ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີລາຍງານ ການສູ້ລົບກັນ ໃນ ຊູດານໃຕ້ ກ່ອນອະດີດ ຜູ້ນຳກະບົດ ຈະມາເຖິງ


ນາຍພົນຈັດຕະວາ Lul Ruai Koang ໂຄສົກ ທະຫານກູ້ຊາດ ປະຊາຊົນ,
ນາຍພົນຈັດຕະວາ Lul Ruai Koang ໂຄສົກ ທະຫານກູ້ຊາດ ປະຊາຊົນ,

ໄດ້ມີລາຍ​ງານກ່ຽວກັບການ​ປະ​ທະ​ກັນ​ຄັ້ງໃໝ່​ ລະຫວ່າງ ລັດຖະບານ ​ກັບກຳລັງ ຝ່າຍ​ຄ້່ານຢູ່ຊູ​ດານ​ໃຕ້ ໃນເວລາຫ້າ​ມື້ ກ່ອນ​ການມາຮອດ​ມາ​ເຖິງ​ທີ່ຄາ​ດໄວ້ລວ່ງໜ້າ ຂອງ ອະດີດ​ຜູ້ນຳ​ກະບົດ ທ່ານ Reik Machar ທີ່​ເມືອງ Juba. ​ໂຄສົກ​ ຂອງ SPLA ຝ່າຍຄ້ານ ກ່າວ​ວ່າ ກຳລັງລັດຖະບານ​ໄດ້​ໂຈມ​ຕີ​ຄ້າຍ​ຂອງ​ເຂົາ​ເຈົ້າ​ໃນ​ເມືອງ Unity’s Rubkona. ລັດຖະບານ​ຮັບ​ຮູ້​ການ​ສູ້​ລົບ​ດັ່ງກ່າວ ​ແຕ່ກໍ​ໄດ້​ຕິຕຽນ​ພວກ​ກະບົດ​ກ່ຽວກັບ​ການ​ປະ​ທະ​ກັນດັ່ງກາວ.

ຮອງ​ໂຄສົກ SPLA IO ພັນ​ຕີ Dickson Gatluak ກ່າວ​ວ່າ ທະຫານ ລັດຖະບານ​ໄດ້ໂຈມ​ຕີ​ເຂດ​ຍຶດຄອງຂອງພວກ​ກະບົດ​ໃນ​ວັນ​ພຸດ ​ແລະ​ວັນພະຫັດຜ່ານມາ. ທ່ານກ່າວວ່າ “ລັດຖະບານ​ໄດ້​ເລີ້ມ​ໂ​ຈມຕີ​ທີ່ໝັ້ນ

​ພວກ​ເຮົາ​ໃນ​ເມຶ​ອງ Rubkona ຢູ່່ໃນເຂດແຫ່ງ​ນຶ່ງ​ທີ່ຮ້ອງ​ວ່າ Turkei. ນອກນັ້ນ​ເຂົາ​ເຈົ້າຍັງໄດ້​ໂຈມ​ຕີຈຸດ​ປ້ອງ​ກັນ​ຂອງ​ພວກ​ເຮົາ​ຢູ່ Waak ​ແລະ​ອີກ​ຫລາຍ​ເຂດ​ອ້ອມແອ້ມ​ພາກ​ເໜືອ​ຂອງ​ລັດ Unity.”

ພັນ​ຕີ Gutluak ກ່າວ​ວ່າ ລັດຖະບານ ​ແລະ​ບັນດາພັນທະ​ມິດທະຫານ​ບ້ານ ​ໄດ້​ຝ່າຝືນ​ຊໍ້າ​ແລ້​ວຊໍ້າ​ອີກ​ ການຢຸດ​ຍິງ ທີ່​ໄດ້​ກຳນົດ​ຂຶ້ນໃນ​ເດືອນ​ສິງຫາຕາມຂໍ້ຕົກລົງ​ສັນ​ຕິພາບ.

​ໂຄສົກ SPLA IO ນາຍ​ພົນ​ຈັດຕະວາ Lul Ruai Koang ຮັບ​ຮູ້​ວ່າ​ທັງ​ສອງ ຝ່າຍ​ຕໍ່ສູ້ກັນໄປມາ ​ແຕ່​ກ່າວ​ວ່າ ລັດຖະບານ​ໄດ້​ປະຕິ​ບັດ​ອັນ​ທີ່​ທ່ານ​ຮ້ອງ​ວ່າ “ບົດ​ບາດ​ທຳມະ​ດາ” ​ເພື່ອ​ປ້ອງ​ກັນ​ປະຊາຊົນ ​ແລະ​ຊັບ​ສົມບັດ​ເຂົາ​ເຈົ້າ.

ອ່ານລາຍງານເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG