ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ໂຕ້​ວາ​ທີ ຄັ້ງ​ສຸດ​ທ້າຍ​ ລະຫວ່າງ ຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ສະຫະລັດ (ວີດີໂອ)


ທ່ານ Mitt Romney ກັບ ປະທານາທິບໍດີ Barack Obama ໂຕ້ວາທີກັນຄັ້ງສຸດທ້າຍ ເມື່ອຄືນວັນຈັນ ທີ 22 ຕຸລາ 2012.
ທ່ານ Mitt Romney ກັບ ປະທານາທິບໍດີ Barack Obama ໂຕ້ວາທີກັນຄັ້ງສຸດທ້າຍ ເມື່ອຄືນວັນຈັນ ທີ 22 ຕຸລາ 2012.
ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແລະທ່ານ ມິຕ ຣອມນີ ​ຜູ້ທ້າ
​ຊິງ​ຕໍາ​ແໜ່​ງຂອງ​ທ່ານຈາກ​ພັກຣີພັບບລິ​ກັນ ​ໄດ້​ປະ​ທະ​ຄາລົມ
ທາງ​ການ​ເມືອງ​ກັນ​ອີກ​ຄັ້ງ​ນຶ່ງ ​ໃນ​ການ​ໂຕ້​ວາ​ທີ​ຄັ້ງ​ທີສາມ​ແລະ
​ຄັ້ງ​ສຸດ​ທ້າຍ​ຂອງ​ພວກ​ທ່ານ ໃນ​ຄືນ​ວັນ​ຈັນ​ວານ​ນີ້​ຢູ່ ​ທີ່​ລັດ​ຟລໍຣີດາ
ຊຶ່ງ​ທ່ານ​ໂອ​ບາ​ມາ​ໄດ້​ກ່າວໂຈມ​ຕີຄວາມເຫັນ​ດ້ານ​ນະ​ໂຍບາຍ​
ຕ່າງປະ​ເທດ​ຂອງ​ທ່ານຣອມນີນັ້ນວ່າ “ບໍ່​ຖືກຕ້ອງ​.”

ສ່ວນ​ອະ​ດີດ​ຜູ້​ວ່າການ​ລັດ Massachusetts ກໍ​ໄດ້​ຕອບ​ໂຕ້​ຄືນ
​ວ່າການວິພາກ​ວິຈານ​ຕິຕຽນທ່ານ​ນັ້ນ ບໍ່​ແມ່ນ​ແຜນການ​ສໍາລັບ
​ຍຸດຕິຄວາມ​ຮຸນ​ແຮງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ແລະ ທ່ານ ຣອມນີ​
ໄດ້​ປະນາມ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ທ່ານ​ໂອ​ບາ​ມາ ຢູ່​ໃນ
​ພາກຕາ​ເວັນ​ອອກ​ກາງ​ໂດຍກ່າວ​ວ່າ ທ່ານ​ໄດ້​ເຫັນ “ການ​ຕ່າວ​ປິ້ນ
ຢ່າງ​ໃຫຍ່​ຫລວງ​ຂອງ​ຊະນິດ ຂອງຄວາມ​ຫວັງ ທີ່​ພວກ​ເຮົາ​ເຄີຍ​ມີ
ຢູ່​ໃນ​ຂົງ​ເຂດ​ນັ້ນ.

ທ່ານຣອມນີ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ຊົມ​ເຊີຍ​ທ່ານ​ໂອ​ບາ​ມາ ທີ່​ໄດ້ສັງຫານ ​ໂອຊາ​ມາ
ບິນ ລາ​ເດັນ ​ແລະ​ໄດ້​ຕາມ​ລ່າໂຕ​ແລະ​ກໍາຈັດ​ຄະນະ​ນໍາພາ​ໃນ​ກຸ່ມ ອາລ ​ເຄອິດາ ​
ແຕ່​ວ່າພວກ​ເຮົາ​ຈະ​ສັງຫານ ​ເພື່ອ​ໃຫ້​ລອດ​ພົ້ນ​ຈາກ​ຄວາມ​ຫຍຸ້ງ​ເຫຍິງ​ອັນ​ນີ້​ບໍ່​ໄດ້.
ພວກ​ເຮົາ​ຈະ​ຕ້ອງ​ໄດ້ຈັດ​ຕັ້ງ​ປະຕິບັດ ​ແຜນ​ຍຸ​ທະ​ສາດ ຮອບດ້ານທີ່ເຂ້​ມແຂງ​ ​ເພື່ອ​
ຊ່ວຍ​ໃຫ້​ໂລກ​ອິສລາມ ​ແລະ​ພາກສ່ວນ​ອື່ນໆ​ຂອງ​ໂລກ ​ສາມາດ​ປະຕິ​ເສດ​ແລະ​
ຕ້ານ​ຢັນ​ຕໍ່ລັດ​ທິຮຸນ​ແຮງຈັດ​ອັນ​ນີ້ທີ່​ແນ່ນອນ​ວ່າ ບໍ່​ໄດ້​ແລ່ນ​ຫລົບໜີ​ຈາກ​ພວກ​ເຮົາ
​ແລະ​ກໍ​ບໍ່​ໄດ້​ລີ້​ຊ່ອນ​ໂຕ​ຢູ່​ຄື​ກັນ.”

Watch Jim Malone's related video:

ທ່ານ​ໂອ​ບາ​ມາ ກ່າວ​ຕອບ​ຄືນ​ວ່າ ສະຫະລັດ​ໄດ້​ທໍາ​ງານ​ຢ່າງໜັກ​ຮ່ວມ​ກັບ​ບັນດາ​ພັນທະ​ມິດ
​ເພື່ອນໍາເອົາ​ສັນຕິພາບ​ແລະ​ປະຊາທິປະ​ໄຕ ມາສູ່​ຂົງ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ​ແລະ​ທ່ານ
​ໄດ້​ຊີ້​ໄປ​ໃສ່​ປະ​ເທດ​ລີ​ເບຍ ​ເປັນ​ໂຕ​ຢ່າງ.

ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ: “​ໂດຍ​ບໍ່ຕ້ອງ​ໄດ້​ເອົາ​ທະຫານ​ໄປ​ສູ້​ລົບ​ຢູ່​ທີ່​ນັ້ນ ​ແລະ​ສິ້ນ​ເປືອງ​
ຄ່າ​ໃຊ້ຈ່າ​ຍໜ້ອຍ​ກ່ວາສອງ​ອາທິດ​ຢູ່​ໃນ​ອິຣັກ ພວກ​ເຮົາ​ກໍ ສາມ​າດ​ປົດ​ປ່ອຍປະ​ເທດ​
ນຶ່ງ ທີ່​ໄດ້​ຢູ່ໃຕ້ແອກ​ຂອງ​ຈອມຜະ​ເດັດ​ການ​ມາ​ເປັນ​ເວລາ 40 ປີ ຈອມ​ຜະ​ເດັດ​ການ​
ທີ່​ໄດ້​ສັງຫານ​ຊາວ​ອາ​ເມຣິກັນ ​ແລະ​ເຖິງ​ແມ່ນ​ໄດ້​ເກີດ​ໂສກ​ນາດຕະກໍາ​ດັ່ງກ່າວ​ນີ້
ກໍ​ຍັງ​ມີ​ປະຊາຊົນ​ລີ​ເບຍ ຫລາຍໆ​ໝື່ນ​ຄົນ ພາກັນ​ເດີນ​ຂະ​ບວນສະໜັບສະໜຸນ
ຫລັງ​ຈາກ ​ເຫດການ​ໃນ​ເມືອງ Benghazi ນັ້ນ​ແລະ​ຮ້ອງ​ເຊຍ​ວ່າ “ອາ​ເມຣິກາ​ແມ່ນ​
ມິດ​ຂອງ​ພວກ​ເຮົາ ​ແລະ​ພວກ​ເຮົາ​ຢືນຢັດ ​ຢູ່​ຄຽງ​ຂ້າງ​ເຂົາ​ເຈົ້າ.”


ກ່ຽວ​ກັບ​ເລື້ອງ​ອິຣ່ານນັ້ນ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ໄດ້​ສະ​ແດງ​ໃຫ້​ເຫັນ
​ເຖິງ​ຄວາມ​ເຂ້​ມ​ແຂງ ​ໂດຍ​ການ​ບັງຄັບ​ໃຊ້​ມາດຕາ​ການ​ລົງໂທດ​ທີ່​ຮຸນ​ແຮງ​ແລະ​ເຄ່ງ​ຄັດ​ທີ່​ສຸດ
ຕໍ່​ສາທາລະນະ​ລັດ​ອິສລາມ​ປະ​ເທດ​ນັ້ນ.

ສ່ວນ​ທ່ານ​ຣອມນີ​ເວົ້າ​ວ່າ ເວລາ​ນີ້ ໂລກ​ກໍາລັງ​ຢູ່​ຫ່າງ​ໄກ​ຈາກ​ປະ​ເທດ​ອິຣ່ານທີ່​ມີ​ອາ​ວຸດ​ນິວ​ເຄລຍ
ແຕ່​ພຽງ​ສີ່​ປີ​ເທົ່າ​ນັ້ນ ​ແລະ​ກ່າວ​ຕື່ມ​ວ່າ ພວກ​ ຜູ້ນໍາ​ອິຣ່ານ​ໄດ້​ແລ​ເຫັນ​ຄວາມ​ອ່ອນ​ແອ ​ໃນຈຸດ​ທີ່
​ພວກ​ເຂົາ​ຄາດໝາຍວ່າ ຈະ​ໄດ້​ເຫັນ​ຄວາມ​ເຂ້​ມ​ແຂງ​ຂອງ​ອາ​ເມຣິກາ​ນັ້ນ.

​ເມື່ອ​ຖືກ​ຖາມກ່ຽວ​ກັບ​ວ່າ ສິ່ງ​ໃດ​ແມ່ນ​ອັນທີ່ທ່ານ​ແລ​ເຫັນ​ວ່າ ​ເປັນ​ໄພ​ຂົ່ມຂູ່​ອັນ​ຮ້າຍ​ແຮງ​ທີ່​ສຸດ
ຕໍ່​ສະຫະລັດ​ນັ້ນ ທ່ານຣອມນີຕອບ​ວ່າ ​ແມ່ນ​ໂຄງການ​ນິວ​ເຄລຍຂອງ​ປະ​ເທດ​ອິຣ່ານ ຂະນະ​ທີ່​
ທ່າ​ນ​ໂອ​ບາ​ມາ​ຕອບ​ວ່າ ສໍາລັບ​ທ່ານ​ແລ້ວ ​ມັນ​ແມ່ນ​ຕາໜ່າງພວກ​ກໍ່​ການ​ຮ້າຍ ທີ່​ພວກ​ເຮົາ​ຈະ​
ຕ້ອງ​ໄດ້​ສືບຕໍ່​ເອົາ​ທ່າ​ທີລະ​ວັງ​ໂຕ​ຢູ່​ຕໍ່​ໄປ.
XS
SM
MD
LG