ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງ​ກຳ​ລັງ SDF ຜ່ອ​ນ​ການ​ໂຈມ​ຕີ ໃນ​ດິນ​ແດນ ​ແຫ່ງ​ສຸດ​ທ້າຍ​ ຂອງ​ພວກ IS


ຜູ້​ຊາຍ​ທີ່​ຖືກ​ສົງ​ໄສວ່າ​ເປັນ​ນັກ​ຮົບ​ລັດ​ອິ​ສ​ລາມ ຍ່າງ​ທາງ​ຂ້າງ​ສະ​ພາ​ຊິກກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ນຳ​ໜ້າ​ໂດຍ​ຊາວ ເຄີດ. ເມືອງ ບາ​ກຸ​ສ, ປະ​ເທດ ຊີ​ເຣຍ. 27 ກຸມ​ພາ, 2019.
ຜູ້​ຊາຍ​ທີ່​ຖືກ​ສົງ​ໄສວ່າ​ເປັນ​ນັກ​ຮົບ​ລັດ​ອິ​ສ​ລາມ ຍ່າງ​ທາງ​ຂ້າງ​ສະ​ພາ​ຊິກກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ນຳ​ໜ້າ​ໂດຍ​ຊາວ ເຄີດ. ເມືອງ ບາ​ກຸ​ສ, ປະ​ເທດ ຊີ​ເຣຍ. 27 ກຸມ​ພາ, 2019.

ການ​ໂຈມ​ຕີ​ຢູ່ເຂດ​ແດນ​ແຫ່ງ​ສຸດ​ທ້າຍ ​ທີ່​ຖືກ​ອ້າງວ່າ​ເປັນ​ເມືອງ​ຫຼວງ​ຂອງ​ກຸ່ມກໍ່​ການ​ຮ້າຍ
ລັດອິສລາມ ໃນປະເທດ ຊີເຣຍ ນັ້ນ ໄດ້ຊັກຊ້າລົງ ໃນຂະນະທີ່ມັນໄດ້ກ້າວເຂົ້າສູ່ມື້ທີ
ສາມເຕັມໆ, ພ້ອມກັບກອງກຳລັງທີ່ໄດ້ຮັບການໜູນຫຼັງ ໂດຍ ສະຫະລັດ ທີ່ປະກາດ
ການເລື່ອນເວລາ ຍ້ອນຍັງມີພົນລະເຮືອນອາໄສຢູ່, ເຊິ່ງຫຼາຍຄົນໃນນັ້ນ ໄດ້ຖືກໃຊ້ເປັນ
ເຄື່ອງກຳບັງມະນຸດ.

ທ່ານ ມຸ​ສ​ຕາ​ຟາ ບາ​ລີ, ໂຄ​ສົກ​ສຳ​ລັບ​ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ຫຼື SDF ໄດ້​
ປະກາດໃນທວິດເຕີ ເມື່ອຕອນແລງວັນອາທິດວານນີ້ວ່າ “ພວກເຮົາໄດ້ຜ່ອນການໂຈມ
ຕີໃນເມືອງ ບາກຸສ ລົງ ຍ້ອນມີພົນລະເຮືອນຈຳນວນໜ້ອຍນຶ່ງຖືກພວກ ແດສ ຈັບມາ
ເປັນເຄື່ອງກຳບັງມະນຸດ.”

ທ່ານ ບາ​ລີ ບໍ່​ໄດ້​ເວົ້າ​ວ່າ ມີ​ການ​ດຳ​ເນີນ​ການ​ແນວ​ໃດ​ແດ່ ​ເພື່ອ​ນຳ​ເອົາ​ພວກ​ພົນ​ລະ​
ເຮືອນອອກມາຈາກເມືອງ ບາກຸສ ແລະ ໜີອອກມາຈາກອັນຕະລາຍ, ແນວໃດກໍຕາມ
ທ່ານໄດ້ເຕືອນວ່າ ການຫຼຸດຜ່ອນການຕໍ່ສູ້ຈະບໍ່ແກ່ຍາວອອກໄປດົນ.

ທ່ານ​ໄດ້​ຂຽນ​ດ້ວຍ​ການ​ໃຊ້​ຊື່​ຫຍໍ້​ສຳ​ລັບ​ກຸ່ມ​ກໍ່​ການ​ຮ້າຍ​ວ່າ “ພວກ​ເຮົາ​ຢືນ​ຢັນ​ວ່າ ການ​
ຕໍ່ສູ້ເພື່ອຍຶດຄືນ ເຂດຄວບຄຸມແຫ່ງສຸດທ້າຍຂອງພວກ ISIS ຈະຈົບລົງໃນໄວໆນີ້.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ພັນ​ທະ​ມິດ ທຳ​ອິດ​ໄດ້​ຍົກ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ມີ​ພົນ​
ລະເຮືອນອາໄສຢູ່ ໃນຕອນເຊົ້າວັນດັ່ງກ່າວ, ໂດຍເນັ້ນເຖິງລັກສະນະຄວາມໂຫດຮ້າຍ
ຂອງການຕໍ່ສູ້.

ໂຄ​ສົກ​ພັນ​ທະ​ມິດ ​ພັນ​ເອກ ຊອນ ຣາຍ​ອັນ ໄດ້​ກ່າວ​ວ່າ “ພັນ​ທະ​ມິດ​ເຊື່ອ​ວ່າ ພວກ ISIS
ຍັງຄົງໃຊ້ພົນລະເຮືອນເປັນເຄື່ອງກຳບັງມະນຸດ, ແລະ ໄດ້ລ່ວງລະເມີດກົດໝາຍຂອງ
ສົງຄາມຢ່າງຊັດເຈນ.”

ກົນ​ລະ​ຍຸດ​ຂອງ​ພວກ IS ໃນ​ການ​ໃຊ້​ມະ​ນຸດ​ເປັນ​ເຄື່ອງ​ກຳ​ບັງ​ບໍ່​ແມ່ນ​ສິ່ງ​ທີ່​ໃໝ່. ແຕ່​ມັນ
ໄດ້ຂັດກັບການຢືນຢັນ ໂດຍບັນດາເຈົ້າໜ້າທີ່ກອງກຳລັງ SDF ບາງຄົນ, ຜູ້ທີ່ໄດ້ເວົ້າ
ວ່າ ການໂຈມຕີຄັ້ງສຸດທ້າຍຈະບໍ່ເລີ່ມຂຶ້ນຈົນກວ່າພົນລະເຮືອນທຸກຄົນຈະໄດ້ຖືກຍົກ
ຍ້າຍອອກຈາກດິນແດນທີ່ພວກ IS ຍຶດຄອງເສຍກ່ອນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG