ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສູ້​ລົບ​ລະ​ຫວ່າງ​ກຸ່ມ​ຮາ​ມາ​ສ ແລະ​ອິ​ສ​ຣາ​ແອ​ລ ເລີ້ມ​ຄືນ​ອີກ ໃນ​ເຂດ​ກາ​ຊາ


ຄວັນ​ພຸ່ງ​ຂຶ້ນ ໃນ​ລະ​ຫວ່າງ​ທີ່​ອິ​ສ​ຣາ​ແອ​ລ​ທຳ​ການ​ໂຈມ​ຕີ ສູນ​ອົບ​ພະ​ຍົບ​ຣາ​ຟາ ໃນ​ພາກ​ໃຕ້​ເຂດ​ກາ​ຊາ ເມື່ອ​ວັນ​ທີ 1 ທັນ​ວາ 2023 ຂະ​ນະ​ທີ່​ການ​ສູ້​ລົບ​ເລີ້ມ​ຄືນ ບໍ່​ດົນ​ຫຼັງ​ຈາກ​ການ​ຢຸດ​ຍິງ 7 ມື້ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ກຸ່ມ​ຮາ​ມາ​ສ ໝ​ົດ​ອາ​ຍຸ​ລົງ.
ຄວັນ​ພຸ່ງ​ຂຶ້ນ ໃນ​ລະ​ຫວ່າງ​ທີ່​ອິ​ສ​ຣາ​ແອ​ລ​ທຳ​ການ​ໂຈມ​ຕີ ສູນ​ອົບ​ພະ​ຍົບ​ຣາ​ຟາ ໃນ​ພາກ​ໃຕ້​ເຂດ​ກາ​ຊາ ເມື່ອ​ວັນ​ທີ 1 ທັນ​ວາ 2023 ຂະ​ນະ​ທີ່​ການ​ສູ້​ລົບ​ເລີ້ມ​ຄືນ ບໍ່​ດົນ​ຫຼັງ​ຈາກ​ການ​ຢຸດ​ຍິງ 7 ມື້ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ກຸ່ມ​ຮາ​ມາ​ສ ໝ​ົດ​ອາ​ຍຸ​ລົງ.

ການ​ສູ້​ລົບ​ລະ​ຫວ່າງ​ກຸ່ມ​ຮາ​ມາ​ສ​ແລະ​ອິ​ສ​ຣາ​ແອ​ລ ເລີ້ມ​ຄືນ​ອີກ ໃນ​ເຂດ​ກາ​ຊາ ອີງ​ຕາມກອງທັບ​ຂອງ​ອິ​ສ​ຣາ​ແອ​ລ.

ໃນ​ການ​ເລີ້ມ​ຄືນນີ້ ກອງ​ທັບ​ອິ​ສ​ຣາ​ແອ​ລ​ກ່າວ​ວ່າ ມີ​ຂຶ້ນ​ຫຼັງ​ຈາ​ກ​ກຸ່ມ​ຮາ​ມາ​ສ​ລະ​ເມີດ​ການ​ຢຸດຍິງ​ຊົ່ວ​ຄາວ ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ ຍິງ​ຈະ​ຫຼວດ​ໂຈມ​ຕີ​ອິ​ສ​ຣາ​ແອ​ລ.

ກອງ​ທັບ​ອິ​ສ​ຣາ​ແອ​ລ​ກ່າວ​ຜ່ານ​ສື່​ສັງ​ຄົມ X ຊຶ່ງ​ໃນ​ເມື່ອ​ກ່ອນ ​ຮູ້​ກັນ​ໃນ​ຊື່​ທວີດ​ເຕີ້ ວ່າ ຕົນ​ໄດ້ “ຍິງ​ສະ​ກັດ​ກັ້ນ​ຢ່າງ​ສຳ​ເລັດ​ຜົນ” ຈະ​ຫຼວດ​ທີ່​ຍິງ​ມາ​ຈາກ​ເຂດ​ກາ​ຊາ.

ຍັງ​ບໍ່​ທັນ​ມີ​ການ​ກ່າວ​ອ້າງ​ໃນ​ທັນ​ທີ​ເທື່ອ​ວ່າ ເປັນ​ຄວາມ​ຮັບ​ຜິດ​ຊອບ​ ຂອງ​ກຸ່ມ​ຮາ​ມາ​ສ​ ໃນ​ການ​ຍິງ​ຈະ​ຫຼວດໂຈມ​ຕີ​ດັ່ງ​ກ່າວ.

ການ​ສູ້​ລົບ​ກັນ​ຄືນ​ໃໝ່ ມີ​ຂຶ້ນ​ຫຼັງ​ຈາກ​ມີ​ການ​ຢຸດ​ຍິງ​ເປັນ​ເວ​ລາ 7 ມື້ ທີ່​ໄດ້​ອຳ​ນວຍ​ໃຫ້​ມີ​ການ​ແລກ​ປ່ຽນ​ໂຕ​ປະ​ກັນ​ອິ​ສ​ຣາ​ແອ​ລ ທີ່​ຖືກ​ຈັບ​ໄປ​ ໃນ​ການ​ໂຈມ​ຕີອິ​ສ​ຣາ​ແອ​ລ​ຂອງ​ກຸ່ມ​ຮາ​ມາ​ສ​ ເມື່ອ​ວັນ​ທີ 7 ຕຸ​ລາ ກັບ​ພວກ​ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌.

ໃນ​ວັນ​ພະ​ຫັດ​ວານນີ້ ກຸ່ມ​ຮາ​ມາ​ສໄດ້​ປ່ອຍ​ໂຕ​ປະ​ກັນ​ອິ​ສ​ຣາ​ແອ​ລ​ຕື່ມ​ອີກ 8 ຄົນ​ແລະ​ໃນ​ເວ​ລາ​ບໍ່​ດົນ​ຕໍ່​ມາ ອິ​ສ​ຣາ​ແອ​ລ​ກໍ​ໄດ້​ປ່ອຍ​ນັກ​ໂທດ​ປາ​ແລັ​ສ​ໄຕ​ນ໌ 30 ຄົນ ໃນ​ຂະ​ນະ​ທີ່​ພວກ​ນັກ​ເຈ​ລະ​ຈາ ​ພະ​ຍາ​ຍາມ​ອີກ​ເທື່ອ​ນຶ່ງ ເພື່ອ​ຕໍ່​ເວ​ລາ​ໃນ​ການ​ຢຸດ​ຍິງ​ອອກ​ໄປ​ຕື່ມ.

ແມ່​ຍິງ 2 ຄົນ​ໄດ້​ຖືກ​ປ່ອຍ​ໂຕ​ ໃນ​ຕອນ​ບ່າຍ ແລະ​ອີກ 6 ຄົນ​ໄດ້​ຖືກ​ປ່ອຍ​ກ່ອນ​ຕອນທ່ຽງ​ຄືນ ຊຶ່ງ​ແມ່ນ​ໂຕ​ປະ​ກັນ​ກຸ່ມ​ທີ 7 ທີ່​ໄດ້​ຖືກ​ປ່ອຍ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຊົ່ວ​ຄາວ ລະ​ຫວ່າງ​ກຸ່ມ​ຮາ​ມາ​ສ ແລະ​ອິ​ສ​ຣາ​ແອ​ລ.

​ໃນ​ຂັ້ນ​ຕົ້ນ​ນັ້ນ ອິ​ສ​ຣາ​ແອ​ລຢາກ​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງ​ປ່ອຍ​ໂຕ​ປະ​ກັນ​ຢ່າງ​ໜ້ອຍ 10 ຄົນ​ໃນ​ແຕ່​ລະ​ມື້ ສຳ​ລັບ​ການ​ຢຸດ​ຍິງ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປ ແຕ່​ໂຄ​ສົກ​ຂ​ອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຕ້າ ກ່າວ​ວ່າ ຈະ​ບໍ່​ມີ​ການ​ປ່ອຍ​ໂຕ​ປະ​ກັນ​ຕື່ມ​ອີກ​ໃນ​ມື້​ວັນ​ພະ​ຫັດ. ກາ​ຕ້າ​ເປັນ​ຜູ້​ຊ່ວຍ​ໄກ່​ເກ່ຍ​ໃຫ້​ມີ​ການ​ຢຸດ​ຍິງ.

ໂຄ​ສົກ​ຂອງ​ກາ​ຕ້າ​ກ່າວ​ວ່າ ອິ​ສ​ຣາ​ແອ​ລ​ໄດ້​ຮັບ​ເອົາ​ໂຕ​ປະ​ກັນ 8 ຄົນ ຍ້ອນ​ວ່າ​ໃນ​ມື້​ວັນ​ພຸດ​ຜ່ານ​ມາ ກຸ່ມ​ຮາ​ມາ​ສ​ໄດ້​ປ່ອຍ​ໂຕ​ປະ​ກັນ​ອີກ 2 ຄົນ ຊຶ່ງ​ເປັນ​ແມ່​ຍິງອິ​ສ​ຣາ​ແອ​ລ​ເຊື້ອ​ສາຍ​ຣັດ​ເຊຍ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG