ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ການ​ບຸກ​ໂຈມ​ຕີ ຕໍ່​ທີ່​ໝັ້ນ ແຫ່ງ​ສຸດ​ທ້າຍ ຂອງ ກຸ່ມ​ລັດ​ອິ​ສ​ລາມ ໃນ​ຊີ​ເຣຍ ພວມ​ດຳ​ເນີນ​ຢູ່


ນັກ​ລົບ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ຢືນ​ຢູ່ໃກ້ໆ​ບ້ານ​ບາ​ກຸ​ສ ໃນແຂວງ ເດຍ ອາ​ລ ຊໍ ປະ​ເທດ​ຊີ​ເຣຍ. (1 ມີ​ນາ 2019)
ນັກ​ລົບ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ຢືນ​ຢູ່ໃກ້ໆ​ບ້ານ​ບາ​ກຸ​ສ ໃນແຂວງ ເດຍ ອາ​ລ ຊໍ ປະ​ເທດ​ຊີ​ເຣຍ. (1 ມີ​ນາ 2019)

ກຳ​ລັງ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ສະ​ຫະ​ລັດ ຍັງ​ສືບ​ຕໍ່​ບຸກ​ຄືບ​ໜ້າ​ເຂົ້າ​ໄປ​ໃນບໍ​ລິເວນທີ່ ໝັ້ນແຫ່ງ​ສຸດ​ທ້າຍ ຂອງກຸ່ມ​ຫົວ​ຮຸນ​ແຮງ ທີ່​ປະ​ກາດ​ຕົນ​ເອງ​ວ່າ ເປັນ​ລັດອິ​ສ​ລາມ ​ຫລື caliphate ຢູ່​ໃນ​ຊີ​ເຣຍ.

​ທ່​ານ​ມຸ​ສ​ຕາ​ຟາ ບາ​ລີ ໂຄ​ສົກ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ທີ່​ເອີ້ນ​ຫຍໍ້​ເປັນ​ພາ​ສາ​ອັງ​ກິດ​ວ່າ SDF ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່​າທະ​ຫານ​ຂອງ​ຕົນ 3 ຄົນ​ໄດ້​ຮັບ​ບາດ​ເຈັບ. ທ່ານ​ກ່າວ​ຕື່ມ​ວ່າ ມີ​ພວກ​ຫົວ​ຮຸນ​ແຮງ​ຈຳ​ນວນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ​ແຕ່ທ່ານ​ບໍ່​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ຈຳ​ນວນ.

ທ່ານ​ບາ​ລີ ກ່າວ​ວ່າ “ການ​ສູ້​ລົບ​ກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ແລະ​ກໍ​ມີ​ການ​ນຳ​ໃຊ້​ອາວຸດ​ໜັກ​ນຳ​ດ້ວຍ. ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໄດ້​ບຸກ​ຄືບ​ໜ້າ​ຢ່າງ​ສຳ​ຄັນ​ແລະກໍ​ເຂົ້າ​ໄປ​ໃນ​ເມືອງ​ບາ​ກຸ​ສ. ພວກ​ຫົວ​ຮຸນ​ແຮງ​ຍັງ​ສືບ​ຕໍ່ ວາງ​ລະ​ເບີດ​ທີ່​ເຮັດ​ຂຶ້ນ ເອງ​ແລະ​ລະ​ເບີດ​ກໍ​ໄດ້​ແຕກ​ຂຶ້ນ ໃນ​ຂະ​ນະທີ່​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ​ບຸກຄືບໜ້າ​ເຂົ້າໄປ​ນັ້ນ.

ການ​ບຸກ​ໂຈມ​ຕີ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ຍັງ​ເຫຼືອ​ຢູ່ເລີ້ມ​ຂຶ້ນ​ໃນ​ວັນ​ສຸກວານນີ້.

ການ​ບຸກ​ໂຈມ​ຕີ​ຂັ້ນ​ສຸດ​ທ້າຍ ຊຶ່ງ​ໄດ້​ປະ​ກາດ​ໂດຍ​ທ່ານ​ບາ​ລີ​ຜ່ານ​ທາງ​ທວີດ​ເຕີ້​ເລີ້ມ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫລັງ​ຈາກ​ຜູ້​ບັນ​ຊາ​ການ​ຂັ້ນ​ສູງ​ກ່າວ​ວ່າ ບ້ານ​ບາ​ກຸ​ສ​ຢູ່​ໃນພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ຈະ​ຖືກ​ປົດ​ປ່ອຍ​ພາຍ​ໃນ​ອາ​ທິດນີ້.

ທ່ານ​ບາ​ລີ​ຂຽນ​ວ່າ “ຫຼັງ​ຈາກ​ໄດ້​ຍົກ​ຍ້າຍ​ພົນ​ລະ​ເຮືອນ​ຫຼາຍ​ພັນ​ຄົນ ​ແລະ​ສະ​ຫາຍຂອງ​ພວກ​ເຮົາ​ທີ່​ຖືກ​ຈັບ​ເປັນ​ໂຕ​ປະ​ກັນ​ຢູ່​ບ້ານ​ບາ​ກຸ​ສ​ອອກ​ໄປ​ແລ້ວ ການ​ປະ​ຕິ​ບັດງານເພື່ອ ກວດລ້າງ​ກຳ​ລັງ​ຂອງ​ພວກ​ໄອ​ຊິ​ສ​ທີ່​ຍັງ​ເຫຼືອ​ຢູ່​ຈຸ​ສຸດ​ທ້າຍ ກໍ​ໄດ້​ເລີ້ມ​ຂຶ້ນໃນ​ເວ​ລາ 18 ໂມງ ແລງມື້ນີ້.”

ເຈົ້າ​ໜ້າ​ທີ່​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ​ອີກ​ຄົນ​ນຶ່ງກ່າວ​ຕໍ່​ວີ​ໂອ​ເອ ໂດຍ​ຂໍ​ສະ​ຫງວນຊື່ວ່າ ມີ​ກຳ​ລັງ 15,000 ເຂົ້າ​ຮ່ວມ​ໃນ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້ໂດຍ​ໄດ້​ຮັບ​ການ​ສະໜັບ​ສະ​ໜຸນ​ທາງ​ອາ​ກາດ​ ແລະ​ປືນ​ໃຫຍ່ ຈາກ​ສະ​ຫະ​ລັດ ແລະກຸ່ມ​ແນວ​ໂຮມ.

ສ່ວນ​ໂຄ​ສົກ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ນາງ​ລິ​ລ​ວາ ອັ​ຟ​ດູ​ລ​ລາ ກ່າວ​ຕໍ່​ວີ​ໂອ​ເອ​ວ່​າ “ການ​ບຸກ​ໂຈມ​ຕີ​ຂັ້ນ​ສຸດ​ທ້າຍ​ຕໍ່​ບ້ານ​ບາ​ກຸ​ສເລີ້ມ​ຂຶ້ນ​ດ້ວຍ​ການ​ສູ້​ລົບ​ກັນຢ່າງ​ດຸ​ເດືອດ ​ກັບ​ພວກ​ກໍ່​ການ​ຮ້າຍ​ໄອ​ຊິ​ສ. ແຕ່​ພວກ​ເຮົາ​ຈະ​ທຳ​ການ​ຕໍ່​ສູ້​ຕໍ່​ໄປ​ຈົນເທົ່າ​ພວກ​ເຮົາ​ສາ​ມາດ​ເຈາະ​ຜ່ານ​ແນວ​ປ້ອງ​ກັນ​ຂອງ​ພວກ​ເຂົາ​ເຂົ້າ​ໄປ​ໄດ້.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG