ຄອບຄົວຂອງທ່ານ ຈອຣ໌ຈ ເຮີເບີດທ໌ ວອກເກີ ບຸຊ (George Herbert Walker Bush)
ຈະກ່າວອຳລາ ປະທານາທິບໍດີຄົນທີ 41 ຂອງສະຫະລັດ ຢູ່ໃນພິທີສົ່ງສະການແບບສ່ວນ
ຕົວ ໃນວັນພະຫັດມື້ນີ້ ຢູ່ບ່ອນທີ່ທ່ານເລືອກເອົາເປັນບ້ານເຮືອນຂອງທ່ານໃນເມືອງຮຸສ
ຕັນ, ລັດເທັກຊັສ.
ເຮືອບິນທີ່ບັນຈຸສົບຂອງມື້ລາງ ປະທານາທິບໍດີດັ່ງກ່າວ ຈາກນະຄອນຫລວງວໍຊິງຕັນ ໄປ
ຍັງເມືອງຮຸສຕັນ ໃນຕອນແລງວັນພຸດວານນີ້ ແລະໄດ້ຖືກນຳໄປຍັງ ໂບດ Episcopal
ຂອງເຊັນທ໌ມາກຕິນ ເພື່ອເອົາໄປດອຍໄວ້ ຂ້າມຄືນ ເພື່ອໃຫ້ປະຊາຊົນໄດ້ລຽນແຖວກັນ
ໄປເຄົາລົບ ແລະເບິ່ງໂຮງສົບຂອງທ່ານບຸຊ ທີ່ຖືກຫຸ້ມຫໍ່ດ້ວຍທຸງຊາດສະຫະລັດ.
ຫລັງຈາກພິທີສົ່ງສະການສ່ວນຕົວໃນວັນພະຫັດມື້ນີ້ແລ້ວສົບຂອງອະດີດປະທານາທິບໍດີ
ຈະຖືກບັນທຸກໄປ ທາງລົດໄຟທີ່ຖືກອອກແບບມາເປັນພິເສດ ເພື່ອເອົາໄປຝັງ ຢູ່ຫໍສະໝຸດ
ປະທານາທິບໍດີຂອງທ່ານ ຢູ່ໃນດິນຂອງມະຫາວິທະຍາໄລ A&M ເທັກຊັສ ທີ່ຢູ່ທາງທິດ
ເໜືອ ແລະຫ່າງຈາກໂບດດັ່ງກ່າວ 120 ກິໂລແມັດ. ທ່ານຈະຖືກເອົາໄປນອນໄວ້ຢ່າງສະ
ຫງົບຢູ່ຄຽງຂ້າງທ່ານນາງ Barbara, ພັນລະຍາຂອງທ່ານທີ່ໄດ້ຢູ່ຮ່ວມກັນເປັນເວລາ 73
ປີ ທີ່ເສຍຊີວິດໄປໃນຕົ້ນປີນີ້ ແລະ ລູກສາວຂອງພວກເພິ່ນ, ຄືນາງ Robin ທີ່ເສຍຊີວິດ
ຍ້ອນພະຍາດມະເຮັງກິນເລືອດແຕ່ຕອນຍັງນ້ອຍນັ້ນ.
ເບິງວີດິໂອພິທີໄວ້ອາໄລແກ່ປະທານາທິບໍດີ George HW Bush
ປະທານາທິບໍດີສະຫະລັດ 5 ທ່ານ ໄດ້ໄປເຕົ້າໂຮມກັນ ຢູ່ໂບດພະວິຫານແຫ່ງຊາດ
ຫລື National Cathedral ຢູ່ນະຄອນວໍຊິງຕັນໃນວັນພຸດວານນີ້ ເພື່ອເຂົ້າຮ່ວມພິທີ
ສົ່ງສະການແບບທາງການຂອງທ່ານ ຈອຣ໌ຈ ເອັສ. ດັບເບິລຢູ. ບຸຊ (George H.W.
Bush) ທີ່ເສຍຊີວິດໄປ ໃນວັນສຸກແລ້ວນີ້ ທີ່ລັດເທັກຊັສ, ລວມອາຍຸໄດ້ 94 ປີ.
ພິທີສົ່ງສະການແບບທາງການຂອງທ່ານ George H.W. Bush
ທ່ານ ຈອຣ໌ຈ ດັບເບິລຢູ. ບຸຊ (George W. Bush), ຊຶ່ງເປັນລູກຊາຍຂອງເພິ່ນ ແລະ
ປະທານາທິບໍດີສະຫະລັດຄົນທີ 43 ໄດ້ກ່າວຕໍ່ແຂກທີ່ຖືກເຊີນ ຢູ່ທີ່ໂບດພະວິຫານ
ແຫ່ງຊາດ ຫລື National Cathedral ວ່າ "ເພິ່ນສອນໃຫ້ພວກເຮົາຮູ້ຈັກວ່າ ການຮັບ
ໃຊ້ປະຊາຊົນແມ່ນມີກຽດ ແລະຈຳເປັນ.” ທ່ານກ່າວເພີ້ມອີກວ່າ "ເພິ່ນມີຄວາມສາມາດ
ໃນການທີ່ຈະອຸທິດຕົນໃຫ້ແກ່ພາລະກິດຕ່າງໆ ຢ່າງມະຫາສານ.”