ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ຊາວຟິລິບປີນ ຫລາຍພັນຄົນ ປະທ້ວງ ລັດຖະບານ ສໍ້ລາດບັງຫລວງ (ວີດີໂອ)


ຊາວຟິລິບປີນ ຫລາຍພັນຄົນ ທົ່ວປະເທດ ພາກັນເດີນຂະບວນ ປະທ້ວງ ການສໍ້ລາດບັງຫລວງ ຂອງລັດຖະບານມື້ນີ້ ວັນທີ 26 ສິງຫາ 2013.
ຫລາຍ​ສິບ​ພັນ​ຄົນ​ໄດ້​ພາກັນ​ອອກ​ມາເດີນ​ຂະ​ບວນ ຢູ່​ທົ່ວຟີລິບ​
ປິນ ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ປະ​ທ້ວງ​ອັນ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ການສໍ້​
ລາດ​ບັງ​ຫລວງຂອງລັດຖະບານ. ​

ພວກ​ປະ​ທ້ວງ ພາກັນ​ໂກດ​ແຄ້ນ ​ຕໍ່ນະ​ໂຍບາຍ​ຂອງ​ລັດຖະບານ
ທີ່ອະນຸມັດງົບ ປະມານໃຫ້ບັນດາ​ຜູ້​ແທນ ​ເພື່ອ​ນໍາ​ໃຊ້​ໃນໂຄງ
ການ​ທີ່​ເຂົາ​ເຈົ້າ​ມັກ.

ຝູງ​ຊົນຈໍານວນ​ຫລາຍ​ໄດ້​ພາກັນລົງ​ສູ່​ຖະໜົນ​ຫົນທາງ​ໃນ
ນະ​ຄອນ​ຫລວງມາ​ນີລາ ​ແລະ​ເມືອງອື່ນໆ ຮຽກຮ້ອງ​ໃຫ້​ສົ່ງ
​ອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ “ຄວາມ​ຮັ່ງມີ​ທີ່ລັກມາ” ນັ້ນ ​ຄືນ​ໃຫ້​
ແກ່​ປະຊາຊົນ.

​ງົບປະມານທີ່​ຝ່າ​ນ​ບໍລິຫານ ​ອະນຸມັດ​ໃຫ້ແກ່ບັນດາ​ຜູ້​ແທນນັ້ນ
​ແມ່ນສໍາລັບໂຄ​ງການ​ພັດທະນາ​ໃນທົ່ວ​ປະ​ເທດ. ​ແຕ່​ວ່າ​ໃນ​
ຕອນ​ຕົ້ນ​ຂອງ​ປີ​ນີ້ ພວກ​ສືບສວນ​ໄດ້​ພົບ​ເຫັນ​ວ່າ ຜູ້ແທນສະພາ
​ສູງຈໍານວນ​ນຶ່ງ ໄດ້​ເອົາ​ເງິນນັ້ນ​ໄປ​ໃຊ້​ທາງ​ອື່ນ​ທີ່​ບໍ່​ແມ່ນວຽກ​
ງານຂອງຫ້ອງການລັດຖະບານ.

ການໂຄສະນາຕໍ່ຕ້ານການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ເປັນ​ຫົວ​ຂໍ້​ຫລັກ​ທີ່ປະທານາ​ທິບໍດີ Benigno
Aquino ​ໃຊ້​ໂຄສະນາ​ຫາ​ສຽງ​ໃນ​ການ​ສະມັກແຂ່ງຂັນ​ເອົາ​ຕໍາແໜ່​ງ​ໃນການ​ເລືອກ​ຕັ້ງ ເມື່ອ
​ປີ 2010. ໂດຍ​ທົ່ວ​ໄປ​ແລ້ວ ລັດຖະບານ​ຂອງ​ທ່ານໄດ້​ຮັບ​ຄະ​ແນນ​ໃນ​ທາງ​ບວກ ກ່ຽວກັບ
ການຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງນັ້ນ ຈົນ​ກະທັ່ງຫວ່າງ​ມໍ່ໆ​ມາ​ນີ້.

​ໃນ​ວັນສຸກ​ທີ່​ຜ່ານ​ມານີ້ ທ່ານ Aquino ​ໄດ້​ພະຍາຍາມຈະ​ຍັບ​ຍັ້ງ​ການ​ເດີນ​ຂະ​ບວນປະ​ທ້ວງ
ທີ່​ຄາດໝາຍ​ກັນ​ວ່າ​ຈະ​ມີ​ຂຶ້ນ​ນັ້ນ ໂດຍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ທໍາ​ການ​ຄວບ​ຄຸມ​ເລື້ອງ
ການ​ໃຊ້​ຈ່າຍຢ່າງເຄັ່ງ​ຄັດ ແລະອອກ​ຫລັກ​ຊີ້​ນໍາ​ທີ່​ເຄ່ງ​ຄັດ​ຂຶ້ນ ກ່ຽວ​ກັບ​ທຶນພິ​ເສດດັ່ງກ່າວ ​
ແຕ່ກໍບໍ່ສໍາເລັດຜົນ.

philippines
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG