ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, 08 ມິຖຸນາ 2026

ນານາຊາດ ຍອມຮັບ ຂໍ້ຕົກລົງ ສະພາບ ອາກາດ ປາຣີ ຢ່າງເປັນ ເອກະສັນ

Nations Endorse Landmark Climate Deal in Paris
please wait

No media source currently available

0:00 0:02:58 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້

ບັນດາຜູ້ແທນຈາກ 196 ປະເທດ ທີ່ເຂົ້າຮ່ວມກອງປະຊຸມໃນນະ ຄອນຫຼວງ ປາຣີ ໄດ້ຮັບຮອງເອົາຂໍ້ຕົກລົງທີ່ມີ​ຄວາມສຳຄັນທາງປະ ຫວັດ​ສາດເພື່ອແກ້ໄຂບັນຫາໂລກຮ້ອນ. ຂໍ້ຕົກລົງນີ້ມີເປົ້າໝາຍ ເພື່ອຄວບ​ຄຸມການເພີ່ມຂຶ້ນຂອງ ອຸນຫະພູມ ໂລກບໍ່​ໃຫ້​ກາຍ 2 ອົງສາເຊວ ຊຽສ ຕ່ຳກວ່າລະດັບກ່ອນຍຸກອຸດສາຫະກຳ, ​ໂດຍສະ ໜອງເງິນທຶນ 100 ຕື້ໂດລາ ​ເຂົ້າໃນການລົງທຶນກ່ຽວ​ກັບສະພາບ ອາກາດ ໃຫ້ກັບບັນດາປະເທດທີ່ທຸກຍາກ, ທົບທວນຄວາມກ້າວ ໜ້າໃນທຸກໆ 5 ປີ, ແລະ ກຳນົດຈຸດສູງສຸດສຳລັບການປ່ອຍທາດ ຄາບອນໃຫ້ໄວເທົ່າທີ່ຈະໄວໄດ້. ຂໍ້ຕົກ ລົງນີ້ໄດ້ສະຫຼຸບການເຈລະ ຈາທີ່ໄດ້ດຳເນີນມາເປັນເວລາ 5 ປີ, ແລະ ກໍແມ່ນຂໍ້ຕົກລົງສະພາບ ອາກາດທີ່ມີຂອບເຂດກວ້າງຂວາງຕັ້ງແຕ່ຂໍ້​ຕົກລົງກຽວໂຕ ໃນປີ 1997. ນັກຂ່າວວີໂອເອປະຈຳ ຢູໂຣບ Luis Ramirez ລາຍງານຈາກນະຄອນຫຼວງ ປາຣີ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ລິງໂດຍກົງ

ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ Laurent Fabius ກ່າວວ່າ “ຂ້າພະ ເຈົ້າເຊື່ອວ່າ ການຕອບຮັບຕໍ່ຂໍ້ຕົກລົງນີ້​ແມ່ນ​ເປັນ​ໄປ​ໃນແງ່ບວກ. ຂ້າພະເຈົ້າ ບໍ່ເຫັນການຄັດຄ້ານໃດໆ. ຂໍ້ຕົກລົງສະພາບອາກາດປາຣີ ແມ່ນ​ເປັນ​ທີ່​ຍອມ ຮັບ.”

ການຕີໄມ້ຄ້ອນຕົກລົງໂດຍລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ Laurent Fabius ໄດ້ ສິ້ນສຸດຄຳຖາມກ່ຽວກັບສະພາບດິນຟ້າອາກາດປ່ຽນແປງ ທີ່ໄດ້ມີ​ການຕໍ່ລອງມາຫຼາຍຄ່ຳຄືນ ແລະ ເປັນອຳມະພາດມາຫຼາຍປີ.

ສຽງຮ້ອງເຊຍ​ໄດ້ດັງກ້ອງຂຶ້ນ ໃນບັນດາຜູ້ແທນ ຈາກເກືອບ 200 ປະເທດເຊິ່ງນັບ​ເປັນທຳອິດ ທີ່ເອກະສານຍາວ 31 ໜ້າໄດ້ມີ​ການເຫັນດີກ່ຽວ​ກັບ​ການ​ເຄື່ອນ​ໄຫວ ໄປຂ້າງໜ້າເພື່ອຄວບ ຄຸມການເພີ່ມຂຶ້ນຂອງອຸນຫະພູມໂລກ.

President Obama Statement on the Climate Agreement
please wait

No media source currently available

0:00 0:07:20 0:00
ລິງໂດຍກົງ

ໃນຕອນເຊົ້າຂອງວັນເສົາ, ພວກເຂົາເຈົ້າໄດ້ຍິນຄຳຮ້ອງຂໍຈາກເລຂາທິການໃຫຍ່ ສະຫະປະ ຊາຊາດ ທ່ານ Ban Ki-moon.

ທ່ານ Ban Ki-moon ກ່າວວ່າ “ເວລາໄດ້ມາເຖິງຈຸດເພື່ອຮັບຮູ້ວ່າ ຜົນປະ ໂຫຍດແຫ່ງຊາດ ແມ່ນມີປະໂຫຍດທີ່ສຸດໂດຍການປະຕິບັດໃຫ້ເປັນຜົນປະ ໂຫຍດທົ່ວໂລກ ແລະ ຄວາມ ພ້ອມພຽງສາມັກຄີກັນ.”

ບັນຫາໜຶ່ງທີ່ສຳຄັນທີ່ບໍ່ໄດ້ກ່າວຢູ່ໃນຮ່າງສັນຍາຂັ້ນສຸດທ້າຍແມ່ນບັນດາປະເທດ ທີ່ລ້ຳລວຍ ກວ່າ ແລະ ທຸກຍາກ ຄວນແບ່ງປັນຄວາມຮັບຜິດ ຊອບໃນຄ່າໃຊ້ຈ່າຍ ສຳລັບໂຄງການສະ ພາບດິນຟ້າອາກາດປ່ຽນແປງໄດ້ຫຼາຍເທົ່າໃດ.

ສິ່ງ​ໜຶ່ງ​ທີ່ເຮັດໃຫ້ການເຈລະຈາມີຄວາມສຳຄັນກໍແມ່ນ ການເຂົ້າຮ່ວມຂອງບັນດາ ຜູ້ນຳໂລກຈຳ ນວນຫຼວງຫຼາຍໃນຕອນເລີ່ມຕົ້ນ, ພ້ອມກັບຄວາມຕັ້ງໃຈທີ່ຈະ ປະຕິບັດໃນທາງເປັນກາງ ແລະ ເປັນສ່ວນລວມ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ “ນີ້ແມ່ນຈຸດພິກຜັນ, ນີ້ແມ່ນເວລາ ຊຶ່ງໃນທີ່ສຸດ ພວກເຮົາໄດ້ຕັດສິນໃຈວ່າພວກເຮົາຈະຮັກສາໂລກຂອງພວກ ເຮົາໄວ້, ມັນແມ່ນການທີ່ວ່າ ບັນດາປະເທດຂອງພວກເຮົາມີຄວາມຮູ້ສຶກຮີບ ດ່ວນ ກ່ຽວກັບສິ່ງທ້າທາຍນີ້ຮ່ວມກັນ ແລະ ຄວາມເປັນຈິງເພີ່ມຂຶ້ນ ເຊິ່ງມັນຢູ່ ໃນຄວາມສາມາດຂອງພວກເຮົາເພື່ອເຮັດບາງຢ່າງກ່ຽວ ກັບມັນ.”

ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ໄດ້ເຮັດວຽກໝົດມື້ໝົດເວັນ ເພື່ອເຮັດໃຫ້ຂໍ້ ຕົກລົງສະບັບນີ້ເກີດຂຶ້ນ, ປະກາດຄຳສັນຍາເພື່ອເພີ່ມການລົງທຶນ​ໃນ​ດ້ານອາກາດ ຂອງ ສະຫະລັດ ຂຶ້ນເປັນສອງເທົ່າ ປະມານ 800 ລ້ານໂດລາ ໃນບັນດາປະເທດທີ່ມີຄວາມສ່ຽງເປັນ ສ່ວນໃຫຍ່.

ຂໍ້ຕົກລົງໄດ້ເກີດຂຶ້ນທັງທີ່ວ່າມີການຄັດຄ້ານນຳໜ້າໂດຍປະເທດ ອິນເດຍ, ຈີນ, ຊາອູດີອາເຣ ເບຍ ແລະ ມາເລເຊຍ. ພວກເຂົາເຈົ້າໄດ້ໂຕ້ຖຽງວ່າ ບັນດາປະເທດ ອຸດສາຫະກຳຄວນແບກ ຮັບພາລະຫຼາຍກວ່ານີ້. ເສດຖະກິດຂອງບັນດາປະເທດ ດັ່ງກ່າວແມ່ນເພິ່ງພາອາໄສນ້ຳມັນທີ່​ມາ ຈາກຟອສຊິລ ແລະ ການຫັນມາໃຊ້ ພະລັງງານທີ່ສະອາດກວ່າຈະເປັນ ຄວາມເຈັບປວດ ຢ່າງພິເສດສຳລັບພວກ ເຂົາເຈົ້າ.

ເຈົ້າພາບຈັດກອງປະຊຸມໄດ້ຮຽກຮ້ອງໃຫ້ປະເທດຕ່າງໆໃຫ້ໃຊ້ຄວາມຄິດແບບ ສ່ວນລວມ. ທ່ານໄດ້ກ່າວວ່າ ຂໍ້ຕົກລົງຈະບໍ່ມີຄວາມສົມບູນແບບສຳລັບທຸກໆ​ຄົນ ຖ້າພວກເຂົາເຈົ້າອ່ານ ມັນດ້ວຍຜົນປະໂຫຍດທີ່ຢູ່ໃນຄວາມຄິດຂອງພວກເຂົາ ເຈົ້າເທົ່ານັ້ນ, ແລະ ໄດ້ຮຽກຮ້ອງໃຫ້ ພວກເຂົ້າເຈົ້າຮັບຮອງເອົາເພື່ອ​ເຫັນ​ແກ່ຜົນ ປະໂຫຍດສ່ວນລວມ.

ມີຄວາມບໍ່ເຕັມໃຈບາງຢ່າງຈາກບັນດາປະເທດ ອາຟຣິກາ,​ ແຕ່ວ່າໃນທີ່ສຸດ, ພວກ ເຂົາເຈົ້າກໍ ໄດ້ຍ່າງອອກໄປພ້ອມກັບເງິນຫຼາຍຕື້ໂດລາ ໃນຄຳສັນຍາຈາກ ຝຣັ່ງ ແລະ ປະເທດອື່ນໆເພື່ອ ໃຫ້ເງິນທຶນກັບໂຄງການພະລັງງານສະອາດຕ່າງໆ.

ທ່ານນາງ Edna Molewa ລັດຖະມົນຕີສິ່ງແວດລ້ອມ ປະເທດ ອາຟຣິກາໃຕ້ ກ່າວວ່າ “ມັນ ຈະບໍ່ມີວັນສົມບູນໄດ້. ມັນເປັນສະຖານະການທີ່ອາໄສເຊິ່ງກັນ ແລະກັນໃນການເຈລະຈາ. ແລະແນ່ນອນສິ່ງທີ່ອອກມາຈາກບ່ອນນີ້, ພວກ ເຮົາຈະຮູ້ວ່າມີບາງຄົນອາດຈະບໍ່ຍິນດີກ່ຽວ ກັບເລື່ອງນີ້ ເລື່ອງນັ້ນ ແລະ ເລື້ອຍໆ ໄປ. ແຕ່ວ່າພວກເຮົາກໍຢູ່ທີ່ນີ້.”

ຂໍ້ຕົກລົງຂັ້ນສຸດທ້າຍບໍ່ເປັນໄປຕາມເປົ້າໝາຍ 2 ອົງສາ ກ່ຽວກັບການເຮັດໃຫ້ ໂລກຮ້ອນຊ້າລົງ ແລະ ບັນດາປະເທດກຳລັງພັດທະນາບໍ່ໄດ້ຮັບການຊົດເຊີຍ ຕາມທີ່ພວກເຂົາເຈົ້າຕ້ອງການ ຈາກປະເທດທີ່ຮັ່ງມີ ສຳລັບຄວາມເສຍຫາຍທາງ ສິ່ງແວດລ້ອມ, ແຕ່ຜູ້ຈັດງານເອີ້ນມັນວ່າ ມີ​ຄວາມ​ສຳຄັນປະຫວັດສາດ ແລະ ກ່າວວ່າມັນເປັນຂີດໝາຍຍຸກໃໝ່ແຫ່ງຄວາມພະຍາຍາມ ຮ່ວມກັນ ແລະ ທົ່ວໂລກ ກ່ຽວກັບ ສະພາບດິນຟ້າອາກາດປ່ຽນແປງ.

Nations Adopt Climate Agreement at COP21 Conference

French Foreign Minister and president of the COP21 Laurent Fabius uses to hammer to to mark the adoption of the agreement while  United Nations climate chief Christiana Figueres looks on.
1/8 French Foreign Minister and president of the COP21 Laurent Fabius uses to hammer to to mark the adoption of the agreement while United Nations climate chief Christiana Figueres looks on.
Activists dressed like animals stage a die in during a demonstration in Paris.
2/8 Activists dressed like animals stage a die in during a demonstration in Paris.
Costumed activists demonstrate near the Eiffel Tower.
3/8 Costumed activists demonstrate near the Eiffel Tower.
A demonstrator is searched before a protest near the Eiffel Tower.
4/8 A demonstrator is searched before a protest near the Eiffel Tower.
Secretary of State John Kerry, left, talks with China's Special Representative on Climate Change Xie Zhenhua prior to the opening of the final COP21 conference.
5/8 Secretary of State John Kerry, left, talks with China's Special Representative on Climate Change Xie Zhenhua prior to the opening of the final COP21 conference.
Activists wait with their bear costume before a demonstration near the Eiffel Tower.
6/8 Activists wait with their bear costume before a demonstration near the Eiffel Tower.
Activists gather near the Eiffel Tower in Paris.
7/8 Activists gather near the Eiffel Tower in Paris.
United Nations Secretary General Ban Ki-moon, right, watches French President Francois Hollande hug United Nations climate chief Christiana Figueres.
8/8 United Nations Secretary General Ban Ki-moon, right, watches French President Francois Hollande hug United Nations climate chief Christiana Figueres.
Previous slide
Next slide

XS
SM
MD
LG