ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ການຜິດ​ຖຽງ​ກັນ ຢູ່ສະ​ພາ ​​ສ​ຣີລັງ​ກາ ​ຫຼັງ​ການລົງມະ​ຕິ ບໍ່​ໄວ້​ວາງ​ໃຈ​ ທີ່​ພາ​ໃຫ້ ນາ​ຍົກ ຖືກ​ປົດ


ຜູ້​ຄົນຜິດ​ຖຽງ ແລະ​ສູ້​ກັນ ພາຍ​ຫລັງ​ທີ່​ປົດນາ​ຍົກ​ລັດ​ຖະ​ມົນ​ຕີ​ ອອກ​ຈາກຕຳ​ແໜ່ງ ​ຢູ່​ໃນ​ສະ​ພາ ​ຂອງ​ສ​ຣີລັງ​ກາ ໃນ​ວັນ​ທີ 15 ພະ​ຈິກ 2018
ຜູ້​ຄົນຜິດ​ຖຽງ ແລະ​ສູ້​ກັນ ພາຍ​ຫລັງ​ທີ່​ປົດນາ​ຍົກ​ລັດ​ຖະ​ມົນ​ຕີ​ ອອກ​ຈາກຕຳ​ແໜ່ງ ​ຢູ່​ໃນ​ສະ​ພາ ​ຂອງ​ສ​ຣີລັງ​ກາ ໃນ​ວັນ​ທີ 15 ພະ​ຈິກ 2018

ນຶ່ງມື້​ພາຍ​ຫລັງ​ທີ່​ປົດນາ​ຍົກ​ລັດ​ຖະ​ມົນ​ຕີ​ ອອກ​ຈາກຕຳ​ແໜ່ງ ​ໃນ​ການ​ລົງມະ​ຕິບໍ່​ໄວ້
​ວາງ​ໃຈແລ້ວ ລັດ​ຖະ​ສະ​ພາ​ຂອງ​ສ​ຣີລັງ​ກາ ກໍ​ໄດ້​ຕົກ​ໄປ​ຢູ່​ໃນ​ສະ​ພາບການທີ່ ມີຄວາມ​
ຮຸນ​ແຮງ ເມື່ອ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ທີ່​ເປັນ​ສັດ​ຕູ​ກັນ​ນັ້ນໂຍນ​ສິ່ງ​ຂອງ​ໃສ່​ກັນ.

ທ່ານ ຄາ​ຣູ ຈາ​ຢາ​ສຸ​ຣິ​ຢາ (Karu Jayasuriya), ປະ​ທານ​ສະ​ພາ ປະ​ກາດ​ໃນ​ວັນ​ພະ​ຫັດ
​ມື້ນີ້​ວ່າ ສ​ຣີລັງ​ກາ ບໍ່​ມີນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫລືຄະ​ນະ​ລັດ​ຖະ​ບານອີກ ພາຍ​ຫລັງ​ທີ່​ມີ​ການ
ລົງ​ຄະ​ແນນ​ສຽງ ທີ່ໄດ້​ປົດ​ທ່ານ ມະ​ຫິນ​ດາ ຣາຊາ​ພັກ​ສາ (Mahinda Rajapaksa)
ອອກ​ຈາກ​ຕຳ​ແໜ່ງ​ໄປແລ້ວ. ທ່ານຈາ​ຢາ​ສຸ​ຣິ​ຢາ ໄດ້​ຈັດ​ການ​ລົງ​ຄະ​ແນນ​ສຽງ ພາຍ
​ຫລັງ​ທີ່​ຜູ້​ສະ​ໜັບ​ສະ​ໜຸນທ່ານ ຣາ​ຊາ​ພັກ​ສາ ພາ​ກັນ​ເດີນ​ຂະ​ບວນ​ຮ້ອງ​ໂຮ​ໃນ​ການ
ປະ​ທ້ວງ​ຢ່າງນອ​ງ​ນັນ ໃນ​ເວ​ລາ ກ່ອນ​ຈະ​ມີ​ການ​ໂຕ້​ຖຽງ​ກ່ຽວ​ກັບ​ການ​ສະ​ເໜີນັ້ນ​ໂລດ.

ທ່ານ ຣາ​ຊາ​ພັກ​ສາ ໄດ້​ປະ​ນາມການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ປະ​ທານ​ສະ​ພາ ຢູ່​ໃນ​ການ​ກ່າວ
ຄຳ​ປາ​ໄສ​ຄັ້ງ​ທຳ​ອິດ ພາຍຫລັງທີ່​ທ່ານ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ແລ້ວ, ແລະ​ຮຽກ​ຮ້ອງ​
ໃຫ້ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ ໃຫ້​ສະ​ໜັບ​ສະ​ໜຸນ​ຕໍ່​ນິ​ຕິ​ກຳ ທີ່​ຮຽກ​ຮ້ອງ​ໃຫ້​ຈັດ​ການ​ເລືອກ
​ຕັ້ງ​ທົ່ວ​ໄປ​ນັ້ນ. ພວ​ກ​ສະ​ໜັບ​ສະ​ໜຸນ​ທ່ານ ຈາກນັ້ນ ກໍ​ພາ​ກັນ​ລຸ​ລັ່ງ​ໄປ​ບ່ອນ​ປະ​ຊຸມ​ຂອງ
​ສະ​ພາ ແລະ​ເລີ້ມຜິດ​ຖຽງກັນ​ກັ​ບ​ພວກ​ສະ​ມາ​ຊິກ​ສະ​ພາ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ​ໂລດ ແລະ
​ບາງ​ຄົນ​ກໍ​ເລີ້ມແກວ່ງ​ແກ້ວ​ນ້ຳ​ດື່ມ ແລະວັດ​ຖຸ​ອື່ນ​ໆ ໃສ່​ທ່ານ ຈາ​ຢາ​ສຸ​ຣິ​ຢາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG