ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກຝ່າຍຄ້ານ ກໍາປູເຈຍ ປະທ້ວງ ການສໍ້ໂກງ ຄະແນນ ການເລືອກຕັ້ງ (ວີດີໂອ)


ທ່ານ ແຊມ ຣັງສີ ຫົວໜ້າພັກຝ່າຍຄ້ານ ກໍາປູເຈຍ
ທ່ານ ແຊມ ຣັງສີ ຫົວໜ້າພັກຝ່າຍຄ້ານ ກໍາປູເຈຍ
ປະຊາ​ຊົນ​ທີ່​ສະໜັບສະໜຸນ​ພັກ​ຝ່າຍ​ຄ້ານ​ຂອງ​ກໍາປູ​ເຈຍ ​ໄດ້​ພາກັນ​ເລີ່ມ​ທໍ​າ ການປະ​ທ້ວງ​ເປັນ​ເວລາ​ສາມ​ວັນ ທີ່​ກ່າວ​ຫາ​ວ່າ​ ມີການ​ສໍ້ໂກງຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ ບັ້ນ​ລ່າ​ສຸດ ​ຄື​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ.

ບັນດາ​ສະມາຊິກ​ພັກ​ກູ້​ຊາດ​ກໍາປູ​ເຈຍ ຫຼື CNRP ທັງຫຼາຍ​ໄດ້​ພາກັນ​ປະ​ທ້ວງ​ຢູ່​ຕາມ​ຖະ ໜົນ​ຫົນທາງ​ໃນ​ນະຄອນຫຼວງພະນົມ​ເປັນ​ ທີ່ນໍາພາ​ໂດຍ ທ່ານ ​ແຊມ ຣັງສີ ຫົວໜ້າ​ພັກ​ຝ່າຍ​ຄ້ານ​ນັ້ນ.

ພັກ​ຝ່າຍຄ້ານ CNRP ຂູ່​ທີ່ຈະ​ລວມຫົວ​ກັນ​ ບໍ່​ເຂົ້າຮ່ວມກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ນີ້ ຖ້າ​ຫາກ​ການ​ສືບສວນ​ສອບ​ສວນຢ່າງ​ເປັນ ອິດສະຫຼະ​ເບິ່ງຜົນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາຫາກ​ບໍ່​ເລີ້ມຂຶ້ນ.

ສານສູງ​ສຸດ​ຂອງ​ກໍາປູ​ເຈຍ ທີ່​ຄວບ​ຄຸມ​ໂດຍ​ພັກ​ປະຊາຊົນ​ກໍາປູ​ເຈຍ ທີ່​ປົກ ຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້​ໄດ້​ປະຕິ​ເສດ​ຕໍ່ຄໍາ​ຮ້ອງ​ຂໍ​ຂອງ​ພັກ​ຝ່າຍ​ຄ້ານ ​ເພື່ອ ​ໃຫ້​ທໍາ​ການ​ສື​ບສວນ​ສອບ​ສວນ ກ່ຽວ​ກັບ​ການ​ເລືອກ​ຕັ້ງນັ້ນ.

ເບິ່ງວີດີໂອ:

Cambodian Protest
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG