ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ມະຫະກໍາຮູບ​ເງົາ​ອາ​ຊ່ຽນ​ ປີ 2012 ຢູ່​ແຂວງ​ຫຼວງ​ພະ​ບາງ ​ຈະຈັດຂຶ້ນ ໃນເດືອນທັນວາ​ນີ້


ຄົນເບິ່ງຮູບເງົາ ຢູ່ໂຮງສາຍຮູບເງົາແຫ່ງນຶ່ງ ທີ່ຫຼວງພະບາງ
ຄົນເບິ່ງຮູບເງົາ ຢູ່ໂຮງສາຍຮູບເງົາແຫ່ງນຶ່ງ ທີ່ຫຼວງພະບາງ
​ມະຫະກໍາຮູບ​ເງົາ​ອາ​ຊ່ຽນ​ປະ​ຈໍາປີ 2012 ຢູ່​ແຂວງ​ຫຼວງ​ພະ​ບາງ ກໍານົດ​ທີ່​ຈະ​ມີ​ຂຶ້ນ ​ໃນ​ວັນ​ທີ່ 1-5 ​ເດືອນ​ທັນວາ​ນີ້ ​ໂດຍ​ທີ່​ທາງ​ການ​ສະຫະລັດ​ກໍ​ໄດ້​ປະກອບ​ສ່ວນ​ດ້ວຍ ການ​ໃຫ້ການ​ຊ່ວຍ​ເຫຼືອ​ຫຼາຍ​ຂຶ້ນ.

​ເຈົ້າໜ້າ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ-ວັດທະນະ​ທໍາ ​ແລະ​ທ່ອງ​ທ່ຽວ​ແຂວງ​ຫຼວງ​ພະ​ບາງ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ​ງານ​ມະຫະກໍາຮູບ​ເງົາ​ໃນ​ພູມິ​ພາກ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື​ອາ​ຊ່ຽນ​ປະ​ຈໍາປີ 2012 ມີ​ກໍານົດ​ທີ່​ຈະ​ໄຂ​ຂື້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ່ 1-5 ​ເດືອ​ນ ທັນວາ​ນີ້ ​ໂດຍ​ຈະ​ມີ​ບັນດາ​ຜູ້​ສ້າງ​ຮູບ​ເງົາ​ຈາກ​ທັງ 10 ປະ​ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ​ນໍາ​ເອົາ​ຮູບ​ເງົາ​ຫຼາຍ​ກວ່າ 30 ​ເລື້ອງ
ມາສະແດງ ​ໃນ​ງານ​ຄັ້ງນີ້ ​ແລະ​ໃນ​ນີ້​ກໍ​ລວ​ມ​ເຖິງ​ຮູບ​ເງົາ​ທີ່​ສ້າງ​ໂດຍ​ຜູ້​ຜະລິດ​ພາຍ​ໃນ​ລາວ​ຈໍານວນ 5 ​ເລື້ອງດ້ວຍ​ກັນ.

ທາງ​ດ້ານ Mr. Gabriel Pukerman ຜູ້​ຮັບຜິດຊອບ​ການຈັດ​ງານ​ມະຫະກໍາຮູບ​ເງົາ​ໃນ​ປີ​ນີ້ ກໍ​ຄື​ຈະ​ມີ​ການສະ​ເໜີ​ຮູບ​ເງົາ​ເລຶ່ອງສັ້ນ​ເປັນ​ປີ​ທໍາ​ອິດ​ໃນ​ງານ​ດ້ວຍ ຊຶ່ງ​ໃນ​ນີ້​ກໍ​ລວມ​ເຖິງຮູບ​ເງົາ​ກາ​ຕູນ​ທີ່​ສ້າງສັນ​ຈາກ​ດິນ​ນໍ້າມັນ​ທີ່​ເປັນ​ຜົນງານ​ຂອງຄົນ ລາວ​ແລະ​ມີ​ເນື້ອ​ຫາ​ສາລະ​ໄປ​ໃນ​ດ້ານຂອງ​ການ​ປຸກລະດົມ​ເພື່ອເສີມ​ສ້າງ​ຄວາ​ມຮູ້ ຄວາມ​ສາມາດ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ໃນ​ດ້ານ​ຕ່າງໆ​ໃຫ້​ກັບ​ປະຊາຊົນ​ລາວ ​ເຊັ່ນ ຄວາມ​ຮູ້​ຄວາມເຂົ້າ​ໃຈ​ໃນ​ໂພຊະ​ນາ​ການ​ສໍາລັບ​ເຍົາວະ​ຊົນ ຊຶ່ງ​ໄດ້​ຮັບ​ການ​ສະໜັບ ສະ​ໜຸນ​ຈາກ​ສະຖານທູດ​ສະຫະລັດ​ອະ​ເມຣິກາ​ປະ​ຈໍາ​ລາວ ​ເປັນ​ຕົ້ນ.


ສຸລິຍະ​ ພູມິ​ວົງ
ສຸລິຍະ​ ພູມິ​ວົງ

ດັ່ງ​ທີ່​ທ່ານ ສຸລິຍະ​ ພູມິ​ວົງ ສິນລະປິນ​ລາວ​ຜູ້​ນຶ່ງ​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ດັ່ງກ່າວ​ຈາກ​ທາງ​ການ​ສະຫະລັດ ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“​ເລຶ່ອງທີ່​ວ່າ​ຫາ​ກໍ​ສໍາ​ເລັດ​ໄປ​ໃນ​ລະຫວ່າງ​ຕົ້ນ​ເດືອນ​ທີ່​ຜ່ານ​ມາ​ນີ້ ກໍ​ແມ່ນ​ເຮັດ​ກັບ ສະຖານທູດ​ອະ​ເມຣິກາ​ເນາະ ​ແລະ​ກັບ Luang Prabang Film Festival ກະ​ໄດ້​ເຮັດ​ເປັນ​ສະປອດ​ໂຄສະນາ​ສັ້ນໆ ກ່ຽວ​ກັບ​ພື້ນຖານ​ຂອງ​ສານ​ອາຫານ​ທີ່​ວ່າ​ເດັກ ນ້ອຍ​ຄວນ​ຈະ​ໄດ້​ຮັບ ​ນອກ​ເໜືອ​ຈາກ​ນັ້ນ​ກໍ​ມີ​ເປັນ​ຄ້າຍໆ​ກັບ Animation Art ​ເນາະ ​ເພາະ​ເປັນ​ສິນລະປິນ​ເນາະ ​ເຮັດ​ອອກ​ມາ​ກະ​ຢາກ​ໃຫ້​ມັນ​ທີ່​ວ່າ​ເບິ່ງ​ຈັ່ງ​ໃດ໋​ໃຫ້ ມັນ​ເປັນ​ຕົວ​ເຈົ້າຂອງ.”

ກ່ອນ​ໜ້າ​ນີ້ ທ່ານ​ນາງ Karen Stewart ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ ລາວ​ໄດ້​ຖະ​ແຫຼ​ງການ​ຢືນຢັນ​ວ່າ​ທາງ​ການ​ສະຫະລັດ ຈະ​ໃຫ້ການ​ສະໜັບສະໜຸນ​ແລະ​ຊ່ວຍ​ເຫຼືອ​ລາວ​ໃນ​ດ້ານ​ວິທະຍາ​ການ​ສະ​ໄໝ​ໃໝ່​ກ່ຽວ​ກັບ​ການ​ສ້າງ​ຮູບ​ເງົາ ​ແລະກາ​ຕູນ​ທີ່​ສ້າງສັນ​ຈາກ​ດິນ​ນໍ້າມັນ ຫຼື​ທີ່​ເອີ້ນ​ວ່າ Animation ​ໃຫ້​ຫຼາຍ​ຂຶ້ນ ​ໂດຍ ມີ​ເປົ້າໝາຍ​ທີ່​ຈະ​ພັດທະນາ​ທຸລະ​ກິດ​ຮູບ​ເງົາ​ໃນລາວ​ໃຫ້​ໄດ້​ມາດ​ຕະຖານ​ດຽວ​ກັນ​ກັບ ສາກົນ ທັງ​ຍັງ​ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ​ຕໍ່​ການ​ພັດທະນາ​ການທ່ອງທ່ຽວ​ໃນ​ລາວ​ອີກ​ດ້ວຍ.

ທ່ານນາງ Karen Stewart, ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ແລະຄະນະຈັດງານມະຫາກໍາຮູບເງົາ ທີ່ຫລວງພະບາງ
ທ່ານນາງ Karen Stewart, ເອກອັກຄະລັດຖະທູດສະຫະລັດປະຈໍາລາວ ແລະຄະນະຈັດງານມະຫາກໍາຮູບເງົາ ທີ່ຫລວງພະບາງ

ທາງ​ດ້ານ​ແຂວງ​ຫຼວງ​ພະ​ບາງ ກໍ​ໄດ້​ປະ​ເມ່ີ​ນສະພາວະ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ​ໃນ​ແຜນການ​ປະ​ຈໍາປີ 2011-2012 ທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນ​ຍາ​ປີ​ນີ້​ວ່າ ຍອດ​ຜະ ລິດ​ລວມພາ​ຍ​ໃນ​ແຂວງ ຫຼື GDP ຈະ​ມີ​ມູນ​ຄ່າ​ລວມ​ເຖິງ 4,341 ຕື້​ກີບ. ​ໂດຍ​ຄິ​ດ​ເປັນ​ອັດຕາ​ສະ​ເລ່ຍ​ທີ່​ເພີ່ມ​ສູງ​ຂຶ້ນຈາກ​ແຜນການ​ປີ 2010-2011 ທີ່​ຜ່ານ ມາ​ເຖິງ 9.4% ຊຶ່ງ​ຈະ​ເຮັດ​ໃຫ້​ສາມາດ​ຄິດ​ສະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະຊາຊົນ​ໃນແຂວງ​ຫຼວງ​ພະ​ບາງ​ໄດ້​ເກີນ ກວ່າ 9 ລ້ານ​ກີບ ຫຼື​ປະມານ 1,125 ​ໂດ​ລາ ຕໍ່​ຄົນ​ຕໍ່​ປີ.

ພາກ​ການ​ຜະລິດ​ທີ່​ມີ​ການ​ຂະຫຍາຍຕົວ​ຫຼາຍ​ທີ່​ສຸດ​ນັ້ນ ກໍ​ແມ່ນ
​ພາກ​ອຸດສາຫະກໍາ​ທີ່​ມີ​ອັດຕາ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ເຖິງ 14.4% ຕິດຕາມ​ດ້ວຍ​ພາກ​ບໍລິການ-ການທ່ອງທ່ຽວ ​ແລະ​ພາກ​ກະສິກໍາ-ປ່​າ​ໄມ້ ທີ່​ຂະຫຍາ​ຍຕົວ​ເພີ່ມຂຶ້ນ​ໃນ ອັດຕາ​ສະ​ເລ່ຍ 9.4% ​ແລະ 3.1% ຕາມ​ລໍາດັບ ຫາກ​ແຕ່​ວ່າ​ສໍາລັບ​ພາກ​ບໍລິການ -ການທ່ອງທ່ຽວ​ນັ້ນ​ ກໍ​ຍັງ​ຖື​ເປັນ​ພາກ​ທຸລະ​ກິດ ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ແຂວງ ຫຼວງ​ໄດ້​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ​ທີ່​ສຸດ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ໃນ​ຕະຫຼອດ​ປີ 2012 ນີ້​ກໍ​ຍັງ​ເປັນ​ປີ​ທ່ອງ​ທ່ຽວ​ລາວ (Visit Lao Year) ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ແຂວງ​ຫຼວງ​ພະ​ບາງ​ເຊື່ອ ໝັ້ນ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ທັງ​ທີ່​ເປັນ​ຄົນ​ລາວ​ແລະ​ຊາວ​ຕ່າງ​ຊາດ​ເດີນທາງ​ມາ​ທ່ອງ ທ່ຽວ​ໃນ​ແຂວງ​ຫຼວງ​ພະ​ບາງ​ຫຼາຍ​ກວ່າ​ 2.1 ລ້ານ​ຄົນ​ໃນ​ຕະຫຼອດ​ປີ​ນີ້ ຊຶ່ງ​ກໍ​ຈະ​ເຮັດໃຫ້​ພາກ​ບໍລິການ​ມີ​ລາຍຮັບ​ເພີ່ມ​ຂຶ້ນ​ເປັນ​ຫຼາຍ​ກວ່າ 175 ລ້ານ​ໂດ​ລາ​ອີກ​ດ້ວຍ.
XS
SM
MD
LG