ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຕໍ່ສູ້ກັນຢ່າງດຸເດືອດ ຢູ່ເຂດຊາຍແດນ ລະຫວ່າງ ເຢເມນ-ຊາອູດີ ອາເຣເບຍ


ເດັກນ້ອຍຫຼາຍຄົນພາກັນຊ່ອງເບິ່ງຮູລະເບີດຈາກການໂຈມຕີ
ນຳໜ້າໂດຍພັນທະມິດ ຊາອູດີ ອາເຣເບຍ ຢູ່ຂົວແຫ່ງໜຶ່ງໃນນະຄອນຫຼວງ Sana'a, ເຢເມນ, 23 ມີນາ, 2016.
ເດັກນ້ອຍຫຼາຍຄົນພາກັນຊ່ອງເບິ່ງຮູລະເບີດຈາກການໂຈມຕີ ນຳໜ້າໂດຍພັນທະມິດ ຊາອູດີ ອາເຣເບຍ ຢູ່ຂົວແຫ່ງໜຶ່ງໃນນະຄອນຫຼວງ Sana'a, ເຢເມນ, 23 ມີນາ, 2016.

ການສູ້ຮົບກັນໃນ ເຢເມນ, ດ້ວຍກອງກຳລັງລັດຖະບານ ແລະ ພັນທະມິດ ນຳໜ້າໂດຍ ຊາ ອູດີ ອາເຣເບຍ ຂອງພວກເຂົາເຈົ້າ ກຳລັງຕໍ່ສູ້ກັບ ພວກກະບົດ Houthi ທີ່ໄດ້ຮັບການໜູນ ຫຼັງຈາກ ອີຣ່ານ, ໄດ້ມີ ຄວາມດຸເດືອດຂຶ້ນຈາກວັນສຸກຫາວັນເສົາວານນີ້ ຢູ່ເຂດຊາຍແດນ ລະຫວ່າງ ຊາອູດີ ອາເຣເບຍ ກັບ ເຢເມນ, ເຖິງແມ່ນຂໍ້ຕົກລົງການ ຢຸດຍິງ 72 ຊົ່ວໂມງມີ ກຳນົດທີ່ຈະສິ້ນສຸດລົງໃນຕອນຄ່ຳຂອງວັນເສົາ ວານນີ້ກໍຕາມ.

ພວກຜູ້ເຫັນເຫດການໄດ້ລາຍງານວ່າ ພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ ໄດ້ໂຈມ ຕີທາງອາກາດໃສ່ອຸປະກອນຍິງລູກສອນໄຟຂອງ ພວກ Houthi ໃນນະຄອນຫຼວງ Sana’a ທີ່ຕັ້ງຢູ່ພາກຕາເວັນອອກ ຂອງປະເທດ.

ທັງສອງຝ່າຍໄດ້ເຫັນດີທີ່ຈະເຄົາລົບສັນຍາສະຫງົບເສິກຊົ່ວຄາວ ທີ່ໄດ້ ຮັບການໜູນຫຼັງ ໂດຍອົງການ ສະຫະປະຊາຊາດ, ເຊິ່ງມີກຳນົດທີ່ຈະ ສິ້ນສຸດໃນຕອນທ່ຽງຄືນ, ເພື່ອອະນຸ ຍາດໃຫ້ວັດຖຸສິ່ງຂອງທີ່ມີຄວາມ ຕ້ອງການຢ່າງແຮງ ເຂົ້າໄປເຖິງພົນລະເຮືອນຜູ້ທີ່ຖືກ ຕັດຂາດຈາກການ ຊ່ວຍເຫຼືອຈາກພາຍນອກ.

ທູດພິເສດ ສະຫະປະຊາຊາດ ທ່ານ Ismail Ould Cheikh Ahmed ຜູ້ທີ່ກຳລັງຫາທາງ ຂະຫຍາຍເວລາການຢຸດຍິງອອກໄປ, ໄດ້ອະທິບາຍວ່າເປັນ ໂອກາດໜຶ່ງທີ່ຈະສ້າງພື້ນ ຖານສຳລັບການ ເຈລະຈາ ເພື່ອສິ້ນສຸດສົງຄາມກາງເມືອງທີ່ມີມາເກືອບ 2 ປີໃນ ເຢເມນ, ເຊິ່ງມີຊາຍແດນຕິດກັບ ຊາອູດີ ອາເຣເບຍ ໃນພາກໃຕ້ ຂອງປະເທດ. ບັນດານັກສິ້ງຊອມ ກ່າວວ່າ ປະຊາຊົນເກືອບ 7,000 ຄົນ, “ຢ່າງໜ້ອຍເຄິ່ງໜຶ່ງໃນນັ້ນແມ່ນພົນລະເຮືອນ ໄດ້ ເສຍຊີວິດ ນັບຕັ້ງແຕ່ການຕໍ່ສູ້ຍຶດອຳນາດໄດ້ເລີ່ມຂຶ້ນ.

ໃນວັນສຸກທີ່ຜ່ານມາ, ທ່ານ Ahmed ໄດ້ອະທິບາຍວ່າ ສັນຍາຢຸດຍິງນີ້ເປັນຄືກັນ ກັບວ່າ “ແຕກຫັກໄດ້ງ່າຍ, ແຕ່ສ່ວນໃຫຍ່ກໍສາມາດປະຕິບັດໄດ້.”

ໃນຕອນແລງຂອງມື້ ທ່ານໄດ້ພົບປະກັບຮອງປະທານາທິບໍດີ ເຢເມນ ທີ່ຖືກຂັບໄລ່ໄປຢູ່ ຊາອູດີ ອາເຣເບຍ ທ່ານ Ali Mosen al-Ahmar, ແລະ ໄດ້ກ່າວຫຼັງຈາກນັ້ນວ່າ ກອງກຳ ລັງລັດຖະບານ ເຢເມນ ໄດ້ ຝຶກຊ້ອມການຍັບຢັ້ງຕໍ່ໜ້າສິ່ງທີ່ທ່ານກ່າວວ່າ ມີການລ່ວງລະ ເມີດ ສັນຍາຢຸດຍິງມາຫຼາຍກວ່າ 400 ຂໍ້ ໂດຍພວກນັກຮົບກະບົດ Shi’ite.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG