ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນ ເສຍຊີວິດ ໃນການປະທະກັນ ຢູ່ມຽນມາ


ເດັກນ້ອຍແລະແມ່ຍິງຄົນນຶ່ງ ກໍາລັງຂົນກ້ອນດິນຈີ່ ຈາກບ້ານເຮືອນ ທີ່ຖືກທໍາລາຍ ໃນການປະທະກັນ ລະຫວ່າງຊາວພຸດ ກັບ ຊາວມຸສລິມໂຣຮິງຢາ
ເດັກນ້ອຍແລະແມ່ຍິງຄົນນຶ່ງ ກໍາລັງຂົນກ້ອນດິນຈີ່ ຈາກບ້ານເຮືອນ ທີ່ຖືກທໍາລາຍ ໃນການປະທະກັນ ລະຫວ່າງຊາວພຸດ ກັບ ຊາວມຸສລິມໂຣຮິງຢາ
ທາງການມຽນມາກ່າວວ່າ ມີ 3 ຄົນ ໄດ້ຖືກສັງຫານແລະບ້ານເຮືອນ
ຈໍານວນຫຼາຍຮ້ອຍຫຼັງຖືກເຜົາໄໝ້ ໃນການປະທະກັນລະຫວ່າງ
ຊາວພຸດແລະຊາວມຸສລິມໂຣຮິງຢາ ໃນລັດ Rakhine ທາງພາກ
ຕາເວັນຕົກ ຂອງປະເທດ.

ຄວາມຮຸນແຮງດັ່ງກ່າວ ທີ່ໄດ້ມີຂຶ້ນໃນ 2 ຂົງເຂດທີ່ຫ່າງໄກແລະ
ສອກຫຼີກ ທາງທິດເໜືອຂອງ Sittwe ເມືອງເອກຂອງລັດ ແມ່ນເນ້ນ
ໃຫ້ເຫັນເຖິງຄວາມເຄັ່ງຕຶງທີ່ຍັງມີຢູ່ຕໍ່ມາ ໃນພາກຕາເວັນຕົກຂອງ
ມຽນມາ ບ່ອນທີ່ໄດ້ເກີດຄວາມຮຸນແຮງຢ່າງແຜ່ກ້ວາງ ເມື່ອເດືອນ
ມິຖຸນາຜ່ານມາ ທີ່ໄດ້ເຮັດໃຫ້ຫຼາຍສິບຄົນເສຍຊີວິດແລະຫຼາຍໝື່ນ
ຄົນຖືກຕ້ອງໄດ້ຍົກຍ້າຍໜີຈາກບ້ານເຮືອນ.

ເຈົ້າໜ້າທີ່ກ່າວວ່າ ຄວາມບໍ່ສະງົບຄັ້ງຫລ້າສຸດນີ້ ໄດ້ເລີ່ມຂຶ້ນ ໃນ
ວັນອາທິດຜ່ານມາ ຫຼືບໍ່ກໍວັນຈັນວານນີ້ ໃນເມືອງ Minbyar ແລ້ວກໍຂະຫຍາຍກ້ວາງອອກ
ໄປຍັງເມືອງ Mrauk-U ທີ່ຢູ່ໃກ້ກັນນັ້ນ. ຕົກມາຮອດວັນອັງຄານທື້ນີ້ ກໍຍັງມີຂໍ້ມູນ ແຕ່ພຽງ
ເລັກນ້ອຍເທົ່ານັ້ນ ກ່ຽວກັບຄວາມວຸ້ນວາຍດັ່ງກ່າວ.

ຄວາມຮຸນແຮງເມື່ອເດືອນມິຖຸນານັ້ນ ໄດ້ມີຂຶ້ນ ຫລັງຈາກມີການກ່າວຫາວ່າ ຊາຍຊາວ
ມຸສລິມ 3 ຄົນ ໄດ້ຂົ່ມຂືນແລະສັງຫານແມ່ຍິງຊາວພຸດຄົນນຶ່ງ. ຄວາມບໍ່ສະງົບດັ່ງກ່າວເຮັດ
ໃຫ້ມີຄວາມຢ້ານກົວວ່າ ຈະເກີດບັນຫາທາງດ້ານມະນຸດສະທໍາໃນໝູ່ຊາວໂຣຮິງຢາ ທີ່ຖືກ
ປະຕິເສດບໍ່ໃຫ້ມີສິດ ເປັນສັນຊາດມຽນມາ ແລະຊົມໃຊ້ສິດທິພື້ນຖານຫລາຍຢ່າງນັ້ນ.
XS
SM
MD
LG