ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຊາຍຊາວອອສເຕຣເລຍ ຖຶກຕິດຄຸກ ຍ້ອນຖ່າຍຮູບ ການເດີນຂະບວນ ຂອງຝ່າຍຄ້ານ ໃນກຳປູເຈຍ


ທ້າວເຈມສ໌ ຣິກແກັຕສັນ ນັກຖ່າຍຮູບເງົາອອສເຕຣເລຍ (ກາງ) ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ສານສູງສຸດໃນ ນະຄອນຫຼວງ
ພະນົມເປັນ.
ທ້າວເຈມສ໌ ຣິກແກັຕສັນ ນັກຖ່າຍຮູບເງົາອອສເຕຣເລຍ (ກາງ) ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ສານສູງສຸດໃນ ນະຄອນຫຼວງ ພະນົມເປັນ.

ນັກ​ຖ່າຍ​ຮູບ​ເງົາອອສເຕຣຍເລຍ​ຄົນນຶ່ງ ​ທີ່​ຖືກ​ຈັບໃນ​ປີ​ກາຍ​ນີ້​ຢູ່​ໃນ​ກຳປູ​ເຈຍ ​ໃນ​ຂໍ້​ຫາ
​ເປັນໄພອັນ​ຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ ຍັງ​ຢູ່​ໃນຄຸກ ຫລັງ​ຈາກ​ສານ​ສູງ​ສຸດ
ຂອງ​ປະ​ເທດ​ດັ່ງກ່າວ ປະຕິ​ເສດຕໍ່​ຄຳ​ຮ້ອງ​ຂອງ​ລາວເພື່ອ​ການ​ປະກັນ​ໂຕ.

ທ້າວ​ເຈ​ມສ໌ ຣິກ​ແກັຕ​ສັນ ​ໄດ້​ຖືກ​ຈັບ ​ໃນ​ນະຄອນ​ພະນົມ​ເປັນ ຍ້ອນ​ຕິດ​ຕັ້ງ​ກ້ອງ​ຖ່າຍຮູບ
ໃສ່​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ເພື່ອ​ຖ່າຍ​ທຳ​ການ​ເ​ດີ​ນຂະ​ບວນຫາ​ສຽງໂດຍພັກພັກ​ກູ້​ຊາດ​ກຳ
ປູ​ເຈຍ ຊຶ່ງເປັນຝ່າ​ຍຄ້ານ. ທ້າວ​ຣິກ​ແກັຕ​ສັນ ອາຍຸ 68 ປີປະ​ເຊີນ​ໜ້າ​ກັບ​ການ​ຕິ​ດຄຸກ
10 ປີ ຖ້າ​ຫາກ​ຖືກພົບເຫັນວ່າມີຄວາມຜິດໃນ​ຂໍ້​ກ່າວ​ຫາດັ່ງ ກ່າວ.

ສານ​ສູງ​ສຸດ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ​ອັງ​ຄານມື້​ນີ້​ ໂດຍກ່າວວ່າ ຕົນ​ໄດ້​ປະ​ຕິ​ເສດ​
ຄຳ​ຮ້ອງຂໍ​ຂອງ​ທ້າວຣິກ​ແກັຕສັນ ​ເພາະວ່າ​ຄະດີ​ຂອງລາວ​ຍັງ​ຢູ່ພາຍ​ໃຕ້​ການ​ສືບສວນ.

ຍານາງ​ອາ​ເລັກ​ຊານ​ດຣາ ​ແຄນ​ແນັຕ ທະນາຍຄວາມ​ຂອງຄອບຄົວ​ຣິກແກັຕ​ສັນ ກ່າວ​
ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ຮູ້ສຶກຜິດ​ຫວັງເປັນ​ທີ່​ສຸດ" ​ໃນ​ການ​ຕັດສິນ​ຂອງ​ສານ​ສູງ​ສຸດ ທີ່​ໄດ້
​ມີຂຶ້ນ ໂດຍບໍ່ທ້າວຣິກ​ແກັດສັນ ເຂົ້າຮ່ວມ ຊຶ່ງ​ສະໝຽນສານ ​ກ່າວ​ວ່າ ລົດ​ຕູ້​ທີ່ນຳ​ເອົາ​ລາວ
​ໄປ​ສານ​ເພື່ອ​ຟັງ​ການຕັດສິນນັ້ນ ໄດ້​ໄປຮອດສານ ຊ້າ. ທ່ານ​ນາງ​ແຄນ​ແນັຕ ກ່າວ​ວ່າ​ຄອບຄົວຣິກ​ແກັຕ​ສັນຍັງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ສຸຂະພາບ​ຂອງ​ລາວ ​ໃນ​ຂະນະ​ທີ່
​ລາວ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ​ທີ່ແອ​ອັດ ​ກັບພວກນັກ​ໂທດ​ອື່ນໆອີກ 140 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Cambodian Australian Arrested
please wait

No media source currently available

0:00 0:00:23 0:00

XS
SM
MD
LG