ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເກີດການປະທະກັນຢ່າງໜັກ ລະຫວ່າງ ກອງກຳລັງມຽນມາ ແລະ ກຸ່ມ​ກະບົດ Kokang


ທະຫານກຸ່ມ​ກະບົດມຽນມາ ລາດຕະເວນເຂດທະຫານ
ລັດຖະບານມຽນມາ ຂົງເຂດ Kokang, 10 ມີນາ 2015.
ທະຫານກຸ່ມ​ກະບົດມຽນມາ ລາດຕະເວນເຂດທະຫານ ລັດຖະບານມຽນມາ ຂົງເຂດ Kokang, 10 ມີນາ 2015.

ກຸ່ມກະບົດມຽນມາ ຂົງເຂດ Kokang ກ່າວວ່າ ການຕໍ່ສູ້ກັນໃນ
ຂົງເຂດດັ່ງກ່າວແມ່ນຮຸນແຮງຂຶ້ນ ນັບຕັ້ງແຕ່ ກອງກຳລັງທະຫານ
ໄດ້ອອກມາບຸກໂຈມຕີພວກຕົນ ໃນຈຳນວນຫຼວງຫຼາຍ ໃນອາທິດນີ້.

ທ່ານ Tun Myat Lin ໂຄສົກຂອງ ກຸ່ມກະບົດ Kokang ໄດ້ບອກ
ກັບ VOA ພະແນກພາສາມຽນມາ ວ່າ ລັດຖະບານໄດ້ກະທຳກັບ
ພວກຕົນ ປຽບສະເໝືອນກັບການຕໍ່ສູ້ກັບພວກຕ່າງປະເທດທີ່
ເຂົ້າມາຮຸກຮານນັ້ນ.

ທ່ານ Tun Myat ໄດ້ກ່າວວ່າ “ມັນຮ້າຍແຮງຫຼາຍໃນມື້ວານນີ້
ຈາກ 5 ໂມງເຊົ້າ ເຖິງທ່ຽງຄືນ ພວກເຂົາຍັງທຳການສູ້ລົບກັນ
ທາງພາກພື້ນດິນຢູ່ ແລະພວກເຂົາກໍໃຊ້ອາວຸດໃຫຍ່ ແຕ່ວ່າຕໍ່ມາ​ພວກເຂົາກັບໃຊ້ອາວຸດໜັກ
ໝົດທັງຄືນເລີຍ. ມື້ນີ້ ຈົນຮອດດຽວນີ້, ພວກເຂົາຍັງໃຊ້ອາວຸດໜັກຢູ່ ແລະການສູ້ລົບກັນນັ້ນ
ຍັງດຳເນີນສືບຕໍ່ທາງພາກພື້ນດິນ.”

ທ່ານໄດ້ກ່າວເພີ້ມຕື່ມວ່າ ມີພວກກະບົດຫຼາຍເຖິງ 160 ຄົນ ໄດ້ຖືກສັງຫານ​ຫຼືບໍ່ກໍບາດ
ເຈັບຈາກການປະທະກັນຄັ່ງນີ້.

ລັດຖະບານ ຍັງບໍ່ທັນໄດ້ລາຍງານຢ່າງເປັນທາງການ ກ່ຽວກັບຈຳນວນຜູ້ບາດເຈັບລົ້ມ
ຕາຍເທື່ອ ແຕ່ວ່າ ສື່ທາງການຂອງລັດຖະບານໄດ້ລະບຸວ່າ ມີທະຫານ 2 ຄົນ ໄດ້ຖືກສັງ
ຫານ ແລະອີກ 5 ຄົນ ໄດ້ຮັບບາດເຈັບ ໃນຂະນະທີ່ມີການປະທະກັນຢ່າງຮຸນແຮງ ທີ່ໃກ້ໆ
ກັບເມືອງ Laukkai ໃນສັບປະດານີ້.

XS
SM
MD
LG