ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ສູ້​ລົບ​ກັນ​ ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ຢູ່​ໃນ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ຫຼັງ​ຈາກ​ການ​ຢຸດ​ຍິງ ໝົດ​ອາ​ຍຸ​


ຜູ້​ຄົນ​ພາ​ກັນ​ຂຶ້ນ​ລົດ​ເມ ອອກ​ຈາກ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 3 ມິ​ຖຸ​ນາ 2023 ໃນ​ຂະ​ນະ​ທີ່​ການ​ສູ້​ລົບ​ກັນ ລະ​ຫວ່າງກອງ​ທັບ​ຊູ​ດານ ແລະ​ກຳ​ລັງ RSF ຮ້າຍ​ແຮງ​ຂຶ້ນ.
ຜູ້​ຄົນ​ພາ​ກັນ​ຂຶ້ນ​ລົດ​ເມ ອອກ​ຈາກ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 3 ມິ​ຖຸ​ນາ 2023 ໃນ​ຂະ​ນະ​ທີ່​ການ​ສູ້​ລົບ​ກັນ ລະ​ຫວ່າງກອງ​ທັບ​ຊູ​ດານ ແລະ​ກຳ​ລັງ RSF ຮ້າຍ​ແຮງ​ຂຶ້ນ.

ການ​ສູ້​ລົບ​ກັນ​ເລີ້ມ​ຮຸນ​ແຮງ​ຂຶ້ນ​ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ​ໃນ​ວັນ​ອາ​ທິດ​ວານນີ້ ​ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫຼວງ​ຂອງຊູ​ດານລາຍ​ງານ ນຶ່ງມື້​ຫຼັງ​ຈາກ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ລະ​ຫວ່າງ​ພວກ​ທະ​ຫານ​ສອງ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ​ ຊຶ່ງ​ໄກ່​ເກ່ຍ​ໂດຍ​ຊາ​ອຸ​ດີ ອາ​ຣາ​ເບຍແລະ​ສ​ະ​ຫະ​ລັດ ໝົດ​ອາ​ຍຸ​ລົງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ການ​ຢຸດ​ຍິງ​ ຊຶ່ງ​ເລີ້ມ​ຂຶ້ນ​ເມື່ອ​ວັນ​ທີ 22 ພຶດ​ສະ​ພາ ແລະ​ໝົດ​ອາ​ຍຸ​ລົງ ​ໃນ​ຕອນ​ແລງ​ຂອງວັນ​ເສົາ​ຜ່ານ​ມານີ້. ມັນ​ໄດ້​ເຮັດ​ໃຫ້​ການ​ສູ້​ລົບ​ກັນ​ເບົາ​ບາງ​ລົງໜ້ອຍ​ນຶ່ງ ແລະ​ອະ​ນຸ​ຍາດ​ໃຫ້​ການ​ເຂົ້າ​ເຖິງ ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ຂອບ​ເຂດ​ທີ່​ຈຳ​ກັດ ແຕ່​ກໍ​ບໍ່​ຕ່າງ​ຫຍັງ​ກັບ​ການ​ຢຸດ​ຍິງ​ເທື່ອ​ກ່ອນ ຊຶ່ງ​ໄດ້​ມີ​ການ​ລະ​ເມີດ​ຊ້ຳ​ແລ້ວ​ຊ້ຳ​ອີກ. ການ​ເຈ​ລະ​ຈາ​ເພື່ອ​ຕໍ່​ອາ​ຍຸ​ກາ​ນ​ຢຸດ​ຍິງ ໄດ້​ແຕກ​ຫັກ​ລົງ​ໃນ​ມື້​ວັນ​ສຸກ.

ການ​ຍາດ​ແຍ່ງ​ອຳ​ນາດ​ຢ່າງ​ຮ້າຍ​ແຮງ​ໄດ້​ລະ​ເບີດ​ຂຶ້ນ​ຢູ່​ໃນ​ຊູ​ດານ​ເມື່ອ​ວັນ​ທີ 15 ເມ​ສາ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຂະ​ໜາດ​ໃຫຍ່ໂດຍ​ມີ​ປະ​ຊາ​ຊົນ​ຫຼາຍກວ່າ 1 ລ້ານ 2 ແສນ​ຄົນຕ້ອງ​ອົບ​ພະ​ຍົບ​ຫຼົບ​ໄພ​ຢູ່​ພາຍ​ໃນ​ປະ​ເທດ ແລະ​ອີກ 400,000 ຄົນ​ຕ້ອງ​ໄດ້​ຫຼົບ​ໜີ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ.

ນອກນັ້ນ​ແລ້ວ ວິ​ກິດ​ການ​ດັ່ງ​ກ່າວ​ຍັງ​ໄດ້​ຂົ່ມ​ຂູ່​ທີ່​ຈະ​ກໍ່​ໃຫ້​ເກີດ​ການ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ.

​ອ່ານຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG