ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີການ​ຕໍ່​ສູ້​ກັນ ​ເກີດຂຶ້ນ ​ທີ່ເມືອງ​ທ່າ ໂຮ​ໄດ​ດາ​ຂອງເຢ​ເມນ ​​ຂະ​ນະ​ທີ່ ໄດ້​ມີ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ໃຫ້​ມີ ​ການ​ຢຸດ​ຍິງ​


ເ​ຈົ້າ​ໜ້າ​ທີ່​ສະ​ໜັບ​ສະ​ໜຸນລັດ​ຖະ​ບານ​​ເຢ​ເມນຍ່າງ​ຜ່ານ ​ເຂດ​ອຸດ​ສາ​ຫະ​ກຳ ທາງ​ພາກ​ຕາ​ເວັນ​ອອກ ນອກ​ເມືອງ​ທ່າ​ໂຮ​ໄດ​ດາ, 18 ພະ​ຈິກ 2018.
ເ​ຈົ້າ​ໜ້າ​ທີ່​ສະ​ໜັບ​ສະ​ໜຸນລັດ​ຖະ​ບານ​​ເຢ​ເມນຍ່າງ​ຜ່ານ ​ເຂດ​ອຸດ​ສາ​ຫະ​ກຳ ທາງ​ພາກ​ຕາ​ເວັນ​ອອກ ນອກ​ເມືອງ​ທ່າ​ໂຮ​ໄດ​ດາ, 18 ພະ​ຈິກ 2018.

​ການ​ຕໍ່​ສູ້​ກັນ ໄດ້​ມີ​ຂຶ້ນ​ໃນ​ເມືອງ​ທ່າ​ສຳ​ຄັນ ໂຮ​ໄດ​ດາ​ຂອງເຢ​ເມນ ໃນ​ວັນ​ຈັນ​ວານ​ນີ້
​ໃນ​ຂະ​ນະ​ທີ່ ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ເພີ້ມ​ຂຶ້ນ​ ທີ່​ຈະ​ໃຫ້​ມີ​ການ​ຢຸດ​ຍິງ​ກໍ​ຕາມ.

ເ​ຈົ້າ​ໜ້າ​ທີ່​ທ​າງ​ທະ​ຫານ​ຂອງ​ເຢ​ເມນກ່າວ​ຫາ ກຸ່ມ​ກະ​ບົດຮູ​ຕີທີ່​ໜູນ​ຫຼັງ​ໂດຍອີ​ຣ່ານ ວ່າ
​ທຳ​ການຍິງ​ໂຈມ​ຕີ​ຕໍ່​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ​ດັ່ງ​ກ່າວ. ກອງ​ກຳ​ລັງ​ທີ່​ສະ​ໜັບ
​ສະ​ໜຸນ​ລັດ​ຖະ​ບານແມ່ນ​ໄດ້​ຕອບ​ໂຕ້​ຄືນ​ແລະເຮືອ​ບິນ​ລົບອາຍ​ພົ່ນຂອງກຳ​ລັງ​ປະ​ສົມ
ທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ ກໍ​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ.

ເ​ຈົ້າ​ໜ້າ​ທີ່​ລັດ​ຖະ​ບານເຢ​ເມນ ໄດ້​ກ່າວ​ຫາກຸ່ມ​ຮູ​ຕີ ຍິງ​ຈະ​ຫຼວດ ເຂົ້າ​ໃສ່ດິນ​ແດນ
ຂອງ​ຊາ​ອຸ​ດີ ໂດຍກ່າວ​ວ່າ ​ຍິງ​ບໍ່​ໄປ​ເຖິງ​ເປົ້າ​ໝາຍ​ ແລ້ວກໍ​ຕົກ​ລົງ​ໃສ່​ເຢເມນ​ເອງ.

ຍັງ​ບໍ່​ທັນ​ມີ​ຄວາມ​ເຫັນ​ໃດໆ​ຈາກ​ກຸ່ມ​ກະ​ບົດ​ຮູ​ຕີ ເທື່ອ ທີ່​ເວົ້າ​ວ່າ ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ວ່າ
ພວກ​ເຂົາ​ຈະ​ຍຸ​ຕິ​ການ​ໃຊ້​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ ແລະ​ຢຸດການ​ໂຈມ​ຕີ​ດ້ວຍລູກ​ສອນ​ໄຟ
ໃສ່​ຊາ​ອຸ​ດີ ອາຣາ​ເບຍ.

ກຸ່ມ​ກະ​ບົດ​ຮູ​ຕີ ຍັງ​ໄດ້​ກ່າວ​ອີກວ່າ ພວກ​ເຂົາ​ຈະ​ປະ​ຕິ​ບັດ​ຕາມ​ການ​ຮຽກ​ຮ້ອງ​ຂອງ
​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອໃຫ້​ມີ​ການ​ຢຸດ​ຍິງ ຖ້າ​ຫາກວ່າ​ຊາ​ອຸ​ດີ “ຕ້ອງ​ການ​
ສັນ​ຕິພາບ​.”

ລົດ​ກະ​ບະ ທີ່​ຈອດ​ຢູ່​ຂ້າງໆ​ສາງ​ເກັບ​ຂອງ​ທີ່​ຖືກ​ທຳ​ລາຍ ​ໃນ​ເຂດ​ອຸດ​ສາ​ຫະ​ກຳ ​ໃນ​ພາກ​ຕາ​ເວັນ​ອອກ ຂ້າງນອກ​ເມືອງ​ທ່າ​ໂຮ​ໄດ​ດາ, 18 ພະ​ຈິກ 2018.
ລົດ​ກະ​ບະ ທີ່​ຈອດ​ຢູ່​ຂ້າງໆ​ສາງ​ເກັບ​ຂອງ​ທີ່​ຖືກ​ທຳ​ລາຍ ​ໃນ​ເຂດ​ອຸດ​ສາ​ຫະ​ກຳ ​ໃນ​ພາກ​ຕາ​ເວັນ​ອອກ ຂ້າງນອກ​ເມືອງ​ທ່າ​ໂຮ​ໄດ​ດາ, 18 ພະ​ຈິກ 2018.

ຊາ​ອຸ​ດີ ແລະ​ຄູ່​ພາ​ຄີ​ໃນແນວ​ໂຮມ​ ຊຶ່ງ​ປະ​ກອບ​ດ້ວຍ ສະ​ຫະ​ລັດ​ອາ​ຣັບ ອີເມີ​ເຣັດ
ໄດ້​ກ່າວ ໃນ​ສັບ​ປະ​ດາ​ແລ້ວ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຍຸ​ຕິການ​ສູ້​ລົບ​ໃນ​ເມືອງ​ໂຮ​ໄດ​ດາ.

ທີ່ນະ​ຄອນ​ນິວຢອກ, ອັງ​ກິດ ໄດ້​ນຳ​ອອກ​ເຜີຍ​ແຜ່​ຮ່າງຍັດ​ຕິໃຫ້​ສະ​ມາ​ຊິກສະພາ ​
ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງໃນ​ເຢ​ເມນ,
ຍຸ​ຕິ​ການ​ໂຈມ​ຕີ​ຕໍ່​ຂົງ​ເຂດ​ທີ່​ມີພົນ​ລະ​ເຮືອນອາ​ໄສ​ຢູ່ ແລະ​ບໍ່​ໄດ້​ກີດ​ກັນ ການ​ສົ່ງ
ການ​ຊ່ວຍ​ເຫຼືອ​ເຂົ້າ​ໄປ​ໃນ​ເມືອງ​ໂຮ​ໄດ​ດາ.

ເມືອງ​ທ່າ​ດັ່ງ​ກ່າວ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະ​ບົດ ແລະ​ເປັນ​ເສັ້ນ​ຊີ​ວິດ​
ໃນ​ການ​ຈັດ​ສົ່ງ​ອາ​ຫານ ເຊື້ອ​ໄຟ ແລະ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ໄປ​ໃຫ້
ປະ​ຊາ​ຊົນ​ທີ່​ໄດ້​ຮັບ​ຄວາ​ມ​ທຸກ​ທໍ​ລະ​ມານ.

ຊາ​ອຸ​ດີ ໄດ້​ກ່າວ​ຫາ ອີ​ຣ່ານ​ ວ່າ ເປັນ​ຜູ້​ທີ່​ສົ່ງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ ໄປ​ໃຫ້​ພວກ
ກະ​ບົດ ​ຜ່ານ​ເມືອງ​ທ່າ​ດັ່ງ​ກ່າວ ຊຶ່ງ​ເປັນ​ການ​ກ່າ​ວ​ຫາ​ທີ່ຖືກ​ປະ​ຕິ​ເສດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG