ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການທັບມ້າງ ສູນອົບພະຍົບ “jungle” ຫຼື ປ່າດົງ ທີ່ເມືອງ ກາແລ ເລີ່ມຂຶ້ນແລ້ວ


ຕຳຫຼວດປາບຈະລາຈົນ ຂອງຝຣັ່ງ ກວດສອບພື້ນທີ່ ໃນຂະນະທີ່ລົດດຸດ ດຸດເອົາທີ່ພັກຊົ່ວຄາວລົງ ໃນລະຫວ່າງການທັບມ້າງ ສູນອົບພະຍົບ ຊົ່ວຄາວ ທີ່ເອີ້ນວ່າ “jungle” ຫຼື ປ່າດົງ ໃນເມືອງທ່າ ກາແລ ຂອງຝຣັ່ງ, ວັນທີ 27 ຕຸລາ 2016.
ຕຳຫຼວດປາບຈະລາຈົນ ຂອງຝຣັ່ງ ກວດສອບພື້ນທີ່ ໃນຂະນະທີ່ລົດດຸດ ດຸດເອົາທີ່ພັກຊົ່ວຄາວລົງ ໃນລະຫວ່າງການທັບມ້າງ ສູນອົບພະຍົບ ຊົ່ວຄາວ ທີ່ເອີ້ນວ່າ “jungle” ຫຼື ປ່າດົງ ໃນເມືອງທ່າ ກາແລ ຂອງຝຣັ່ງ, ວັນທີ 27 ຕຸລາ 2016.

ການທັບມ້າງຂັ້ນສຸດທ້າຍ ໄດ້ເລີ່ມຕົ້ນຂຶ້ນ ໃນຕອນເຊົ້າວັນພະຫັດມື້ນີ້ ຢູ່ທີ່ສູນອົບພະຍົບ ຊົ່ວຄາວ ທີ່ເອີ້ນວ່າ “jungle” ຫຼື ປ່າດົງ ໃນເມືອງທ່າ ກາແລ ຂອງຝຣັ່ງ ຫຼັງຈາກທີ່ ທາງການຝຣັ່ງ ໄດ້ປະກາດມື້ນຶ່ງກ່ອນໜ້ານີ້ ວ່າ ສູນດັ່ງກ່າວເປົ່າວ່າງແລ້ວ.

ພວກຄົນງານ ໄດ້ໃຊ້ອຸປະກອນການກໍ່ສ້າງ ແລະເຄື່ອງກົນຈັກໜັກ ເພື່ອທັບມ້າງສິ່ງ ປຸກສ້າງທີ່ຢູ່ອາໄສຊົ່ວຄາວ ເຊິ່ງບາງສ່ວນໄດ້ຖືກຈູດເຜົາເສຍຫາຍໜັກ ໂດຍພວກ ອົບພະຍົບ ໃນວັນພຸດວານນີ້ ກ່ອນທີ່ພວກເຂົາເຈົ້າ ຈະຖືກບັງຄັບໃຫ້ຍົກຍ້າຍອອກໄປ.

ພວກພະນັກງານດັບເພີງ ໄດ້ດັບໄຟທີ່ຈູດ​ເຜົາໂດຍພວກອົບພະຍົບທີ່ກຳລັງ ຍົກຍ້າຍ ອອກໄປນັ້ນ ເຊິ່ງເປັນໄປຕາມປະເພນີ ໃນການເຜົາຕູບຂອງພວກເຂົາເຈົ້າ ເຖິງແມ່ນວ່າ ໄດ້ຖືກບອກບໍ່ໃຫ້ເຮັດເຊັ່ນນັ້ນກໍຕາມ.

ບັນດາເຈົ້າໜ້າທີ່ຝຣັ່ງ ໄດ້ດຳ​ເນີນ​ງານ​ເພື່ອມ້ຽນມັດ ​ໃນອັນທີ່ໄດ້ກາຍ ເປັນສັນຍາລັກ ຂອງວິກິດການອົບພະຍົບ​ໃນຢູໂຣບ ແລະ ການຕັ້ງຖິ່ນຖານໃໝ່ໃຫ້ແກ່ຊາວອົບພະຍົບ ຜູ້ທີ່ໄດ້ອາໄສຢູ່ໃນສະພາບທີ່ໂຫດຮ້າຍ ໃນສູນອົບພະຍົບດັ່ງກ່າວ.

ຕຳຫຼວດປາບຈະລາຈົນ ຂອງຝຣັ່ງ ກວດສອບພື້ນທີ່ ຂະນະທີ່ ພວກພະນັກງານ ແລະ ເຄື່ອງກົນຈັກໜັກ ສືບຕໍ່ທັບມ້າງທີ່ຢູ່ອາໄສຊົ່ວຄາວລົງ ແລະ ຕູບຕ່າງໆ ຢູ່ໃນສູນອົບພະຍົບ ທີ່ເອີ້ນວ່າ "Jungle" ຫຼືປ່າດົງ ໃນເມືອງທ່າ Calais, ຂອງຝຣັ່ງ, ວັນທີ 27 ຕຸລາ 2016.
ຕຳຫຼວດປາບຈະລາຈົນ ຂອງຝຣັ່ງ ກວດສອບພື້ນທີ່ ຂະນະທີ່ ພວກພະນັກງານ ແລະ ເຄື່ອງກົນຈັກໜັກ ສືບຕໍ່ທັບມ້າງທີ່ຢູ່ອາໄສຊົ່ວຄາວລົງ ແລະ ຕູບຕ່າງໆ ຢູ່ໃນສູນອົບພະຍົບ ທີ່ເອີ້ນວ່າ "Jungle" ຫຼືປ່າດົງ ໃນເມືອງທ່າ Calais, ຂອງຝຣັ່ງ, ວັນທີ 27 ຕຸລາ 2016.

ໂຄສົກຂອງທາງການໃນພາກພື້ນ ໄດ້ກ່າວວ່າ ອົບພະຍົບຄົນໜຶ່ງ ໄດ້ຖືກສົ່ງໄປຮັກສາ ບາດແຜເລັກນ້ອຍ ຢູ່ທີ່ໂຮງໝໍ. ມີອົບພະຍົບປະມານ 100 ຄົນ ໄດ້ຖືກຍົກຍ້າຍອອກໄປ ເມື່ອຕອນແລງ ວັນອັງຄານ ແລະ ຕອນເຊົ້າວັນພຸດ ວານ​ນີ້.

ທາງການຂອງຝຣັ່ງກ່າວວ່າ ປະມານ 4,000 ຄົນ ໄດ້ຖືກຂົນສົ່ງໄປຍັງສູນຕ້ອນຮັບ ຫຼາຍໆແຫ່ງ ທົ່ວຝຣັ່ງ ນັບຕັ້ງແຕ່ໄດ້ເລີ່ມຕົ້ນ ການທັບມ້າງສູນອົບພະຍົບໃນເມືອງທ່າ ກາແລ ເມື່ອວັນຈັນ ເປັນຕົ້ນມາ.

ເຈົ້າໜ້າທີ່ເທດສະບານເມືອງທ່າ ກາແລ ທ່ານ Fabienne Buccio ໄດ້ກ່າວຕໍ່ບັນດາ ນັກຂ່າວ ໃນວັນພະຫັດມື້ນີ້ ວ່າ ພວກອົບພະຍົບໃໝ່ ຢູ່ທີ່ສູນ​ແຫ່ງ​ນີ້ຈະບໍ່ຖືກສົ່ງ​ໄປຕັ້ງ ຖິ່ນຖານ ໂດຍເຈົ້າໜ້າທີ່ທ້ອງຖິ່ນ ແລະ ສູນຕັ້ງຖິ່ນຖານ ທີ່ມີຢູ່ກັບທີ່ນັ້ນ ຊຶ່ງໄດ້ສົ່ງພວກ ອົບພະຍົບ ໄປຍັງສູນຕ້ອນຮັບຕ່າງໆ​ໃນທົ່ວປະເທດ ຊຶ່ງ​ປັດຈຸບັນ​ນີ້ ໄດ້ຖືກປິດໄປແລ້ວ.

ທ່ານເວົ້າວ່າ “ມັນບໍ່ແມ່ນບົດບາດຂອງ ກາແລ ທີ່ຈະຮັບເອົາຊາວອົບພະຍົບທັງໝົດ ຂອງຢູໂຣບ. ພວກເຮົາບໍ່ຢາກສ້າງຊ່ອງວ່າງ. ພວກເຮົາໄດ້ຂໍໃຫ້ພວກອົບພະຍົບ ທີ່ມາໃໝ່ ໃຫ້ກະແຈກກະຈາຍກັນອອກໄປ.”

ທ່ານ Buccio ໄດ້ກ່າວວ່າ ສູນດັ່ງກ່າວນີ້ ເຊິ່ງໄດ້ຖືກນຳໃຊ້ເປັນທີ່ພັກອາໄສຊົ່ວຄາວ ໃຫ້ແກ່ພວກອົບພະຍົບ ລະຫວ່າງ 6,000 ຫາ 8,000 ຄົນ ຈະຖືກມ້ຽນມັດຢ່າງລະອຽດ ພາຍໃນຕອນເຊົ້າວັນຈັນຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

EU Migrants
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG