ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ໄບເດັນ ກ່າວວ່າ ການຕໍ່ສູ້ກັບການສໍ້ລາດບັງຫຼວງ ເປັນຈຸດໃຈກາງ ໃນຜົນປະໂຫຍດ ດ້ານຄວາມປອດໄພແຫ່ງຊາດ


ປະທານາທິບໍດີ ໂຈ ໄບເດັນ ຍ່າງໄປຂຶ້ນເຮລິຄັອບເຕີ ມາຣີນ ວັນ ຢູ່ໃກ້ກັບທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 2 ມິຖຸນາ, 2021.
ປະທານາທິບໍດີ ໂຈ ໄບເດັນ ຍ່າງໄປຂຶ້ນເຮລິຄັອບເຕີ ມາຣີນ ວັນ ຢູ່ໃກ້ກັບທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 2 ມິຖຸນາ, 2021.

ລັດຖະບານຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ສ້າງຕັ້ງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງເປັນທາງການເພື່ອເປັນຈຸດໃຈກາງໃນຜົນປະໂຫຍດດ້ານຄວາມປອດໄພແຫ່ງຊາດ.

ທ່ານ ໄບເດັນ ໃນວັນພະຫັດວານນີ້ ໄດ້ປະກາດບັນທຶກດ້ານຄວາມປອດໄພແຫ່ງຊາດສະບັບທຳ ອິດຂອງທ່ານ, ທີ່ອະທິບາຍເຖິງວາລະແຜນການຕໍ່ຕ້ານການສໍ້ລາດບັງຫຼວງຂອງທ່ານ.

ທ່ານປະທານາທິບໍດີໄດ້ກ່າວໃນຄຳຊີ້ນຳຂອງທ່ານວ່າ “ການສໍ້ລາດບັງຫຼວງໄດ້ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ, ຄວາມຍຸຕິທຳດ້ານເສດຖະກິດ, ການຕໍ່ຕ້ານຄວາມທຸກຍາກໃນໂລກ ແລະ ຄວາມພະຍາຍາມໃນດ້ານການພັດທະນາ. ແລະ ເປັນປະຊາທິປະໄຕໃນຕົວຂອງມັນເອງ. ແຕ່ດ້ວຍການປ້ອງກັນ ແລະ ປາບາມການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ ແລະ ສະແດງໃຫ້ເຫັນຄວາມ
ໄດ້ປຽບຂອງຄວາມໂປ່ງໃສ ແລະ ການປົກຄອງທີ່ມີຄວາມຮັບຜິດຊອບນັ້ນ, ພວກເຮົາຈະສາມາດ ຮັກສາຄວາມໄດ້ປຽບທີ່ສຳຄັນສຳລັບ ສະຫະລັດ ແລະ ປະຊາທິປະໄຕອື່ນໆໄດ້.”

ບັນທຶກຂອງທ່ານ ໄບເດັນ ຈະເຮັດໜ້າທີ່ເປັນການປະກາດຢ່າງເປັນທາງການ ຈາກປະທານາທິບໍ ດີ “ທີ່ທ່ານຄາດວ່າທຸກກະຊວງ ແລະ ອົງການລັດຖະບານກາງ ສະຫະລັດ ທີ່ສຳຄັນທຸກແຫ່ງຈະພະ ຍາຍາມຫຼາຍກວ່າເກົ່າໃນການຕໍ່ຕ້ານການສໍ້ລາດບັງຫຼວງໃນທາງທີ່ສະເພາະເຈາະຈົງ,” ເຈົ້າໜ້າທີ່ອາວຸໂສຂອງລັດຖະບານໄດ້ກ່າວຕໍ່ບັນດານັກຂ່າວໃນການໂທລະສັບລາຍງານເມື່ອວັນພະຫັດ ວານນີ້.

ໃນບາງສ່ວນນັ້ນ, ບັນທຶກດັ່ງກ່າວໄດ້ຮຽກຮ້ອງໃຫ້ຕໍ່ສູ້ກັບທຸກຮູບແບບຂອງການເງິນທີ່ຜິດກົດໝາຍໃນປະເທດ ແລະ ກັບລະບົບການເງິນສາກົນ. ມັນໄດ້ຮຽກຮ້ອງໃຫ້ບັນດາບໍລິສັດ ສະຫະລັດ ລາຍ ງານເຈົ້າຂອງ ຂອງເຂົາເຈົ້ານັ້ນຕໍ່ກະຊວງການເງິນ ແລະ ຫຼຸດຜ່ອນຄວາມລັບດ້ານການເງິນຢູ່ນອກປະເທດ.

ການລົງທະບຽນເຈົ້າຂອງທີ່ໄດ້ຮັບຜົນປະໂຫຍດຂອງກະຊວງການເງິນ ແມ່ນມີຈຸດປະສົງທີ່ຈະຫ້າມຊັບສິນທີ່ຜິດກົດໝາຍຈາກການຖືກເຊື່ອງຢູ່ເບື້ອງຫຼັງບັນດາບໍລິສັດນິລະນາມທີ່ບໍ່ໄດ້ເຮັດກິດຈະການໃດໆນັ້ນ.

“ມັນເປັນການຂໍ້ຜູດມັດທີ່ໃຫຍ່ຫຼາຍ,” ເຊິ່ງຖືກຍອມຮັບໂດຍເຈົ້າໜ້າທີ່ອາວຸໂສຂອງລັດຖະບານ, ຜູ້ທີ່ໄດ້ກ່າວຕໍ່ບັນດານັກຂ່າວໂດຍປະສົງບໍ່ອອກຊື່. ລາວໄດ້ກ່າວວ່າ “ພວກເຮົາໄດ້ເຫັນຫຼາຍເຫດ ການໃນຫຼາຍປີທີ່ຜ່ານມາ ເຊິ່ງຂະບວນການສໍ້ລາດບັງຫຼວງໄດ້ຖືກຂົນສົ່ງຜ່ານພວກບໍລິສັດນິລະນາມ ແລະ ໄດ້ວົນວຽນໃນເຂດຕົວເມືອງທີ່ສຳຄັນໃນ ສະຫະລັດ ເພື່ອສົ່ງຜົນປະໂຫຍດທີ່ໄດ້ມາ ຢ່າງຜິດກົດໝາຍນັ້ນອອກໄປນອກປະເທດ. ແລະ ສະນັ້ນ, ພວກເຮົາຈະເອົາບາດກ້າວເພີ່ມເຕີມ ເພື່ອຮັບປະກັນວ່າມັນຈະບໍ່ເປີດຂຶ້ນອີກໃນອະນາຄົດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG