ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີຈິ ປະເມີນຄ່າຄວາມສໍາພັນ ກັບຈີນ ເຊິ່ງເປັນຄູ່ແຂ່ງຫຼັກ ຂອງສະຫະລັດ ຢູ່ໃນຂົງເຂດ ອິນໂດ-ປາຊີຟິກ ຄືນໃໝ່


ນາຍົກລັດຖະມົນຕີຂອງ ຟີຈິ ທ່ານຊິທິເວນີ ຣາບູກາ ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການຖະແຫຼງຂ່າວຢູ່ທີ່ລັດຖະສະພາໃນນະຄອນຫຼວງວີລລິງຕັນ, ນິວຊີແລນ, ວັນທີ 7 ມິຖຸນາ 2023.
ນາຍົກລັດຖະມົນຕີຂອງ ຟີຈິ ທ່ານຊິທິເວນີ ຣາບູກາ ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການຖະແຫຼງຂ່າວຢູ່ທີ່ລັດຖະສະພາໃນນະຄອນຫຼວງວີລລິງຕັນ, ນິວຊີແລນ, ວັນທີ 7 ມິຖຸນາ 2023.

ນາຍົກລັດຖະມົນຕີຟີຈິ ທ່ານຊີຕີເວນີ ຣາບູກາ (Sitiveni Rabuka) ກ່າວວ່າ ປະເທດເກາະແຫ່ງນີ້ ກໍາລັງກວດເບິ່ງຄືນ ກ່ຽວກັບຂໍ້ຕົກລົງ ​ການ​ຮ່ວມ​ມື​ດ້ານ ຕໍາຫຼວດ ທີ່ໄດ້ເຊັນກັບຈີນ ໃນປີ 2011, ໂດຍອະຍຸຍາດໃຫ້ເຈົ້າໜ້າທີ່ຕໍາຫຼວດຂອງຈີນ ມີຫ້ອງການຕັ້ງຢູ່ ຟີຈິ.

ທ່ານຣາບູກາ ກ່າວໃນວັນພຸດວານນີ້ ລະຫວ່າງທີ່ທ່ານກ່າວຄຳປາໄສ ໃນເວລາຖະແຫຼງຂ່າວຢູ່ນິວຊີແລນ ເຊິ່ງເປັນບ່ອນທີ່ທ່ານໄດ້ຫາລື ດ້ານວຽກງານຄວາມ ໝັ້ນຄົງກັບນາຍົກລັດຖະມົນຕີຂອງປະເທດ ທ່ານຄຣິສ ຮິບກິນສ໌ (Chris Hipkins), ທີ່ໄດ້ສະເໜີໃຫ້ຟີຈິ ຖອນອອກຈາກຂໍ້ຕົກລົງດັ່ງກ່າວນັ້ນດ້ວຍຄວາມເຕັມໃຈ, ອີງຕາມລາຍງານຂອງອົງການຂ່າວ AP.

“ຖ້າລະບົບຕ່າງໆ ແລະຄຸນຄ່າຂອງພວກເຮົາ ຫາກແຕກຕ່າງກັນ, ແລ້ວການຮ່ວມມືແບບໃດທີ່ພວກເຮົາໄດ້ຈາກພວກເຂົາ?” ທ່ານຣາບູກາ ກ່າວເຖິງ ຈີນ. “ພວກເຮົາຈໍາເປັນຕ້ອງເບິ່ງອີກຄັ້ງ ກ່ອນທີ່ພວກເຮົາຈະຕັດສິນໃຈກັບຄືນໄປຫາມັນອີກ, ຫຼື ຖ້າພວກເຮົາຍັງຄົງກ້າວເດີນໄປຕາມທາງທີ່ພວກເຮົາເຄີຍດໍາເນີນງານມາກ່ອນ ໂດຍການປະຕິບັດງານຮ່ວມມືກັບພວກເຂົາເຫຼົ່ານັ້ນ ທີ່ມີລະບົບ ແລະຄຸນຄ່າທາງປະຊາທິປະໄຕ ທີ່ຄ້າຍຄືກັນ.”

ຟີຈິ ໄດ້ກາຍມາເປັນປະເທດທີ່ມີຄວາມສໍາຄັນເພີ້ມຂຶ້ນ ໃນການແຂ່ງຂັນເພື່ອ​ອິດ​ທິ​ພົນລະຫວ່າງສະຫະລັດ ແລະ ຈີນ. ໃນເດືອນແລ້ວນີ້, ສະຫະລັດ, ອິນເດຍ ແລະ ເກົາຫຼີໃຕ້ ໄດ້ຕິດຕໍ່ພົວພັນ ກັບບັນດາຜູ້ນໍາຂອງປະເທດເກາະແຫ່ງນີ້.

ຄວາມໝາຍຂອງ ທ່ານຣາບູກາ ເປັນການສະແດງເຖິງ ຄວາມບໍ່ສະບາຍໃຈຫຼ້າສຸດກ່ຽວກັບບັນທຶກຄວາມເຂົ້າໃຈໃນອັນທີ່ຮ້ອງວ່າ ເຈົ້າໜ້າທີ່ຕໍາຫຼວດຂອງ ຟີຈິ ໄປຮັບການຝຶກຊ້ອມຢູ່ໃນ ຈີນ, ແລະເຈົ້າໜ້າທີ່ຕໍາຫຼວດຂອງຈີນເຂົ້າມາປະຕິບັດໜ້າທີ່ຢູ່ໃນ ຟີຈິ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG