ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນ ໃນພາກຕາເວັນອອກ ຢູເຄຣນ ເລີ້ມຂຶ້ນອີກ ກ່ອນການ ເຈລະຈາ (ສະໄລດ໌/ວີດີໂອ)


ທະຫານຢູເຄຣນ ຈາກກອງພັນ "Azov" ນັ່ງຢູ່ເທິງລົດຫຸ້ມເກາະ ທີ່ດ່ານກວດແດງນຶ່ງ ໃນເມືອງທ່າ Mariupol (5 ກັນຍາ 2014)
ທະຫານຢູເຄຣນ ຈາກກອງພັນ "Azov" ນັ່ງຢູ່ເທິງລົດຫຸ້ມເກາະ ທີ່ດ່ານກວດແດງນຶ່ງ ໃນເມືອງທ່າ Mariupol (5 ກັນຍາ 2014)

ມີລາຍງານວ່າ ໄດ້ເກີດການສູ້ລົບກັນຢ່່າງໜັກໃນວັນສຸກມື້ນີ້ຢູ່ໃນ
ພາກຕາເວັນອອກ ຂອງຢູເຄຣນ ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ Kyiv
ແລະພວກຜູ້ນຳກະບົດຈະເລີ້ມພົບປະກັນເພື່ອເປີດການເຈລະຈາ
ສັນຕິພາບ ທີ່ທັງສອງຝ່າຍຕ່າງກໍຫວັງວ່າ ຈະພາໃຫ້ ມີການຢຸດຍິງ
ນັ້ນ.

ພວກທີ່ເຫັນເຫດການເວົ້າວ່າ ໄດ້ມີສຽງລະເບີດ ແລະສຽງປືນດັງ
ຂຶ້ນ ຢູ່ໃນເຂດຊານເມືອງ ຂອງເມືອງທ່າຍຸດທະສາດ Mariupol ທີ່ຕັ້ງຢູ່ໃນພາກຕາເວັນອອກຂອງປະເທດ ຊຶ່ງເປັນການສູ້ລົບກັນ
ທີ່ຍັງດຳເນີນຢູ່ຕໍ່ມາ ຕັ້ງແຕ່ແລງວັນພະຫັດວານນີ້.

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ແລະຜູ້ນຳ ຂອງພວກກະບົດແບ່ງແຍກ ດິນແດນກ່າວວ່າ ພວກທ່ານພ້ອມແລ້ວ ທີ່ຈະຍຸຕິການສູ້ລົບຊຶ່ງໄດ້ດຳເນີນມາເປັນ ເວລາ 5 ເດືອນໃກ້ໆຊາຍແດນຣັດເຊຍ ຖ້າຂໍ້ຕົກລົງສັນຕິພາບໄດ້ມີການລົງນາມກັນໃນ ວັນສຸກມື້ນີ້.

ບັນດາຜູ້ຕາງໜ້າຂອງຢູເຄຣນ ພວກກະບົດ ຣັດເຊຍ ພ້ອມທັງອົງ
ການວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບຫຼື OSCE
ກຳລັງຫາລືກັນກ່ຽວກັບແຜນການສັນຕິພາບດັ່ງກ່າວໃນວັນສຸກມື້
ນີ້ ທີ່ນະຄອນຫຼວງ Minsk ຂອງເບລາຣຸສ.

ໃນ​ວັນ​ພຸດ​ວານ​ນີ້ ປະທານາທິບໍດີຣັດເຊຍ ທ່ານ Putin ​ໄດ້​ເປີດ​
ເຜີຍ​ແຜນການປະຕິບັດງານ 7 ຂໍ້ ເພື່ອ​ຍຸດຕິການກໍ່ກະບົດ​ແບ່ງ
​ແຍກ​ດິນ​ແດນ ໃນ​ພາກຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ຂໍ້ຕົກລົງດັ່ງ
ກ່າວ ອີງຕາມການອະທິບາຍຂອງຜູ້ນຳຣັດເຊຍແລ້ວແມ່ນຮຽກ ຮ້ອງໃຫ້ຍຸດຕິການປະຕິບັດງານບຸກໂຈມຕີ ທັງໂດຍກຳລັງຂອງລັດຖະບານຢູເຄຣນ ແລະ ພວກກະບົດແບ່ງແຍກດິນແດນ.

ນອກນັ້ນ ຂໍ້ຕົກລົງ​ນີ້ຍັງ​ໄດ້ຮຽກຮ້ອງ​ໃຫ້​ຖອນ​ກຳລັງທະຫານຢູເຄຣນ​ອອກ​ຈາກພາກ​ຕາເວັນ​ອອກ​ຂອງ​ປະ​ເທດ ຊຶ່ງຄາດວ່າຄົງປ່ອຍໃຫ້ພວກກະບົດຄວບຄຸມ ດິນແດນດັ່ງກ່າວ. ພວກນັກ ວິເຄາະຫລາຍໆຄົນເວົ້າວ່າ Kyiv ຄົງປະຕິເສດ ບໍ່ຮັບເອົາຂໍ້ຕົກລົງນີ້ ໂດຍເຫັນວ່າ ເປັນການ ຍອມຈຳນົນ.

UKRAINE CNPK
please wait
Embed

No media source currently available

0:00 0:02:12 0:00

XS
SM
MD
LG