ເຈົ້າໜ້າທີ່ກອງທັບສະຫະລັດກ່າວວ່າ ກອງກຳລັງປະຊາທິປະໄຕຊີເຣຍທີ່ໄດ້ຮັບການ
ໜຸນຫລັງ ໂດຍສະຫະລັດ ໄດ້ບຸກເຂົ້າໄປ ໃນລັດສະໝີ 3 ກິໂລແມັດ ຫ່າງຈາກ ເມືອງ
ຫລວງຂອງກຸ່ມລັດອິສລາມ ໃນຊີເຣຍ ແລະການສູ້ລົບກັນຢ່າງໜັກເພື່ອເຂົ້າຄວບຄຸມ
ເມືອງ Raqqa ຈາກພວກຫົວຮຸນແຮງລັດອິສລາມ “ອາດຈະເລີ້ມຂຶ້ນ ໃນໄລຍະ ສອງ
ສາມມື້ຂ້າງໜ້ານີ້.”
ໃນການຖະແຫຼງຕໍ່ພວກນັກຂ່າວຈາກນະຄອນຫຼວງແບກແດັດຂອງອີຣັກ ໂຄສົກຂອງ
ແນວໂຮມຕໍ່ຕ້ານກຸ່ມລັດອິສລາມ ພາຍໃຕ້ການນຳພາຂອງສະຫະລັດ ພັນເອກ Ryan
Dillon ກ່າວວ່າ ກຳລັງປະຊາທິປະໄຕຊີເຣຍ “ໄດ້ກະຈາຍກຳລັງອ້ອມເມືອງ Raqqa”
ຫລັງຈາກໄດ້ເຂົ້າຄວບຄຸມພື້ນທີ່ 350 ກິໂລແມັດມົນທົນຈາກກຸ່ມລັດອິສລາມໃນຊີເຣຍ
ມື່ອອາທິດແລ້ວນີ້.
ອີງຕາມພັນເອກ Dillon ແລ້ວ ກຳລັງປະຊາທິປະໄຕຊີເຣຍແມ່ນຕັ້ງຢູ່ຫ່າງຈາກເມືອງ
Raqqa ສາມຫລັກກິໂລແມັດ ໄປທາງທິດເໜືອ ແລະຕາເວັນອອກ ແລະປະມານ 10
ກິໂລແມັດ ຫ່າງຈາກເມືອງດັ່ງກ່າວໄປທາງທິດຕາເວັນຕົກ.
ນາຍທະຫານສະຫະລັດອີກທ່ານນຶ່ງທີ່ຂໍສະຫງວນຊື່ໄດ້ກ່າວຕໍ່ວີໂອເອວ່າ “ການສູ້ລົບ
ເພື່ອເຂົ້າຄວບຄຸມເມືອງດັ່ງກ່າວ ອາດຈະເລີ້ມຂຶ້ນໃນສອງສາມມື້ຂ້າງໜ້ານີ້. ການປິດ
ລ້ອມເມືອງ Raqqa ແມ່ນເກືອບວ່າຈະສຳເລັດແລ້ວ.”
ກອງທັບສະຫະລັດໃຫ້ການຢືນຢັນ ໃນຕົ້ນອາທິດນີ້ວ່າ ຕົນໄດ້ເລີ້ມແຈກຢາຍອາວຸດ
ແລະລົດ ໃຫ້ແກ່ພວກນັກລົບຊາວເຄີດໃນຊີເຣຍ ເພື່ອກຽມບຸກໂຈມຕີເມືອງ Raqqa.
ການເຄື່ອນໄຫວດັ່ງກ່າວນີ້ ເຮັດໃຫ້ສະຫະລັດຂັດໃຈກັນກັບເທີກີ ຊຶ່ງເປັນພັນທະມິດ
ຂອງອົງການເນໂຕ້ ທີ່ໄດ້ໂຕ້ຖຽງວ່າ ກຳລັງປະຊາທິປະໄຕຊີເຣຍ ຂອງທະຫານບ້ານ
ຊາວເຄີດ ແມ່ນກຸ່ມກໍ່ການຮ້າຍທີ່ເປັນເຄືອຂ່າຍຂອງພັກກຳມະກອນເຄີດດິສຖານ ຫຼື
PKK ຊຶ່ງເປັນກຸ່ມກໍ່ການຮ້າຍທີ່ໄດ້ທຳການສູ້ລົບກັບລັດຖະບານເທີກີມາໄດ້ຫລາຍໆ
ປີແລ້ວ.
ພັນເອກ Dillon ກ່າວວ່າ ກອງກຳລັງປະຊາທິປະໄຕໃນຊີເຣຍ ໄດ້ເຕືອນໃຫ້ປະຊາ
ຊົນ ອອກຈາກເມືອງ Raqqa ກ່ອນທີ່ການສູ້ລົບຈະເລີ້ມຂຶ້ນ ຊຶ່ງໃນເວລານີ້ມີເກືອບ
200,000 ຄົນແລ້ວ ໄດ້ພາກັນອົບພະຍົບໜີ. ທ່ານ Dillon ກ່າວຕື່ມວ່າ ສູນຂອງຜູ້
ຫລົບໄພໄດ້ຕັ້ງຂຶ້ນອ້ອມແອ້ມເມືອງດັ່ງກ່າວ ໂດຍທີ່ກຳລັງປະຊາທິປະໄຕໃນຊີເຣຍ
ເປັນຜູ້ເລືອກສະຖານທີ່ເພື່ອປ້ອງກັນບໍ່ໃຫ້ພວກຫົວຮຸນແຮງລັດອິສລາມພາກັນຫຼົບ
ໜີ ໂດຍປອມຕົວເຂົ້າໄປປົນກັບພວກພົນລະເຮືອນທີ່ພາກັນໜີອອກຈາກເມືອງດັ່ງ
ກ່າວ.