ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕ້ານໄວຣັສ ໂຄໂຣນາ ດຽວນີ້ແມ່ນ ລົງໄປເຮັດຢູ່ຕາມ ຖະໜົນຫົນທາງ ຂອງເມືອງຕ່າງໆ ໃນທົ່ວໂລກ


ພາບຖ່າຍໃນວັນທີ 23 ມີນາ ແລະເຜີຍແຜ່ອອກມາໂດຍ ກອງທັບລາດຊະອານາຈັກໄທ ສະແດງໃຫ້ເຫັນວ່າ ທະຫານໃສ່ຊຸດປ້ອງກັນ ສານພິດ ກໍາລັງທໍາຄວາມສະອາດຂ້າເຊື້ອໂຣກຢູ່ຕາມສະຖານີລົດເມແຫ່ງນຶ່ງ ໃນບາງກອກ ເພື່ອຕ້ານການແຜ່ລະບາດຂອງໄວຣັສ COVID-19 ຂະນະທີ່ໄທມີ 827 ລາຍແລ້ວທີ່ຢືນຢັນວ່າຕິດເຊື້ອໄວຣັສດັ່ງກ່າວໃນວັນທີ 24 ມີນາ.
ພາບຖ່າຍໃນວັນທີ 23 ມີນາ ແລະເຜີຍແຜ່ອອກມາໂດຍ ກອງທັບລາດຊະອານາຈັກໄທ ສະແດງໃຫ້ເຫັນວ່າ ທະຫານໃສ່ຊຸດປ້ອງກັນ ສານພິດ ກໍາລັງທໍາຄວາມສະອາດຂ້າເຊື້ອໂຣກຢູ່ຕາມສະຖານີລົດເມແຫ່ງນຶ່ງ ໃນບາງກອກ ເພື່ອຕ້ານການແຜ່ລະບາດຂອງໄວຣັສ COVID-19 ຂະນະທີ່ໄທມີ 827 ລາຍແລ້ວທີ່ຢືນຢັນວ່າຕິດເຊື້ອໄວຣັສດັ່ງກ່າວໃນວັນທີ 24 ມີນາ.

ຖະໜົນຫົນທາງຊຶ່ງຕາມປົກກະຕິແລ້ວ ມີຄົນເດີນໄປມາເຕັມຢູ່ໃນທົ່ວ ໂລກນັ້ນ ດຽວນີ້ ເບິ່ງຄືກັນກັບວ່າ ເປັນພາບຄືຢູ່ໃນຮູບເງົາ ຫລັງຈາກການເກີດ ການທໍາລາຍລ້າງໂລກໃຫ້ໝົດໄປ. ການລະບາດຂອງເຊື້ອໄວຣັສໃນລະດັບໂລກ ໄດ້ເຮັດໃຫ້ຄົນ ຕ້ອງໄດ້ພາກັນຢູ່ແຕ່ໃນເຮືອນ ໃນຂະນະທີ່ ບັນດາເຈົ້າໜ້າທີ່ທັງ ຫລາຍພາກັນຫາໂອກາດທໍາການຕໍ່ ສູ້ກັບເຊື້ອໄວຣັສ ດັ່ງກ່າວ …. ເປັນຄຸ້ມໆ ໄປ. Arash Arabasadi, ນັກຂ່າວວີໂອເອມີລາຍລະອຽດກ່ຽວກັບເລື້ອງນີ້ ຊຶ່ງ ບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ:

ຢູ່ທີ່ບາງກອກນັ້ນ ຖະໜົນຫົນທາງຖືກປະໃຫ້ເປົ່າແປນ ເຫລືອແຕ່ລົດທະຫານ ແລະກໍາມະກອນ ທີ່ນຸ່ງຊຸດປ້ອງກັນສານເຄມີເທົ່ານັ້ນ. ສະພາບການປົກກະຕິ ແບບໃໝ່ນີ້ ຢູ່ໃນນະຄອນຫລວງຂອງໄທແຫ່ງນັ້ນ ແລະຕົວເມືອງໃຫຍ່ໆຫຼາຍ ແຫ່ງໃນໂລກ ແມ່ນມີຂຶ້ນໃນຂະນະທີ່ ມາດຕະການໃຫ້ຄົນຢູ່ຫ່າງກັນ ໄດ້ເຮັດ ໃຫ້ເກືອບໝົດທຸກຄົນພາກັນຢູ່ແຕ່ເຮືອນ ແລະຫລີກທາງໃຫ້ພວກພະນັກງານ ພາກັນຈັດການຂ້າເຊື້ອຢູ່ຕາມຖະໜົນຫົນທາງ ບ່ອນທີ່ຮູ້ວ່າ ມີກໍລະນີການຕິດ ເຊື້ອແຜ່ກະຈາຍຢູ່ນັ້ນ.

ທ່ານສຸວັນນະໄຊ ວັດຕະນາຍິ່ງຈະເຣີນໄຊ, ຈາກກະຊວງສາທາລະນະສຸກ ຂອງໄທໃຫ້ຄໍາເຫັນວ່າ:
“ໃນຈໍານວນທີ່ຢູ່ໃນກຸ່ມທີ່ຫາກໍຄົ້ນພົບທີ່ເລີ້ມຕົ້ນແຕ່ພຽງວັນທີ 14 ມີນາມານີ້ເທົ່າ ນັ້ນ ກໍມີ 57 ກໍລະນີແລ້ວ ທີ່ມີການເຊື່ອມໂຍງກັບສະໂມສອນບັນເທີງ ຫລື nightclub ແລະສະໜາມຊົມການຊົກມວຍອຫ່ງນຶ່ງ. ພວກຄົນຕິດເຊື້ອ ເຫລົ່ານັ້ນແມ່ນລວມທັງ ຜູ້ຈັດງານ, ເຈົ້າພາບ ແລະຜູ້ເຂົ້າຊົມ ທີ່ເຕັມໄປດ້ວຍ ສະມາຊິກໃນຄອບຄົວ ແລະຄົນທີ່ຮັກແພງໃກ້ຊິດກັນ.”

ຈໍານວນຂອງພວກຕິດພະຍາດຢູ່ໃນໄທໄດ້ພຸ້ງສູງເຖິງຫລາຍເກີນວ່າ 700 ຄົນ ອີງຕາມການລາຍງານຂ່າວ, ໂດຍທີ່ໃນນັ້ນ ມີຄົນນຶ່ງເສຍຊີວິດ.

ຢູ່ໃນນະຄອນຫລວງຂອງເຄັນຢານັ້ນ, ການຫລຸດລົງຂອງຈໍານວນຄົນທີ່ເດີນສັນ ຈອນໄປ ມາຕາມຖະໜົນ ເຮັດໃຫ້ພະນັກງານສາທາລະນະສຸກ ມີໂອກາດ ດໍາ ເນີນການຕໍ່ສູ້ກັບ ສິ່ງທີ່ພາໃຫ້ເກີດພະຍາດ ໂດຍສານຂ້າເຊື້ອໂຣກໄດ້.

ທ່ານ ໂຈເຊັຟ ຄຸງ ອູ, ຈາກກະຊວງສາທາລະນະສຸກຂອງເຄັນຢາ ເວົ້າເປັນ ພາສາ ຊວາຮີລີວ່າ:
“ການຝຶກຫັດໃນການເຮັດສຸຂະອານາໄມ ຈະຊ່ວຍໄດ້ຫລາຍ. ພວກເຮົາເພັ່ງເລັງ ໃສ່ເຊື້ອໂຣກທຸກປະເພດ ບໍ່ແມ່ນແຕ່ພຽງໄວຣັສໂຄໂຣນາເທົ່ານັ້ນ. ພວກເຮົາກໍາ ລັງໃຊ້ສານຄລໍຣິນ ທີ່ພວກເຮົາຈະໃຊ້ເຂົ້າໃນການຂ້າເຊື້ອພະຍາດຕ່າງໆ ຢ່າງມີ ປະສິດທິພາບສູງອີກດ້ວຍນັ້ນ.”

ພວກພະນັກງານຈາກກະຊວງສາທາລະນະສຸກ ພາກັນທໍາຄວາມສະອາດຂ້າ ເຊື້ອໂຣກ ໃນພະຫະນະຂົນສົ່ງສາທານລະນະ ໃນນະຄອນຫລວງ ໄນໂຣບີ ແລະ ຕິດຕັ້ງອ່າງລ້າງມືເພື່ອໃຫ້ຄົນໄດ້ລ້າງມື ຢ່າງສະດວກ.
ເມືອງໄນນ໌ເວ, ຊຶ່ງເປັນເມືອງນຶ່ງຂອງອີຣັກ ທີ່ຕັ້ງຢູ່ເຂດຊານເມືອງ ຂອງ ນະ ຄອນໂມຊູລ (Mosul) ແມ່ນບໍ່ມີກໍລະນີຄົນຕິດເຊື້ອໄວຣັສນີ້ ທີ່ໄດ້ຮັບການຢັ້ງ ຢືນໃນ ອາທິດແລ້ວ ນີ້, ແຕ່ວ່າ ການທໍາຄວາມສະອາດຂ້າເຊື້ອໂຣກກໍຍັງດໍາ ເນີນສືບຕໍ່ໄປຢູ່. ອີຣັກມີລາຍງານວ່າ ຢ່າງໜ້ອຍ ກໍມີ 230 ກໍລະນີຄົນຕິດ ເຊື້ອພະຍາດນີ້ ແລະ 20 ໄດ້ເສຍຊີວິດໄປແລ້ວ.

ສ່ວນຢູ່ຊີເຣຍນັ້ນ, ກຸ່ມໝວກກັນກະທົບສີຂາວ ຫລື White Helmets ຊຶ່ງເປັນ ກຸ່ມທີ່ຮູ້ຈັກກັນດີວ່າ ດໍາເນີນການຊອກຄົ້ນຫາ ແລະກອບກູ້ເອົາຊີວິດຄົນໄວ້ ພາຍຫລັງມີການດໍາເນີນການຖິ້ມລະເບີດຂອງລັດຖະບານແລ້ວ ດຽວນີ້ ກັບມີ ການປະຕິບັດງານແບບໃໝ່.

ສະມາຊິກຂອງກຸ່ມຮັບມືກັບໄພສຸກເສີນ, ກຸ່ມໝວກກັນກະທົບສີຂາວ ເວົ້າວ່າ:
“ທີມງານກໍາລັງຖືກມອບໝາຍໃຫ້ຮັບຜິດຊອບໃນການທໍາຄວາມສະອາດຂ້າເຊື້ອ ໂຣກ ຢູ່ໃນສະຖານທີ່ ທີ່ເປັນຂອງສ່ວນລວມ, ຢູ່ໃນວັດອິສລາມ, ໂຮງຮຽນ, ໂບດ ແລະຫ້ອງປະຊຸມຕ່າງໆ ທີ່ຄົນມັກໄປນັ້ນ. ພວກເຮົາຍັງໃຫ້ການແນະນໍາ ເພື່ອຊ່ວຍຄົນໃນການຕ້ານກັບເຊື້ອໄວຣັສນີ້.”

ປະເທດທີ່ຖືກສົງຄາມທໍາລາຍແຫ່ງນັ້ນ ໄດ້ຢືນຢັນວ່າ ມີກໍລະນີຄົນຕິດເຊື້ອ ໃນປະເທດຂອງຕົນລາຍທໍາອິດ ໃນວັນອາທິດຜ່ານມາ.

ຢູ່ອິນເດຍ ຊຶ່ງເປັນທີ່ຄົນຫລາຍກວ່າ 1 ຕື້ 300 ລ້ານຄົນອາໄສຢູ່ນັ້ນ ມີລາຍ ງານມາວ່າ ມີຄົນຕິດເຊື້ອ 415 ກໍລະນີ ແລະ 7 ຄົນທີ່ເສຍຊີວິດ ຍ້ອນໄວ ຣັສນີ້ ແຕ່ວ່າ ພວກນັກຊ່ຽວຊານທາງການແພດເຕືອນວ່າ ອາດຈະມີຈໍານວນ ກໍລະນີຄົນຕິດເຊື້ອພະຍາດນີ້ ພຸ້ງສູງຂຶ້ນໃນເວລາໃດກໍໄດ້ ແລະ ເຮັດໃຫ້ໂຄງ ຫລ່າງພື້ນຖານ ທາງການແພດບໍ່ສາມາດຮັບມືກັບມັນໄຫວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້

Typically busy streets around the world look like scenes from post-apocalyptic movies. The coronavirus pandemic has left most people at home, while authorities take advantage to wage war on the virus… one block at a time. VOA’s Arash Arabasadi has more.

In Bangkok, the streets are deserted except for military trucks and workers in hazmat suits. This the new-normal in the Thai capital and other major world cities comes as social distancing keeps most people at home and clears the way for crews to disinfect the streets where known cases once thrived.

Suwannachai Wattanayingcharoenchai, Thailand Ministry of Health:

“Of the group that was recently discovered beginning on March 14th, 57 cases alone were connected to a nightclub and a boxing arena. They included organizers, hosts, and an audience filled with family members and close contacts.”

Infections in Thailand jumped to more-than 700 on Monday, according to press reports, with one death.

In Kenya’s capital, reduced street traffic gives health workers the opportunity to wage war on many pathogens with disinfectants.

Joseph Kung’u, Ministry of Health, MAN 2, SWAHILI:

“This sanitation exercise will be of great help. We are targeting all kinds of germs, not just corona. We’re using chlorine, which we will also use to effectively kill germs.”

Workers from the Health Ministry sanitized public transportation in Nairobi and installed sinks for convenient handwashing.

Nineveh, an Iraqi city on the outskirts of Mosul, had zero confirmed cases last week, but street sanitizing continues. Iraq has at least 230 reported cases, and 20 people have died.

In Syria, the White Helmets – a group known for search and rescue operations following government bombing runs – now has a new mission.

Member of Emergency Response Group, White Helmets:

“The team is tasked with sanitizing the public areas, mosques, schools, churches and halls people frequent. We also offer advice to help people face the virus.”

The war-torn country confirmed its first case of coronavirus Sunday.

India, home to more than one-point-three billion people, reported 415 cases and seven deaths, but health experts warn a spike in coronavirus cases may be imminent and overwhelm public health infrastructure.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG