ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນ ລະເບີດຂຶ້ນອີກ ໃນເຂດ Kokang ຂອງ ມຽນມາ


ທະຫານກອງທັບພັນທະມິດຊົນຊາດ ທີ່ເປັນປະຊາທິປະໄຕ
ຂອງມຽນມາ ກຳລັງເອົາລູກປືນຄ້ອງຄໍໃຫ້ກັນ.
ທະຫານກອງທັບພັນທະມິດຊົນຊາດ ທີ່ເປັນປະຊາທິປະໄຕ ຂອງມຽນມາ ກຳລັງເອົາລູກປືນຄ້ອງຄໍໃຫ້ກັນ.

ມຽນມາ ​ໄດ້​ສ​ະ​ແດງ “ຄວາມ​ເສົ້າ​ສະ​ລົດ​ໃຈ” ຕໍ່​ການ​ຖີ້ມລະ​ເບີດ
ໂຈມຕີ ທີ່​ເຮັດ​ໃຫ້​ຫ້າ​ຄົນ​ເສຍ​ຊີວິດ ຢູ່​ໃນ​ປະ​ເທດ​ຈີນ ເມື່ອອາ
ທິດ​ແລ້ວ​ນີ້ ​ແຕ່​ໄດ້​ປະຕິ​ເສດ​ວ່າ ທະຫານ​ຂອງ​ຕົນ​ບໍ່ແມ່ນຜູ້ຮັບ
​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີດັ່ງກ່າວ.

ຢູ່​ໃນຖະ​ແຫລ​ງການ ທີ່​ເຜີຍ​ແຜ່​ໂດຍໜັງສືພິມ Global New
Light of Myanmar
​ຂອງທາງການ ໃນ​ວັນ​ຈັນ​ວານ​ນີ້ ລັດ
ຖະບານ​ທີ່ນະຄອນຫລວງ Naypyidaw ​ໄດ້​ສ​ະ​ແດງ​ຄວາມ​
ເສົ້າ​ສະ​ລົດ​ໃຈ​ ຕໍ່​ການ​ໂຈມ​ຕີ ທີ່​ໄດ້ເຮັດ​ໃຫ້​ປະຊາຊົນ​ຈີນຫ້
​ຄົນເສຍ​ຊີວິດ ​ແລະ​ອີກ​ແປດ​ຄົນ​ໄດ້​ຮັບ​ບາດ​ເຈັບ. ​ແຕ່ແນວ
ໃດກໍຕາມ ຖະ​ແຫລ​ງການບໍ່​ໄດ້ຮັບ​ເອົາ​ຄວາມ​ຮັບຜິດຊອບ
​ໃນ​ການ​ຖີ້ມລະ​ເບີດ ​ແຕ່ກັບຮຽກຮ້ອງ​ໃຫ້ທຳ​ການ​ສືບສວນກ່ຽວກັບຄວາມເປັນໄປໄດ້​ທີ່ພວກ​ກະບົດ Kokang ອາດມີ​ສ່ວນ​ພົວພັນ.

ທ່ານ Tun Myat Lin ​ໂຄສົກ​ຄົນ​ນຶ່ງ​ຂອງ​ກຸ່ມ​ກະບົດ ກອງທັບພັນທະມິດຊົນຊາດ ທີ່ເປັນ
ປະຊາທິປະໄຕຂອງມຽນມາ ຫຼື MNDAA ​ໄດ້​ກ່າວ​ຫາ​ລັດຖະບານ​ມຽນມາວ່າ ​ພະຍາຍາມ
ທີ່ຈະ​ຫັນເຫຄວາມ​ສົນ​ໃຈ​ໄປຈາກການປາບປາມຂອງຕຳ ຫຼວດ​ຕໍ່ພວກ​ນັກ​ສຶກສາ​ປະ​ທ້ວງ.
ຢູ່​ໃນ​ການ​ສຳພາດ​ກັບວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ກ່າວ​ວ່າ ກຸ່ມ​ຂອງ​ທ່ານ​ບໍ່​ມີ​ຄວາມ​
ສາມາດທີ່​ຈະ​ທຳ​ການ​ໂຈມ​ຕີ​ໃນທຳນອງ ນີ້ ຢູ່ໃນ​ປະ​ເທດ​ຈີນໄດ້.

​ໃນ​ວັນ​ຈັນ​ວານ​ນີ້ ຈີນ ​ໄດ້​ກ່າວ​ຢ້ຳຄືນອີກກ່ຽວກັບ​ທ່າ​ທີ່​ຂອງຕົນທີ່​ວ່າ ກອງທັບອາກາດ​
ມຽນມາ ແມ່ນເປັນ​ທີ່ຈະ​ແຈ້ງເປັນຜູ້​ຮັບຜິດ​ຊອບ​ຕໍ່​ການ​ຖີ້ມລະ​ເບີດ ​ໃນ​ວັນ​ສຸກ​ອາທິດ
​ແລ້​ວນີ້.

​ແຫ​ລ່ງຂ່າວ​ນຶ່ງຢູ່ຊາຍ​ແດນ​ຂອງ​ຝ່າຍ​ຈີນ ​ທີ່​ບໍ່​ປະສົງ​ອອກ​ຊື່ ກ່າວ​ຕໍ່ວີ​ໂອເອພະ ແນກພາ
ສາຈີນກາງວ່າ ຈີນ ​ໄດ້​ສົ່ງ​ເຮືອບິນ​ລົບ​ຫລາຍ​ລໍາ ​ແລະ​ລົດ​ຫຸ້ມ​ເກາະ ຈຳນວນ​ນຶ່ງ ​ໄປ​ລາດ
ຕະ​ເວນ​ຢູ່​ເຂດ​ຊາຍ​ແດນ.

​ໃນ​ຂະນະ​ດຽວກັນ ການ​ປະ​ທະ​ກັນ​ລະຫວ່າງ ທະຫານ​ມຽນມາແລະພວກກະບົດ Kokang
​ກໍໄດ້​ເລີ້ມ​ຂື້ນ​ອີກໃນ​ວັນ​ຈັນ​ວານ​ນີ້ ຫລັງ​ຈາກ​ໄດ້​ມິດ​ງຽບ​ໄປເປັນ​ເວລາ​ສອງ​ມື້ ລຸນຫລັງທີ່
ໄດ້ມີ​ການ​ຖີ້ມລະ​ເບີດແລ້ວນັ້ນ.

XS
SM
MD
LG