ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານສະບັບສຸດທ້າຍ ກ່ຽວກັບ ການໂຈມຕີຫໍລັດຖະສະພາ ທີ 6 ມັງກອນ ຊີ້ມືໃສ່ທ່ານ ທຣຳ


January 6 Committee Releases Final Report of Findings
please wait

No media source currently available

0:00 0:03:40 0:00

ຄະນະກຳມະການວັນທີ 6 ມັງກອນ ເປີດເຜີຍລາຍງານການຄົ້ນພົບສະບັບສຸດທ້າຍ.

ຄະ​ນະ​ກຳ​ມະ​ການ​ທີ່​ຖືກ​ຕັ້ງ​ຂຶ້ນ​ໂດຍ​ສະ​ພາ​ຕ່ຳ​ ເພື່ອ​ສືບ​ສວນ​ສອບ​ສວນ​ການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ໃນ​ວັນ​ທີ 6 ມັງ​ກອນ 2021, ເມື່ອວັນ​ພະ​ຫັດ​ວານນີ້​ໄດ້​ເປີດ​ເຜີຍ​ລາຍ​ງານ​ສະ​ບັບ​ສຸດ​ທ້າຍ, ເຊິ່ງ​ແມ່ນ​ເອ​ກະ​ສານ​ ທີ່​ຍາວ 845 ໜ້າ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ກ່າວ​ອ້າງ ​ຂອງ​ຄະ​ນະ​ກຳ​ມະ​ການ​ວ່າ​ ການ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນ​ເກີດ​ຂຶ້ນ​ໂດຍ​ກົງ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ ສະ​ແດງ​ໃຫ້​ເຫັນ​ການ​ກະ​ທຳ​ຄັ້ງ​ສຸດ​ທ້າຍ​ໃນ “ການ​ສົມ​ຮູ້​ຮ່ວມ​ຄິດກັບຫຼາຍ​ພາກ​ສ່ວນ​ເພື່ອ​ຕ່າວ​ປີ້ນ ​ຜົນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ປີ 2020 ທີ່​ຖືກ​ຕ້ອງ​ຕາມ​ກົດ​ ໝາຍ.”

ຜົນ​ງານ​ຂອງ​ການ​ສືບ​ສວນ​ສອບ​ສວນ ​ດົນ​ກວ່າ 17 ເດືອນນັ້ນ, ລາຍ​ງານ​ດັ່ງ​ກ່າວ​ແມ່ນ​ການ​ກັ່ນ​ຕອງຫຼັກ​ຖານ​ທີ່​ຖືກ​ເກັບ​ມາ​ຈາກ​ການ​ສຳ​ພາດ​ຜູ້​ເຫັນ​ເຫດ​ການຫຼາຍ​ພັນ​ຄົນ, ເອ​ກະ​ສານ ແລະການກວດ​ສອບ​ການ​ສື່​ສານ​ທາງ​ອີ​ເລັກ​ໂທ​ຣ​ນິກ. ອີງ​ຕາມ​ຄະ​ນະ​ກຳ​ມະ​ການ​ນັ້ນ, “ຫຼັກ​ຖານ​ດັ່ງ​ກ່າວ​ໄດ້​ນຳ​ໄປ​ສູ່​ການ​ສະຫຼຸບ​ທີ່​ສຳ​ຄັນ ແລະ ຕົງ​ໄປ​ຕົງ​ມາຄື: ສາ​ເຫດ​ໃຈ​ກາງ​ຂອງ​ເຫດ​ການ​ວັນ​ທີ 6 ມັງ​ກອນ​ແມ່ນມາ​ຈາກ​ຜູ້​ຊາຍ​ຄົນ​ນຶ່ງ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ຖືກ​ຕິດ​ຕາມ​ໂດຍຫຼາຍ​ຄົນ. ບໍ່​ມີ​ເຫດ​ການ​ໃດ​ໃນ​ວັນ​ທີ 6 ມັງ​ກອນ​ຈະ​ເກີດ​ຂຶ້ນ​ໄດ້​ຖ້າບໍ່​ມີ​ທ່ານ.”

ທ່ານ ທ​ຣຳ ເອງ​ໄດ້​ກ່າວ​ປະ​ນາມ​ຄະ​ນະ​ກຳ​ມະ​ການ ແລະ ວຽກ​ງານ​ຂອງ​ເຂົາ​ເຈົ້າ​ຢ່າງ​ເປັນ​ປະ​ຈຳ, ແລະ ໄດ້​ສືບ​ຕໍ່​ຢືນ​ຢັດຢ່າງບໍ່​ຖືກ​ຕ້ອງວ່າ “ການ​ເລືອກ​ຕັ້ງ 2020 ແມ່ນ​ໄດ້​ຖືກ​ລັກ​ໄປ​ຈາກ​ທ່ານ.

ນອກ​ຈາກ​ການ​ພິ​ລະ​ຈາ​ການ​ໂຈມ​ຕີ ​ຂອງ​ເຂົາ​ເຈົ້າ​ເອງ​ນັ້ນ, ລາຍ​ງານ​ໄດ້​ອະ​ທິບາຍ​ການ​ກົດ​ດັນ​ຂອງ​ທ່ານ​ທ​ຣຳ ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ, ລັດ, ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຍັດ ແລະ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນ​ສ໌ ເພື່ອ​ຄວບ​ຄຸມ​ລະ​ບົບ ຫຼື ລະ​ເມີດ​ກົດ​ໝາຍ.

ການ​ເປີດ​ເຜີຍ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ໃຫ້​ການ​ຄັ້ງ​ສຸດ​ທ້າຍ​ຂອງ​ຄະ​ນະ​ກຳ​ມະ​ການ, ທີ່​ຖືກ​ຈັດ​ຂຶ້ນ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ, ເຊິ່ງ​ສະ​ມາ​ຊິກຫຼາຍ​ຄົນ​ໄດ້​ກ່າວ​ຫາ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ກ່ຽວ​ກັບ ການ​ກະ​ທຳ​ຜິດ​ຫຼາຍ​ຢ່າງ ແລະ ໄດ້​ສະ​ເໜີ​ທ່ານ​ຕໍ່​ກະ​ຊວງ​ຍຸ​ຕິ​ທຳ​ສຳ​ລັບ​ການຟ້ອງ​ຮອງ​ດຳ​ເນີນ​ຄະ​ດີ. ຂໍ້​ກ່າວ​ຫາ​ຕ່າງໆ​ລວມ​ມີ​ການກໍ່​ຈະ​ລາ​ຈົນ, ການ​ຂັດ​ຂວາງການ​ດຳ​ເນີນ​ການ​ຂອງ​ເຈົ້າ​ໜ້າ​ທີ່, ການ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ສໍ້​ໂກງ ສະ​ຫະ​ລັດ ແລະ ການ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ທຳ​ການ​ຖະ​ແຫຼງ​ທີ່ບໍ່​ຖືກ​ຕ້ອງ.

ການ​ສະ​ເໜີ​ດັ່ງ​ກ່າວ​ຈະ​ບໍ່​ມີ​ນ້ຳ​ໜັກ​ທາງ​ກົດ​ໝາຍ, ແຕ່​ບັນ​ທຶກ​ທີ່​ຍືດ​ຍາວ​ທີ່​ຖືກ​ປະ​ກອບ​ໂດຍ​ຄະ​ນະ​ກຳ​ມະ​ການ​ນັ້ນ​ຈະ​ເພີ່ມຫຼັກ​ຖານ​ທີ່​ຖືກ​ເຕົ້າ​ໂຮມ​ໂດຍ​ກະ​ຊວງ​ຍຸ​ຕິ​ທຳ​ໃນ​ການ​ສືບ​ສວນ​ສອບ​ສວນ​ຂອງ​ເຂົາ​ເຈົ້າ​ເອງ ແລະ ອາດ​ມີ​ຜົນ​ກະ​ທົບ​ຕໍ່​ການ​ຕັດ​ສິນ​ຄັ້ງ​ສຸດ​ທ້າຍ​ວ່າ​ ຈະ​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG