ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບ ລະຫວ່າງ ອາເມເນຍ ແລະ ອາເຈີບາຍຈານ ຂະຫຍາຍເຂົ້າໄປໃນເຂດຊາຍແດນ


ຮູສະເກັດຂອງລະເບີດໃນລົດຄັນນຶ່ງ ໃນຂະນະທີ່ ຕຶກອາຄານກຳລັງຖືກໄຟໄໝ້ຢູ່ດ້ານຫລັງ ຫຼັງຈາກທີ່ ຖືກຍິງຖະລົ່ມໂດຍປືນໃຫຍ່ຂອງອາເຈີບາຍຈານ ໃນລະຫວ່າງການຕໍ່ສູ້ທາງທະຫານ ໃນການປະກາດເປັນເຂດສາທາລະນະລັດ Nagorno-Karabakh, Stepanakert, ໃນວັນອາທິດ ທີ 4, ຕຸລາ 2020.
ຮູສະເກັດຂອງລະເບີດໃນລົດຄັນນຶ່ງ ໃນຂະນະທີ່ ຕຶກອາຄານກຳລັງຖືກໄຟໄໝ້ຢູ່ດ້ານຫລັງ ຫຼັງຈາກທີ່ ຖືກຍິງຖະລົ່ມໂດຍປືນໃຫຍ່ຂອງອາເຈີບາຍຈານ ໃນລະຫວ່າງການຕໍ່ສູ້ທາງທະຫານ ໃນການປະກາດເປັນເຂດສາທາລະນະລັດ Nagorno-Karabakh, Stepanakert, ໃນວັນອາທິດ ທີ 4, ຕຸລາ 2020.

ການສູ້ລົບກັນລະຫວ່າງກອງກຳລັງຂອງ ອາເມເນຍ ແລະອາເຈີບາຍຈານ ຍ້ອນເຂດນາກໍໂນ-ກາຣາບາກນັ້ນ ໄດ້ແຜ່ຂະຫຍາຍອອກໄປໃສ່ຂົງເຂດຊາຍແດນທີ່ມີ
ການຂັດແຍ້ງກັນ ໃນວັນອາທິດວານນີ້.

ທ່ານຮິກເມັດ ຮາຈີເຢບ ທີ່ປຶກສາຂອງປະທານາທິບໍດີອາເຈີບາຍຈານ ທ່ານອີລຮາມ ອາລີເຢັບ ໄດ້ກ່າວວ່າ ກອງກຳລັງຂອງອາເມເນຍ ໄດ້ຍິງປືນໃຫຍ່ ແລະຈະຫຼວດເຂົ້າໃສ່ ການຈາ (Ganja) ເມືອງໃຫຍ່ສຸດອັນດັບສອງຂອງອາເຈີບາຍຈານ ຊຶ່ງໄດ້ສັງຫານນຶ່ງຄົນ ແລະອີກ 32 ຄົນໄດ້ຮັບບາດເຈັບ. ທ່ານຮາຈີເຢັບ ຍັງໄດ້ກ່າວອີກວ່າ ກອງກຳລັງຂອງອາເມເນຍ ຍັງໄດ້ແນເປົ້າໝາຍໃສ່ ມິນກາເຊບເວຍ (Mingachevir) ທີ່ເປັນເມືອງອຸດສາຫະກຳແລະບັນດາຕົວເມືອນ້ອຍ ອື່ນໆຫຼາຍແຫ່ງ.

ກ່ານກ່າວອ້າງຂອງທ່ານຮາຈີເຢັບນັ້ນ ໄດ້ຖືກປະຕິເສດໂດຍກອງກຳລັງປ້ອງກັນຂອງອາເມເນຍ ແຕ່ທ່ານອາຣາຢິກ ຮາຣູຕຢູນຢານ (Arayik Harutyunyan) ຜູ້ນຳຂອງເຂດນາກໍໂນ-ກາຣາບາກ ໄດ້ກ່າວໃນຂໍ້ຄວາມທີ່ນຳລົງທາງເຟສບຸກ ວ່າ ກອງກຳລັງຂອງທ່ານ ໄດ້ແນເປົ້າໝາຍໃສ່ສິ່ງຕ່າງໆ ທີ່ກ່ຽວຂ້ອງກັບການທະຫານໃນເມືອງການຈາ ກ່ອນທີ່ທ່ານອອກຄຳສັ່ງໃຫ້ພວກເຂົາເຈົ້າຍຸຕິ ເພື່ອຫລີກເວັ້ນການສັງຫານພົນລະເຮືອນ. ສ່ວນທ່ານອາຣາຢິກ ຮາຣູຕຢູນຢານ ກໍໄດ້ເຕືອນວ່າ ກອງກຳລັງຂອງທ່ານ ຈະເລີ້ມແນເປົ້າໝາຍໃສ່ເມືອງໃຫຍ່ຕ່າງໆ ໃນອາເຈີບາຍຈານ ແລະຮຽກຮ້ອງໃຫ້ເມືອງທັງຫຼາຍເຫຼົ່ານັ້ນ ຍົກຍ້າຍອອກໄປໃນທັນທີ.

ບັນດາເຈົ້າໜ້າທີ່ຂອງເຂດທີ່ແຍກຕົວອອກໄປ ໄດ້ເຕືອນວ່າ “ການຕໍ່ສູ້ຄັ້ງສຸດທ້າຍ” ເພື່ອຂົງເຂດໄດ້ເລີ້ມຂຶ້ນແລ້ວ. ພວກເຂົາເຈົ້າໄດ້ຮຽກຮ້ອງຕໍ່ປະຊາຄົມນານາຊາດໃນວັນເສົາຜ່ານມາໃຫ້ “ຮັບຮູ້ເອກກະລາດ” ຂອງເຂດນາກໍໂນ-ກາຣາບາກ ເປັນ “ກົນໄກອັນດຽວທີ່ມີປະສິດພາບເພື່ອຟື້ນຟູສັນຕິພາບ.”

ລາຍງານຂ່າວຕ່າງໆຂອງການໂຈມຕີທັງຫຼາຍຕໍ່ເມືອງການຈາ ແລະມິນກາເຊບເວຍ ອອກມານຶ່ງວັນ ຫຼັງຈາກທີ່ ອາເມເນຍ ໄດ້ກ່າວວ່າ ເຂດເມືອງເອກສເຕັບ ປານາເກີດ (Stepanakert) ໄດ້ຕົກເປັນເປົ້າໝາຍຂອງກອງກຳລັງອາເຈີບາຍຈານ. ປະຊາຊົນຊາວກວ່າຄົນ ໄດ້ຖືກຂ້າຕາຍ ແລະອີກຫຼາຍຮ້ອຍຄົນບາດເຈັບໃນການສູ້ລົບກັນທີ່ໄດ້ລະເບີດຂຶ້ນເມື່ອວັນອາທິດ ນຶ່ງອາທິດກ່ອນໜ້ານີ້.

ກອງກຳລັງຂອງອາເມເນຍ ແລະອາເຈີບາຍຈານ ບໍ່ຫົວຊານຳຄຳຮຽກຮ້ອງຂອງສະຫະລັດ ຝຣັ່ງ ແລະຣັດເຊຍ ເມື່ອອາທິດແລ້ວນີ້ ທີ່ໃຫ້ຢຸດຍິງໃນທັນທີຢູ່ໃນເຂດນາກໍໂນ-ກາຣາບາກ ໃນຂະນະທີ່ການສູ້ລົບໄດ້ທະວີຂຶ້ນໃນລະດັບທີ່ບໍ່ເຄີຍເຫັນມາກ່ອນ ນັບຕັ້ງແຕ່ຊຸມປີ 1990. ສາມປະເທດດັ່ງກ່າວທີ່ ເປັນປະທານຮ່ວມຂອງອົງການເພື່ອຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣ ຫຼື OSCE ໄດ້ຮັບບົດບາດໜ້າທີໃນການຫາທາງເພື່ອແກ້ໄຂບັນຫາຂັດແຍ້ງດັ່ງກ່າວດ້ວຍສັນຕິ
ວິທີ.

ປະທານາທິບໍດີຂອງອາເຈີບາຍຈານ ທ່ານອາລີເຢັບ ໄດ້ຮຽກຮ້ອງໃຫ້ອາເມເນຍຖອນກຳລັງອອກຈາກເຂດນາກໍໂນ-ກາຣາບາກ ຊຶ່ງເປັນພຽງທາງດຽວເທົ່ານັ້ນ ທີ່ ຈະຍຸຕິການສູ້ລົບໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG