ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຕໍ່​ສູ້ ຄັ້ງ​ສຸດ​ທ້າຍ ກັບເມ​ືອງ​ຫຼວງ​ຂອງພວກ ​ລັດ​ອິ​ສ​ລາມ ຈະ​ຈົບ​ລົງ​ໄວໆ​ນີ້


ພວກ​ຜູ້​ຊາຍ​ທີ່​ສົງ​ໄສວ່າ ເປັນ​ພວກ​ນັກ​ລົບ​ລັດ​ອິສລາມ ກຳ​ລັງ​ຍ່າງ​ຢູ່​ກັບ ສະ​ມາ​ຊິກ​ຂອງກອງກຳ​ລັງປະ​ຊາ​ທິ​ປະ​ໄຕ ທີ່​ນຳ​ໜ້າ​ໂດຍ ຊາວ ​ເຄີດ.
ພວກ​ຜູ້​ຊາຍ​ທີ່​ສົງ​ໄສວ່າ ເປັນ​ພວກ​ນັກ​ລົບ​ລັດ​ອິສລາມ ກຳ​ລັງ​ຍ່າງ​ຢູ່​ກັບ ສະ​ມາ​ຊິກ​ຂອງກອງກຳ​ລັງປະ​ຊາ​ທິ​ປະ​ໄຕ ທີ່​ນຳ​ໜ້າ​ໂດຍ ຊາວ ​ເຄີດ.

ເວ​ລາ​ແມ່ນກຳ​ລັງໃກ້ຈະ​ໝົດ​ລົງ ສຳ​ລັບ​ພວກ​ນັກ​ລົບ​ທີ່​ປ້ອງ​ກັນ​ພື້ນ​ທີ່ແຫ່ງ​ສຸດ​ທ້າຍ​ຂອງ
ເມືອງຫຼວງ​ທີ່​ປະ​ກາດ​ຂຶ້ນ​ມາ​ເອງ​ຂອງ​ພວກ​ລັດ​ອິ​ສ​ລາມ.

ກຳ​ລັງທີ່​ໄດ້​ຮັບ​ການໜູນ​ຫຼັງໂດຍ​ສະ​ຫະ​ລັດ ປະ​ມານ 15,000 ຄົນ​ຢູ່​ໃນ​ຊີ​ເຣຍ ໄດ້​ເລີ້ມ
​ໂຈມ​ຕີ​ເທື່ອ​ສຸດ​ທ້າຍ​ຂອງ​ເຂົາ​ເຈົ້າ ​ຢູ່​ໃນ​ເຂດ​ວົງ​ອ້ອມຂະ​ໜາດນ້ອຍ​ຂອງ​ລັດ​ອິ​ສ​ລາມ ​
ໃນ​ບ້ານ ບາ​ກຸ​ສ ທີ່​ຕັ້ງ​ຢູ່ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຂອງ ຊີ​ເຣຍ ໃນ​ຕອນ​ແລງວັນ​ສຸກ
ທີ່​ຜ່ານ​ມາ, ເຊິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ ​ສະ​ຫະ​ລັດ ແລະ​ ເຮືອ​ບິນ​ກຳ​ລັງແນວ
​ໂຮມ ແລະ ​ປືນ​ໃຫຍ່.

ຕົກ​ມາ​ເຖິງວັນ​ເສົາ​ຕອນ​ເຊົ້າວານນີ້ ເຖິງ​ແມ່ນ​ມີ​ການ​ສູ້​ລົບ​ໜັກຢູ່​ນັ້ນ, ພວກ​ເຈົ້າ​ໜ້າ​ທີ່​
ໝັ້ນ​ໃຈ​ວ່າ ​ການ​ສູ້​ລົບ​ຍັງຈະ​ມີຍັງອີກບໍ່​ດົນ.

ໂຄ​ສົກ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ທ່ານ​ ມູ​ສ​ຕາ​ຟາ ບາ​ລີ ໄດ້​ຂຽນ​ຂໍ້​ຄວາມ​ໃນ
​ທວິດເຕີ ໃນ​ວັນ​ເສົາ​ມື້​ນີ້​ວ່າ “ພວກ​ເຮົາ​ຄາດ​ວ່າ​ ມັນຈະ​ຈົບ​ລົງ​ໃນໄວໆ​ນີ້.”

ກ່ອນ​ໜ້ານີ້ ທ່ານ ​ບາ​ລີ ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າກອງ​ກຳ​ລັງ SDF ໄດ້​ສູ້​ລົບຈາກ​ຖະ​ໜົນຫ​າ
​ອີກ​ຖະ​ໜົນ​ນຶ່ງ ກັບພວກ​ນັກ​ລົບ​ອິ​ສ​ລາມ ທີ່ປ້ອງ​ກັນທີ່​ດິນນ້ອຍໆປົກ​ຄຸມ​ດ້ວຍ​ຕູບ​ຜ້າ
ແລະ ຕຶກ​ທີ່​ຫັກ​ພັງ.

ພວກ​ນັກ​ລົບ​ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ຢືນ​ຢູ່​ໃກ້​ກັບ​ໝູ່​ບ້ານບາກຸສ ໃນ​ແຂວງ​ເດີ​ຣ ອາງ ຊໍ​ຣ ຊີ​ເຮຍ ວັນ​ທີ 1 ກຸມ​ພາ 2019.
ພວກ​ນັກ​ລົບ​ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ຢືນ​ຢູ່​ໃກ້​ກັບ​ໝູ່​ບ້ານບາກຸສ ໃນ​ແຂວງ​ເດີ​ຣ ອາງ ຊໍ​ຣ ຊີ​ເຮຍ ວັນ​ທີ 1 ກຸມ​ພາ 2019.

ທ່ານ​ ບາ​ລີ ໄດ້​ກ່າວ​ວ່າ ອາ​ວຸດ​ໜັກ​ຕ່າງໆ​ຍັງ​ໄດ້​ຖືກ​ໃຊ້. ພວກ​ຫົວ​ຮຸ່ນ​ແຮງ​ຍັງ​ໄດ້​ວາງ​
ລະ​ເບີດ ແລະ ໃຊ້ລະ​ເບີດ​ສະ​ແຫວງ​ເຄື່ອງ ແລະ ​ລະ​ເບີດ​ຕ່າງໆໄດ້​ແຕກ​ໃນ​ຂະ​ນະ​ທີ່
ກອງກຳ​ລັງ SDF ເຄື່ອນ​ກຳ​ລັງ​ເຂົ້າ​ໄປ.

ອີງ​ຕາມ​ໂຄ​ສົກຂອງ​ພວກ​ທະ​ຫານ​ບ້ານ​ຊາວເຄີດ YPG ເຊິ່ງໄດ້​ມີສ່ວນຮ່ວມ​ໃນ​ການ​
ສູ້​ລົບ​ຕ້ານ​ລັດ​ອິ​ສ​ລາມ ນັ້ນ, ກອງ​ກຳ​ລັງ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ຈາກ ສະ​ຫະ​ລັດ ຢ່າງ​
ໜ້ອຍ​ສີ່​ຄົນໄດ້​ຮັບ​ບາດ​ເຈັບ.

ພວກ​ເຈົ້າ​ໜ້າ​ທີ່ SDF ກ່າວ​ວ່າ ພວກ​ນັກ​ລົບອິ​ສ​ລາມ ໄດ້ຖືກ​ຂ້າ​ຕາຍ ແຕ່​ປະ​ຕິ​ເສດ​ທີ່
​ຈະ​ໃຫ້ຕົວ​ເລກ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG