ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກກະບົດ ຍິງເຮຣີຄອບເຕີ້ ຂອງຢູເຄຣນ ຕົກ 2 ລຳ ທີີ່ ເມືອງ Slaviansk (ສະໄລດ໌/ວີດີໂອ)


ທະຫານຢູເຄຣນ ຍາມດ່ານກວດແຫ່ງນຶ່ງ ໃກ້ໆກັບເມືອງ Slaviansk ໃນພາກຕາເວັນອອກຂອງຢູເຄຣນ (2 ພຶດສະພາ 2014)
ທະຫານຢູເຄຣນ ຍາມດ່ານກວດແຫ່ງນຶ່ງ ໃກ້ໆກັບເມືອງ Slaviansk ໃນພາກຕາເວັນອອກຂອງຢູເຄຣນ (2 ພຶດສະພາ 2014)
ການສູ້ລົບກັນໄດ້ລະເບີດຂຶ້ນ ຢູ່ໃນເຂດອ້ອມແອ້ມຫົວເມືອງແຫ່ງ
ນຶ່ງ ທີ່ພວກກະບົດຄວບຄຸມ ຢູ່ໃນພາກຕາເວັນອອກຂອງຢູເຄຣນ ຂະນະທີ່ກຳລັງທະຫານຢູເຄຣນເລີ້ມທຳການປະຕິບັດງານຕໍ່ຕ້ານ ພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍ.

ລັດຖະມົນຕີກະຊວງພາຍໃນຂອງຢູເຄຣນທ່ານ Arsen Avakov
ກ່າວວ່າ ພວກກະບົດໄດ້ຍິງເຮືອບິນເຮຣີຕອບເຕີ້ຂອງຢູເຄຣນຕົກ
2 ລຳ ໃນລະຫວ່າງການບຸກໂຈມຕີເມືອງ Slaviansk ເຮັດໃຫ້ນັກ
ບິນທັງ 2 ເສຍຊີວິດ.

ທ່ານ Avakov ກ່າວຜ່ານທາງ Facebook ຂອງທ່ານວ່າ ຢູເຄຣນ
ທວງໃຫ້ພວກກະບົດປ່ອຍໂຕປະກັນທີ່ພວກເຂົາຈັບໄວ້ ວາງອາວຸດ ຖອນຕົວອອກໄປຈາກຕຶກ ໂຮງການທີ່ພວກເຂົາເຂົ້າຢຶດ ແລະຟື້ນຟູໂຄງລ່າງພື້ນຖານໃນເຂດເທດສະບານຂອງເມືອງດັ່ງ
ກ່າວ.

ທີ່ນະຄອນຫຼວງມົສກູ ໂຄສົກຂອງປະທານາທິບໍດີ Vladimir Putin ກ່າວວ່າ ການບຸກໂຈມຕີ ຂອງຢູເຄຣນໃນວັນສຸກມື້ື້ນີ້ ໄດ້ທຳລາຍຄວາມຫວັງຂັ້ນສຸດທ້າຍ ຕໍ່ຂໍ້ຕົກລົງສັນຕິພາບທີ່ມີບັນ ຫາ ແນໃສ່ເພື່ອຫລຸດຜ່ອນວິກິດການໃນຢູເຄຣນ.

ໃນວັນພະຫັດວານນີ້ ທ່ານ Putin ໄດ້ທວງໃຫ້ຢູເຄຣນ ຖອນທະຫານທັງໝົດ ອອກໄປຈາກ ເຂດທີ່ພວມມີບັນຫາໃກ້ຊາຍແດນຣັດເຊຍ. ທ່ານໄດ້ທຳການຮຽກຮ້ອງດັ່ງກ່າວໃນລະຫວ່າງ ໂທລະສັບໄປໂອ້ລົມ ກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Marke ຜູ້ທີ່ຈະ ພົບປະກັບປະທານາທິບໍດີບາຣັກ ໂອບາມາ ທີ່ກຸງວໍຊິງຕັນ ໃນວັນສຸກມື້ນີ້.
UKRAINE VO
please wait
Embed

No media source currently available

0:00 0:00:27 0:00

ໃນວັນພະຫັດວານນີ້ ປະທານາທິບໍດີຊົ່ວຄາວຂອງຢູເຄຣນ ທ່ານ Oleksandr Turchynov ໄດ້ລົງນາມໃນດຳລັດເກນທະຫານ ເພື່ອຮັບມືກັບຄວາມຮຸນແຮງ ທີ່ພວມທະວີຂຶ້ນຂອງພວກ ແບ່ງແຍກດິນແດນນິຍົມຣັດເຊຍ ທີ່ໄດ້ເຂົ້າຢຶດເອົາ ຕຶກໂຮງການລັດຖະບານ ຢູ່ໃນປະມານ 10 ກວ່າຫົວເມືອງ ໃນເຂດພາກຕາເວັນ ອອກຂອງຢູເຄຣນ ທີ່ປາກພາສາຣັດເຊຍນັ້ນ.
XS
SM
MD
LG