບວ່າ ຜູ້ເຈາະ​ຂໍ້​ມູນຊາວເກົາຫຼີເໜືອ ​ແມ່ນ​ເປັນ​ທີ່​ຮູ້​ກັນ​ດີ ກໍາລັງຫຼອກ​ລວງ​ຢູ່​ໃນບໍລິສັດການເງິນທີ່ ມີຊື່ສຽງໃນ ຍີ່ປຸ່ນ, ຫວຽດນາມ ແລະສະຫະລັດ ໂດຍສົ່ງຂໍ້ຄວາມຜ່ານທາງອີເມລ ແລະຜ່ານເອກະສານຕ່າງໆອອກໄປວ່າ ຖ້າມັນເປີດຂຶ້ນ ອາດຈະເຮັດໃຫ້ພວກລັກເຈາະຂໍ້ມູນ ສາມາດເຂົ້າສູ່ລະບົບຕ່າງໆທີ່ສໍາຄັນໄດ້.

“ການແນເປົ້າໝາຍຂອງການລົງທຶນທາງດ້ານທະນາຄານ ແລະບໍລິສັດຮ່ວມທຶນທີ່ສໍາຄັນ ອາດເປີດເຜີຍຂໍ້ມູນທີ່ມີຄວາມລະອຽດອ່ອນ ແລະຂໍ້ມູນທີ່ເປັນຄວາມລັບຂອງຜູ້ທີ່ມີສິດເຫຼົ່ານີ້ ຫຼື ຂອງບັນດາລູກຄ້າພວກເຂົາເຈົ້າ,” ອີງຕາມບົດລາຍງານຈາກກຸ່ມບໍລິສັດ ອິນຊິກທ໌ (Insikt Group) ຂອງ Recorded Future.

ກຸ່ມ​ດັ່ງ​ກ່າວ​ເວົ້າວ່າ “ອາດຈະສົ່ງຜົນໃນທາງທີ່ຖືກກົດໝາຍ ແລະບໍ່ຖືກກົດໝາຍ, ເປັນອັນຕະລາຍຕໍ່ລະບົບທຸລະກິດທີ່ກໍາລັງລໍຖ້າເພື່ອເຈລະຈາ ຫຼື ລໍຖ້າເພື່ອຕົກ ລົງເຫັນດີນໍາກັນ, ຫຼືເປີດເຜີຍຂໍ້ມູນທີ່ເປັນການທໍາລາຍຕໍ່ແຟ້ມເອກະສານ ທີ່ເປັນຍຸດທະສາດການລົງທຶນຂອງບໍລິສັດ.”

ໃນບົດລາຍງານກ່າວວ່າ ກຸ່ມທີ່ມີການເຄື່ອນໄຫວຫຼ້າສຸດ ດໍາເນີນການໃນຊ່ວງເດືອນກັນຍາ ປີ 2022 ຫາເດືອນມີນາ ປີ 2023, ໂດຍໃຊ້ລະບົບອິນເຕີເນັດ ໃໝ່ສາມລະບົບ ແລະລະບົບອິນເຕີເນັດເກົ່າສອງລະບົບ, ແລະມີຊື່ທາງກິດຈະ ການຫຼາຍກວ່າ 20 ຊື່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG