ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

​ການ​ສູ້​ລົບກັນ ​ໃນນະ​ຄອນ​ຫຼວງ​​ຊູ​ດານ ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ


ແປວ​ຄວັນ​ສີ​ດຳ ສາ​ມາດ​ແນມ​ເຫັນ​ຢູ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ທ່າມ​ກາງ​ການ​ສູ້​ລົບ​ກັນ​ລະ​ຫວ່າງ​ສອງ​ນາຍ​ພົນ ທີ່​ເປັນ​ປໍ​ລະ​ປັກ ຢູ່​ໃນ​ຊູ​ດານ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.
ແປວ​ຄວັນ​ສີ​ດຳ ສາ​ມາດ​ແນມ​ເຫັນ​ຢູ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ທ່າມ​ກາງ​ການ​ສູ້​ລົບ​ກັນ​ລະ​ຫວ່າງ​ສອງ​ນາຍ​ພົນ ທີ່​ເປັນ​ປໍ​ລະ​ປັກ ຢູ່​ໃນ​ຊູ​ດານ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.

ການ​ສູ້​ລົບ​ກັນ​ຢູ່​ໃນ​ນະ​ຄອນ​ຫຼວງ​ຂອງ​ຊູ​ດານ ​ໄດ້​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ໃນ​ວັນ​ພຸດ​ວານນີ້ ໃນ​ຂະ​ນະ​ທີ່ຜູ້​ເຫັນ​ເຫດ​ການ​ ລາຍ​ງານ​ກ່ຽວ​ກັບ ​ການ​ໂຈມ​ຕີ​ທາງ​ອາ​ກາດ​ ການ​ຍິງ​ຈະ​ຫຼວດເຂົ້າ​ໃສ່​ກັນ ແລະ​ສຽງ​ປືນ​ດັງ​ຂຶ້ນ​ຢູ່​ໃນ​ຫຼາຍໆ​ຄຸ້ມ. ຢູ່​ພາກ​ໃຕ້​ຊູ​ດານ ການ​ສູ້​ລົບ​ກັນ​ລະ​ຫວ່າງ​ຊົນ​ເຜົ່າ​ໄດ້​ແກ່​ຍາວ​ມາ​ເປັນ​ເວ​ລາ​ຫຼາຍມື້ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າ ບັນ​ຫາ​ຂັດ​ແຍ້ງ​ຊຶ່ງ​ສ່ວນ​ໃຫຍ່​ມີ​ຈຸດ​ສູນ​ກາງ​ຢູ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມນັ້ນ ອາດ​ຈະ​ແຜ່​ຂະ​ຫຍາຍ​ອອກ​ໄປ.

ກອງ​ທັບ​ຊູ​ດານ ທີ່​ນຳ​ພາ​ໂດຍນາຍພົນອັບແດລ ຟາຕາ ອາລ-ເບີຮານ ໄດ້​ທຳ​ການ​ໂຈມ​ຕີ​ເປົ້າ​ໝາຍ​ຢູ່​ໃນ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມແລະ​ສອງ​ຫົວ​ເມືອງ​ເອື້ອຍ​ນ້ອງ ເມືອງ​ໂອມ​ເດີ​ຣ​ແມນ ແລະ​ບາ​ຫ໌​ຣີ ເປັນ​ມື້​ທີ​ສອງ ໃນ​ຂະ​ນະ​ທີ່​ກອງ​ທັບ​ຊູ​ດານ​ພະ​ຍາ​ຍາມ​ທີ່​ຈະ​ຂັບ​ໄລ່ກຳລັງເຄື່ອນ​ທີ່ສະໜັບສະໜູນວ່ອງໄວ RSF ​ທີ່ນຳພາໂດຍນາຍພົນໂມຮໍາເມັດ ຮຳດານ ດາ​ກາ​ໂລ ຊຶ່ງ​ໄດ້​ຕັ້ງ​ທີ່​ໝັ້ນ ​ຢູ່​ຕາມ​ຄຸ້ມ​ບ້ານ​ເຮືອນ​ຂອງປະ​ຊາ​ຊົນ ນັບ​ແຕ່​ການ​ສູ້​ລົບ​ລະ​ເບີດ​ຂຶ້ນ​ເມື່ອ​ກາງ​ເດືອນ​ເມ​ສາ​ຜ່ານ​ມາ.

US 'Cautiously Optimistic' About Sudan Cease-Fire
please wait

No media source currently available

0:00 0:02:49 0:00

ທ້າວ​ອາ​ເໝັດ ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ຄຸ້ມ​ຊາມ​ບາດໃນ​ເມືອງບາ​ຫ໌​ຣີ ກ່າວ​ຕໍ່​ອົງ​ການຂ່າວ​ຣອຍ​ເຕີ້​ວ່າ “ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຢ່າງ​ໜັກ ແລະຍິງ​ຈະ​ຫຼວດ RPG ເຂົ້າ​ໃສ່ ເລີ້ມ​ແຕ່ 6 ໂມງ​ເຄິ່ງ​ຕອນ​ເຊົ້າ. ພວກ​ເຮົາ​ໄດ້​ໝູບ​ລົງ​ໃສ່​ພື້ນ​ດິນ ແລະ​ມີ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ໃກ້ໆ​ກັບ​ພວກ​ເຮົາ​ທີ່​ພາ​ກັນ​ແລ່ນ​ໄປ​ຫາ​ແມ່​ນ້ຳ​ໄນ​ລ໌ ເພື່ອ​ປົກ​ປ້ອງ​ເຂົາ​ເຈົ້າ​ໂດຍ​ຄູ​ແຄມ​ນ້ຳ.”

ຢູ່​ພາກ​ໃຕ້​ຊູ​ດານ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ການ​ສູ້​ລົບ​ລະ​ຫວ່າງ​ຊົນ​ເຜົ່າ​ຮາວ​ຊາ ແລະ​ເຜົ່າ​ນູ​ບາ ເກີດ​ຂຶ້ນ​ຍ້ອນ​ການ​ສູ້​ລົບ​ທີ່​ຄາ​ຣ໌​ທູມ​ຫຼື​ບໍ່. ຄວາມ​ຮຸນ​ແຮງ

​ແບບນີ້​ບໍ່​ແມ່ນ​ເລື້ອງ​ແປກ ຢູ່​ໃນ​ເຂດ​ພາກ​ໃຕ້ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຊູ​ດານ. ການ​ຕໍ່​ສູ້​ກັນ​ເມື່ອ​ໄວໆ​ມານີ້ເຮັດ​ໃຫ້​ມີ​ 25 ຄົນ​ເສຍ​ຊີ​ວິດ ອີງ​ຕາມ​ສະ​ຫະ​ພັນ​ນາຍ​ໝໍ​ຂອງ​ປະ​ເທດດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG