ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີ​​ຢ່າງ​ນ້ອຍ 16 ຄົນ ​ເສຍ​ຊີວິດ ຢູ່​ເມືອງ​ທ່າ Sidon ໃນເລບານອນ (ວີດີໂອ)


LEBANON CLASHES VO
please wait
Embed

No media source currently available

0:00 0:00:33 0:00

ເບິ່ງວີດິໂອ ການ​ຕໍ່ສູ້​ ໃນເລບານອນ

ກອງ​ກໍາລັງ​ທະຫານ​ເລ​ບາ​ນອນ ໄດ້ສືບ​ຕໍ່ທໍາ​ການ​ຕໍ່ສູ້​ຢ່າງ​ໜັກ
ໜ່ວງ ​ກັບພວກ​ທີ່ຕິດຕາມ​ ນັກບວດ​ຫົວ​ແຂງ​ກະດ້າງ​ຊາວ
Sunni ຄົນ​ນຶ່ງ ທີ່​ລີ້​ຊ່ອນ​ໂຕ​ຢູ່​ໃນເຂດວັດແຫ່ງນຶ່ງ ໃນ​ເມືອງ​ທ່າ
Sidon ​ໃນ​ວັນ​ຈັນ​ວານ​ນີ້ ອັນ​ເປັນ​ມື້​ທີ 2 ຂອງ​ການ​ຕໍ່ສູ້​ກັນທີ່​
ເຮັດ​ໃຫ້ມີພວກ​ທະຫານຢ່າງ​ນ້ອຍ 16 ຄົນ​ເສຍ​ຊີວິດ.

ເຫດລະເບີດໃນເມືອງທ່າ Sidon
ເຫດລະເບີດໃນເມືອງທ່າ Sidon

ສຽງປືນ​ກົນ​ແລະ​ສຽງລະ​ເບີດ RPG ໄດ້ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​
ໃຫ້​ພວກ​ຊາວ​ເມືອງ ທີ່​ລາຍ​ງານ​ວ່າ ​ມີ​ໄຟຟ້າມອດ​ແລະນໍ້າ​ບໍ່​ໄຫຼ​ອີກ.

ອະດີ​ດນາຍົກລັດຖະມົນຕີ Fouad Saniora ​ໄດ້​ບອກ​ກັບ​ພວກ
​ນັກ​ຂ່າວ​ວ່າ ທັງ​ທ່ານ​ແລະ​ພວກຜູ້​ນໍາອື່ນໆ ​ຮວມທັງປະທານາທິ
ບໍດີ Michel Suleiman ກໍາລັງ​ພະຍາຍາມ “​ຈັດ​ຕັ້ງ​ປະຕິບັດ
ການ​ຫ້າມອອກ​ນອກບ້ານຢ່າງ​ສິ້ນ​ເຊີງ ໃນ​ເມືອງ Sidon ​ນັ້ນ​ແລະ
​ໃຫ້​ມີ​ການ​ຖອນທະຫານບ້ານ​ທັງ​ໝົດ ອອກໄປຈາກ​ເມືອງດັ່ງກ່າວ.”

ການ​ປະ​ທະ​ກັນລະ​ເບີ​ດຂຶ້ນ ​ໃນວັນ​ອາທິດ​ແລ້ວ​ນີ້ ຫຼັງ​ຈາກ​ທີ່​ກອງ
​ທະຫານ​ໄດ້​ຈັບ​ກຸມ​ຜູ້ຈົງ​ຮັກ​ພັກ​ດີ​ຕໍ່​ ທ່ານ Sheik Ahmed
al-Assir ຜູ້​ນໍາຊາວ Sunni ​ໃນ​ເຂດທ້ອງ​ຖິ່ນ.

XS
SM
MD
LG