ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂໍ້ຕົກລົງ ດ້ານນິວເຄລຍ ຂັ້ນສຸດທ້າຍ ກັບອີຣ່ານ ອາດພາດ ເສັ້ນຕາຍ


ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ.
ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammad Javad Zarif ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ.

ເຈົ້າໜ້າທີ່ສະຫະລັດ ແລະອີຣ່ານ ອອກເດີນທາງໃນວັນສຸກມື້ນີ້
ໄປຮ່ວມກອງປະຊຸມນິວເຄລຍຮອບສຸດທ້າຍທີ່ນະຄອນວຽນນາ ໃນຂະນະທີ່ເຈົ້າໜ້າທີ່ສະຫະລັດ ຍອມຮັບວ່າ ການຕົກລົງອາດ ຈະບໍ່ສາມາດບັນລຸໄດ້ທັນກັບເສັ້ນຕາຍໃນວັນທີ 30 ມິຖຸນານີ້ກໍ
ຕາມ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງລັດຖະບານສະຫະລັດ ກ່າວໃນ
ວັນພະຫັດວານນີ້ວ່າ ຄະນະເຈລະຈາຄາດຫວັງວ່າ ໃກ້ຈະບັນລຸ
ການຕົກລົງກັນ ພາຍໃນວັນທີ 30 ນີ້ຖ້າຫາກພວກທ່ານສາມາດ
ໄປເຖິງຈຸດນັ້ນໄດ້.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະລັດຖະມົນຕີການຕ່າງ ປະເທດອີຣ່ານ ທ່ານ Javad Zarif ອອກເດີນທາງໃນວັນສຸກມື້ນີ້ເພື່ອໄປຮ່ວມການເຈລະ ຈາແບບປິດລັບທີ່ຈັດຂຶ້ນຢູ່ໂຮງແຮມແຫ່ງນຶ່ງ ໃນນະຄອນວຽນນາ ປະເທດອອສເຕຣຍ.

ນອກນັ້ນແລ້ວ ຍັງເປັນທີ່ຄາດກັນວ່າ ພວກເຈົ້າໜ້າທີ່ຂັ້ນສູງຂອງປະເທດຕ່າງໆທີ່ປະກອບ ເປັນ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາດ ແລະ ເຢຍຣະມັນ ທີ່ເອີ້ນກັນວ່າ ກຸ່ມ P5+1 ນັ້ນ.

ເຈົ້າໜ້າທີ່ກ່າວວ່າ ຄະນະເຈລະຈາ ຍັງມີຄວາມໝັ້ນໝາຍ ຕໍ່ເສັ້ນຕາຍ ໃນວັນອັງຄານ ແຕ່ ອາດຈະພາດເປົ້າໝາຍໄປ ພຽງເລັກນ້ອຍ ເພື່ອຄ້ຳປະກັນວ່າ ການຕົກລົງທີ່ເໝາະສົມໄດ້ ບັນລຸກັນແທ້.

ເຈົ້າໜ້າທີ່ທ່ານນີ້ກ່າວວ່າ “ຖ້າພວກເຮົາຕ້ອງໃຊ້ເວລາໜ້ອຍນຶ່ງກາຍວັນທີ 30 ມິຖຸນາເພື່ອ ໃຫ້ມີເນື້ອໄນທີ່ຖືກຕ້ອງແລ້ວ ດັ່ງທີ່ຂ້າພະເຈົ້າໄດ້ກ່າວເມື່ອກີ້ນີ້ ສິ່ງສຳຄັນໃນທີ່ນີ້ແມ່ນເນື້ອ ຫາສາລະຂອງຂໍ້ຕົກລົງ ແລະພວກເຮົາຕ້ອງໄດ້ເຮັດໃຫ້ມັນຖືກ.”

ເຈົ້າໜ້າທີ່ກ່າວເຖິງການເຈລະຈາວ່າ ຫຍຸ້ງຍາກຫຼາຍ ແລະເວົ້າວ່າ ບັນຫາທີ່ຫຍຸ້ງຍາກຈຳ ນວນນຶ່ງ ແມ່ນບັນຫາທີ່ກຳລັງຫາທາງແກ້ໄຂກັນຢູ່ ໃນເວລານີ້. ເຈົ້າໜ້າທີ່ເວົ້າວ່າ ບັນຫາ ເຫຼົ່ານັ້ນ ແມ່ນຮວມທັງຂັ້ນຕອນໃນການບັນເທົາການລົງໂທດຕໍ່ອີຣ່ານ ແລະລາຍລະອຽດ ກ່ຽວກັບການເຂົ້າໄປກວດກາແລະຄວາມໂປ່ງໃສ່.

ອີຣ່ານໄດ້ບັນລຸຂອບຂໍ້ຕົກລົງດ້ານນິວເຄລຍກັບສະຫະລັດ ຣັດເຊຍ ຈີນ ຝຣັ່ງ ອັງກິດແລະ ເຢຍຣະມັນ ເມື່ອວັນທີ 2 ເມສາຜ່ານມາ. ເວລານີ້ ຄະນະເຈລະຈາ ພວມຊອກຫາຊ່ອງທາງ ເພື່ອໃຫ້ບັນລຸການຕົກລົງ ຂັ້ນສຸດທ້າຍ ທີ່ຈະຈຳກັດໂຄງການນິວເຄລຍ ຂອງອີຣ່ານ ເພື່ອ ແລກປ່ຽນກັບການບັນເທົາການລົງໂທດ.

ເຈົ້າໜ້າທີ່ອີຣ່ານຢາກໃຫ້ຍົກເລີກການລົງໂທດໃນທັນທີຖ້າຫາກບັນລຸການຕົກລົງກັນ ໃນ ຂະນະທີ່ກຸ່ມ P5+1 ຢາກໃຫ້ຍົກເລີກການລົງໂທດເປັນຂັ້ນໆໄປ.

US Iran Nuclear
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG