ການຕໍ່ສູ້ກັນ ໄດ້ເລີ່ມຂຶ້ນໃນຖະໜົນຫົນທາງ ໃນເມືອງທ່າສຳຄັນ ໂຮໄດດາຂອງເຢເມັນ
ລະຫວ່າງ ກຸ່ມກະບົດຮູຕີ ທີ່ໜຸນຫຼັງໂດຍ ອີຣ່ານ ແລະກອງກຳລັງປະສົມ ທີ່ນຳພາໂດຍ
ຊາອຸດີ ນັ້ນ.
ເຈົ້າໜ້າທີ່ ທີ່ສະໜັບສະໜຸນກອງທັບເຢເມັນ ໄດ້ກ່າວໃນວັນອາທິດວານນີ້ວ່າ ກຳລັງ
ທະຫານໄດ້ແນເປົ້າໝາຍໃສ່ເພື່ອ “ກວດລ້າງ” ພວກກະບົດອອກໄປຈາກເມືອງ ທີ່ພວກ
ເຂົາໄດ້ຄວບຄຸມມາ, ບ່ອນທີ່ເກືອບວ່າ ອາຫາທັງໝົດ ແລະຢຸກຢາທັງຫຼາຍ ແລະເຄື່ອງ
ໃຊ້ຂອງສອຍອື່ນໆ ສຳລັບພົນລະເຮືອນ ແມ່ນຖືກສົ່ງໄປຍັງທີ່ນັ້ນ.
ພວກພະນັກງານເພື່ອມະນຸດສະທຳ ຢ້ານວ່າຈະມີການລົບກວນການລຳລຽງສຳພາລະ
ເຂົ້າຂອງຕ່າງໆທີ່ສົ່ງໄປນັ້ນ ອັນໝາຍເຖິງ ການອຶດຫິວຕາຍເປັນຈຳນວນຫຼວງຫຼາຍ
ໃນປະເທດທີ່ອຶດຢາກຢູ່ແລ້ວນັ້ນ.
ຊາອຸດີ ກ່າວຫາວ່າ ກຸ່ມກະບົດຮູຕີ ແມ່ນໃຊ້ເມືອງທ່າດັ່ງກ່າວ ເປັນບ່ອນລຳລຽງອາວຸດ
ຂອງອີຣ່ານ ຊຶ່ງທາງອີຣ່ານປະຕິເສດ.
ລາຍງານຫຼາຍສະບັບ ກ່າວວ່າ ມີຢ່າງນ້ອຍພົນລະເຮືອນ 7 ຄົນ ໄດ້ຖືກສັງຫານ
ຈາກການປະທະກັນ ຢູ່ໃນທ້ອງຖະໜົນ.
“ພວກເຮົາ ໄດ້ຍິນສຽງປືນໃຫຍ່ຢ່າງແຮງ ແລະພວກເຂົາເຈົ້າກໍໃຊ້ອາວຸດທຸກຮູບແບບ.
ມັນເປັນຕາຢ້ານແທ້ໆ.” ຊຶ່ງຜູ້ຢູ່ອາໄສ ໃນເມືອງໂຮໄດດາ ໄດ້ກ່າວໃນສັນອາທິດວານນີ້
ແລະກ່າວຕໍ່ໄປວ່າ “ເຮືອບິນເຮລິຄອບເຕີກໍຖິ້ມລະເບີດໃສ່ຝ່າຍຄ້ານຊາວຮູຕີ ຕະຫຼອດມື້.”
ຊາວເຢເມັນບາງຄົນ ຍັງກ່າວວ່າ ເຂົາເຈົ້າໄດ້ເຫັນພວກດັກສະກັດຍິງ ຢູ່ເທິງຫຼັງຄາເຮືອນ
ທົ່ວເມືອງ.
ບາງກຸ່ມພາກັນຢ້ານ ວ່າພວກຜູ້ປ່ວຍທີ່ໂຮງພະຍານານ ຈະບໍ່ປອດໄພ ທີ່ອ້ອມຮອບໄປ
ດ້ວຍພວກນັກຕໍ່ສູ້ກຸ່ມກະບົດຈຳນວນເຈົ້າໜ້າທີ່ຂັ້ນສູງຂອງອະດີດລັດຖະບານທ່ານ
ໂອບາມາ ພວມຮຽກຮ້ອງໃຫ້ທ່ານທຣຳ ໃນທຳນຽມຂາວ ຕັດການສະໜັບສະໜຸນ
ໃນທຸກຮູບແບບຕໍ່ກອງກຳລັງປະສົມຊາອຸດີໃນເຢເມັນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ