ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບ ຍັງສືບຕໍ່ ໃນເມືອງ Aleppo ຊີເຣຍ


ລາຍງານສະຖິຕິຈໍານວນຄົນເສຍຊີວິດໃນທົ່ວຊີເຣຍຍ້ອນການສູ້ລົບກັນລະຫວ່າງກໍາລັງຝ່າຍລັດຖະບານ ແລະຝ່າຍກະບົດ
ລາຍງານສະຖິຕິຈໍານວນຄົນເສຍຊີວິດໃນທົ່ວຊີເຣຍຍ້ອນການສູ້ລົບກັນລະຫວ່າງກໍາລັງຝ່າຍລັດຖະບານ ແລະຝ່າຍກະບົດ

ການ​ສູ້​ລົບ​ກັນ​ຢູ່​ໃນ​ເມືອງ Aleppo ຊຶ່ງ​ເປັນ​ເມືອງ​ໃຫຍ່ສຸດ​ຂອງຊີ​ເຣຍ ​ຍັງ​ສືບ​ຕໍ່​ຢູ່​ຕໍ່​ມາ ​ຫລັງ​
ຈາກ​ການ​ປະ​ທະ​ກັນ​ມາ​ເປັນ​ເວລາ 2 ອາທິດ ​ແລະນັກ​ເຄື່ອນ​ໄຫ​ວ​ ​ລາຍ​ງານ​ວ່າ ພວກ​ກະບົດ​
ໄດ້ໃຊ້ລົດ​ຖັງ ​ຍິ່ງໃສ່​ເດີ່ນ​ເຮືອບິນ​ທະຫານ.

ອົງການ​ສິ້ງຊອມ​ສິດ​ທິມະນຸດ ທີ່​ມີ​ຫ້ອງການ​ຕັ້ງຢູ່​ອັງກິດ ກ່າວ​ວ່າ ກໍາລັງຂອງ​ຝ່າຍລັດ​ຖະ
ບານ ​ໄດ້​ຍິ່ງ​ຖະຫລົ່ມ​ຄຸ້ມນຶ່ງ​ຂອງ​ເມືອງ Aleppo ​ໃນ​ວັນ​ພະຫັດມື້​ນີ້ ​ເຮັດ​ໃຫ້​ພົນລະ​ເຮືອນ​
ເສຍ​ຊີວິດ 7 ຄົນ.

ບັນດາ​ນັກ​ເຄື່ອນໄຫ​ວຍັງ​ກ່າວ​ອີກວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ທໍາການ​ໂຈມ​ຕີ​ໃນ​ວັນ​
ພຸດ ຕໍ່​ຫລາຍ​ເຂດ​ໃນ​ນະຄອນຫລວງ​ Damascus ຊຶ່ງໄດ້ສັງຫານ ຫລາຍ​ສິບ​ຄົນ​. ສື່​ຂອງ​
ລັດຖະບານຊີ​ເຣຍ ກ່າວ​ວ່າ ການ​ປະຕິບັດ​ງານດັ່ງກ່າວ​ແມ່ນ​ແນ່ໃສ່​ກຸ່ມກໍ່​ການ​ຮ້າຍ​ຢູ່​ໃນ​
ຕົວເມືອງ.

ຄວນໄຟໃໜ້ຈາກຕືກ ຫລັງຈາກການໂຈມຕີຂອງກໍາລັງລັດຖະບານ ທີ່ສະໜັບສະໜູນ ປະທານາທິບໍດີ Bashar al-Assad ທີ່ເມືອງ Aleppo, ວັນທີ່ 31, ກໍລະກົດ 2012.
ຄວນໄຟໃໜ້ຈາກຕືກ ຫລັງຈາກການໂຈມຕີຂອງກໍາລັງລັດຖະບານ ທີ່ສະໜັບສະໜູນ ປະທານາທິບໍດີ Bashar al-Assad ທີ່ເມືອງ Aleppo, ວັນທີ່ 31, ກໍລະກົດ 2012.

​ໃນ​ຂະນະ​ດຽວກັນ ອົງການ
​ສະຫະ​ປະຊາ​ຊາດກ່າວ​ວ່າ
​ເກືອບ 3 ລ້ານ​ຄົນ​ໃນ ຊີ​ເຣຍ
ກໍາລັງຕ້ອງການຄວາມ​ຊ່ວຍ
​ເຫລືອ​ດ້ານ​ອາຫານ ​ແລະ​ຍັງ
​ໄດ້​ເຕືອນ​ອີກ​ວ່າ ​ເຄິ່ງນຶ່ງ​ຂອງ
​ຈໍານວນ​ດັ່ງກ່າວ ມີ​ຄວາມ​ຕ້ອງ
ການ ການ​ຊ່ວຍ​ເຫລືອ​ ​ໂດຍ
​“ດ່ວນ​ແລະໂດຍ​ທັນ​ທີ່” ໃນໄລ
ຍະສາມ ຫາຫົກ​ເດືອນ​ຂ້າງ​ໜ້າ​ນີ້.

ອົງການ​ອາຫານ ​ແລ​ະການ​ກະ
​ເສດຂອງສະຫະ​ປະຊາ​ຊາດ ​ໄດ້
​ອອກ​ຖະ​ແຫລ​ງການຮ່ວມກັບ ໂຄງການ​ອາຫານ​ໂລກ (WFP) ກ່າວ​ວ່າ ວິ​ກິດ​ການ 17 ​ເດືອນ
​ໃນ​ຊີ​ເຣຍ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ ​ພາກສ່ວນກະ​ເສດຂອງ​ປະ​ເທດ​ເຖິງ 1800 ​ລ້ານ​ໂດ​
ລາ ​ແຕ່​ກ່າວຕໍ່​ໄປວ່າ ຜົນ​ກະທົບ​ດ້ານມະນຸດສະ​ທໍາແມ່ນ ສໍາຄັນ​ຫລາຍ​ກ່ວາ​ນັ້ນ​ອີກ.

​ຂໍ້​ມູນດັ່ງກ່າວ​ນັ້ນ ​ແມ່ນອີງ​ຕາມ​ການຕີ​ລາຄາ​ຮ່ວມກັນ​ຂອງອົງການ​ສະຫະ​ປະຊາ​ຊາດ ​ແລະ​
ລັດຖະບານ​ຊີ​ເຣຍ.

XS
SM
MD
LG