ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ ຄລິນຕັນ ຍາດໄດ້ໄຊຊະນະ ຈາກທ່ານ ແຊນເດີສ໌ ໃນການ ເລືອກຕັ້ງຂັ້ນຕົ້ນ ຂອງພັກ ໃນລັດ South Carolina


Clinton Overwhelms Sanders in South Carolina Primary
please wait

No media source currently available

0:00 0:02:56 0:00

ເຊີນຊົມ ວີດີໂອ ລາຍງານນີ້

ທ່ານນາງ Hillary Clinton ໄດ້ຮັບໄຊຊະນະ ຢ່າງງ່າຍດາຍ
ໃນການເລືອກຕັ້ງປະທານາທິບໍດີ ຂັ້ນຕົ້ນ ຂອງພັກເດໂມແຄຣັດ
ໃນລັດ South Carolina ທີ່ໄດ້ສ້າງຖານະອັນໜຽວແໜ້ນ ເປັນ
ຜູ້ນຳໜ້າ ແລະ ໄດ້ຜາບແພ້ ທ່ານ Bernie Sanders ຄູ່ແຂ່ງທີ່
ສຳຄັນ ກ່ອນໜ້າ ການແຂ່ງຂັນເພື່ອຈະຖືກສະເໜີຊື່ ທີ່ສຳຄັນ
ທີ່ສຸດ ສຳລັບ Super Tuesday ຫຼື ວັນອັງຄານສຸດຍອດ.

ທ່ານນາງຄລິນຕັນ ໄດ້ຮັບໄຊຊະນະການສະໜັບສະໜູນ ເກືອບ
3 ສ່ວນ 4 ຈາກພວກເດໂມແຄຣັດ ຜູ້ທີ່ໄດ້ໄປໃຊ້ສິດອອກສຽງ
ໃນລັດທຳອິດຂອງພາກໃຕ້ ໃນລະຫວ່າງລະດູການເລືອກຕັ້ງ
ປະທານາທິບໍດີ ຂັ້ນຕົ້ນ.

ຜູ້ສະໝັກ ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ໂອ້ລົມກັບບັນດາຜູ້ສະໜັບສະໜູນ ຫຼັງຈາກທີ່ໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕົ້ນ ໃນລັດ South Carolina ຂອງພັກເດໂມແຄຣັດ ທີ່ເມືອງ Columbia, ວັນທີ 27 ກຸມພາ 2016. (W. Gallo/VOA)
ຜູ້ສະໝັກ ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ໂອ້ລົມກັບບັນດາຜູ້ສະໜັບສະໜູນ ຫຼັງຈາກທີ່ໄດ້ຮັບໄຊຊະນະ ການເລືອກຕັ້ງຂັ້ນຕົ້ນ ໃນລັດ South Carolina ຂອງພັກເດໂມແຄຣັດ ທີ່ເມືອງ Columbia, ວັນທີ 27 ກຸມພາ 2016. (W. Gallo/VOA)

​ຜົນການເລືອກຕັ້ງ ແມ່ນບໍ່ເຄີຍມີ ການສົງໄສໃດໆເລີຍ ມີແຕ່ພຽງຄຳຖາມດຽວ ກໍແມ່ນວ່າ
ທ່ານ ແຊນເດີສ໌ ສະມາຊິກສະພາສູງ ຈາກລັດ Vermont ຂອງສະຫະລັດ ຈະສາມາດ
ເຮັດໃຫ້ຄວາມແຕກຕ່າງເຂົ້າໄກ້ກັນໄດ້ ຫຼືບໍ່ ສຳລັບຄະແນນສຽງ ເກືອບ 30 ເປີເຊັນ ທີ່
ຕົນຢູ່ຫ່າງໄກ ໃນອັນທີ່ເປັນການຢັ່ງຫາງສຽງຄວາມຄິດເຫັນ ເມື່ອບໍ່ນານມານີ້.

ກຸ່ມໂຄສະນາຫາສຽງຂອງທ່ານ Sanders ໄດ້ເປີດເຜີຍ ຢ່າງວ່ອງໄວ ໃນຖະແຫລງການ
ສະບັບໜຶ່ງ ຈາກ ທ່ານ Sanders ຜູ້ສະໝັກ ທີ່ສະແດງຄວາມຍິນດີ ຕໍ່ໄຊຊະນະຂອງ
ທ່ານນາງ ຄລິນຕັນ.

ສ່ວນທ່ານນາງ ຄລິນຕັນ ກໍໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນ ທີ່ກຳລັງຮ້ອງເຊຍ ໃນຄ່ຳ
ຄືນການເຕົ້າໂຮມຊຸມນຸມ ຢູ່ທີ່ນັ້ນ ວ່າ “ມື້ອື່ນ ການໂຄສະນາຫາສຽງນີ້ ຈະໄປທົ່ວປະເທດ.”

South Carolina Primary
please wait

No media source currently available

0:00 0:02:10 0:00

ທ່ານນາງ ຄລິນຕັນ ອະດີດລັດຖະມົນຕີຕ່າງປະເທດ ແລະເປັນພັນລະຍາອະດີດ ປະທາ
ນາທິບໍດີ ບັດນີ້ຈະ ໄດ້ຮັບໄຊຊະນະ ຫຼື ຈາວກັນ ໃນ 3 ຄັ້ງ ຂອງການແຂ່ງຂັນເລືອກຕັ້ງ
ຂັ້ນຕົ້ນຂອງພັກເດໂມແຄຣັດ 4 ຄັ້ງທຳອິດຜ່ານມາ ແລະ ໄດ້ເປັນຜູ້ນຳໜ້າ ໃນການຢັ່ງ ຫາງສຽງຄວາມຄິດເຫັນ ຢູ່ຫຼາຍໆລັດ ທີ່ມີກຳນົດຈະລົງຄະແນນສຽງ ໃນວັນອັງຄານມື້ຮືນີ້.

ໃນຂະນະທີ່ ໂອ້ລົມກັບບັນດານັກຂ່າວ ຢູ່ທີ່ສະໜາມບິນ ລັດ Minnesota ນັ້ນ ທ່ານ
ແຊນເດີສ໌ ໄດ້ເວົ້າວ່າ “ໃນວົງການເມືອງແລ້ວ ຄ່ຳຄືນໃດໜຶ່ງ ບາງຄັ້ງ ທ່ານຈະຊະນະ
ບາງຄັ້ງ ທ່ານຈະເສຍໄຊ. ໃນຄ່ຳຄືນນີ້ ພວກເຮົາເສຍໄຊ.”
ກ່ອນທີ່ຈະກ່າວຖະແຫລງ
ຕໍ່ການເຕົ້າໂຮມຊຸມນຸມ ໃນເມືອງ Rochester ໃນລັດ Minnesotaບ່ອນທີ່ບັນດາຜູ້ມີສິດ
ອອກສຽງ ຈະຕັດສິນໃຈ ລະຫວ່າງ ສອງວັນອັງຄານ ຈະມາເຖິງນີ້ ທ່ານ ແຊນເດີສ໌ ຈະກ່າວເຖິງ ການແຂ່ງຂັນ 11 ຄັ້ງ ໃນ 3 ມື້ ທີ່ຜ່ານມາດັ່ງນີ້: “ພວກເຮົາ ຕັ້ງໃຈທີ່ຈະໄດ້
ຮັບໄຊຊະນະ ເປັນຈຳນວນຫຼາຍ.”

ທ່ານ Jim Guth ອາຈານ ລັດຖະສາດ ຢູ່ທີ່ມະຫາວິທະຍາໄລ Furman ທີ່ເມືອງ
Greenville ຂອງລັດ South Carolina ກ່າວວ່າ ໄຊຊະນະ ໃນລັດ South Carolina
ເປັນທີ່ໜ້າສັງເກດໄດ້ວ່າ ມັນປາກົດວ່າ ຄວາມນິຍົມຊົມຊອບ ສຳລັບທ່ານນາງ ຄລິນຕັນ
ຍັງຄົງແຂງແກ່ນຢູ່ ໃນບັນດາຝຸງຊົນກຸ່ມນ້ອຍ.

South Carolina Democrats Discuss Presidential Preferences
please wait

No media source currently available

0:00 0:01:24 0:00
XS
SM
MD
LG