ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, 06 ຕຸລາ 2026

ການສູ້ລົບກັນ ໃນຢູເຄຣນ ຍັງດຳເນີນຢູ່ຕໍ່ມາ ຂະນະທີ່ ການຢຸດຍິງ ຈະເລີ້ມ ມີຜົນບັງຄັບໃຊ້

ຂະບວນລົດທະຫານຢູເຄຣນຢຸດຈອດ ເທິງເສັ້ນທາງແຕ່ເມືອງ Dabeltseve ຫາເມືອງ  Artemivsk (14 ກຸມພາ 2015)
ຂະບວນລົດທະຫານຢູເຄຣນຢຸດຈອດ ເທິງເສັ້ນທາງແຕ່ເມືອງ Dabeltseve ຫາເມືອງ Artemivsk (14 ກຸມພາ 2015)

ການສູ້ລົບໃນຢູເຄຣນຍັງດຳເນີນຢູ່ຕໍ່ມາໃນວັນເສົາມື້ນີ້ລະຫວ່າງ
ທະຫານລັດຖະບານ ແລະພວກແບ່ງແຍກດິນແດນນິຍົມຣັດເຊຍ
ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ການຢຸດຍິງຈະເລີ້ມມີຜົນບັງຄັບໃຊ້.

ການຢຸດຍິງຊຶ່ງກຳນົດຈະເລີ້ມມີີການຈັດຕັ້ງປະຕິບັດໃນຕອນ 12
ໂມງທ່ຽງຄືນຕາມເວລາທ້ອງຖິ່ນຫລື 22 ໂມງ ຕາມເວລາມາດຕະ
ຖານສາກົນ ໃນວັນເສົາມື້ນີ້ ຫຼາຍໆມື້ຫລັງຈາກພວກຜູ້ນຳຂອງຢູ
ເຄຣນ ຣັດເຊຍ ຝຣັ່ງແລະເຢຍຣະມັນ ໄດ້ຕົກລົງຮັບເອົາການຢຸດ
ຍິງທີ່ນະຄອນຫຼວງ Minsk ຂອງເບລາຣຸສ.

ເປັນທີ່ຄາດກັນວ່າ ສະພາຄວາມໝັ້ນຄົງ ຂອງອົງການສະຫະປະ
ຊາຊາດຈະເປີດປະຊຸມສຸກເສີນໃນວັນອາທິດມື້ອື່ນນີ້ ເພື່ອໃຫ້ການສະໜັບສະໜຸນຕໍ່ການ ຢຸດຍິງດັ່ງກ່າວ. ພວກນັກການທູດເວົ້າວ່າສະພາຄວາມໝັ້ນຄົງທີ່ປະກອບດ້ວຍສະມາຊິກ
15 ປະເທດຈະລົງຄະແນນສຽງເພື່ອຮັບຮອງເອົາຍັດຕິທີ່ຮ່າງຂຶ້ນໂດຍຣັດເຊຍທີ່ຮຽກຮ້ອງ ໃຫ້ທຸກພັກຝ່າຍກ່ຽວຂ້ອງຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ທະຫານຢູເຄຣນ 11 ຄົນ ເສຍຊີວິດ ນັບແຕ່ມີການ ຕົກລົງຢຸດຍິງ

A Ukrainian serviceman loads ammunition into a tank in the territory controlled by Ukraine's government forces, in the Donetsk region, Feb. 13, 2015.
1/5 A Ukrainian serviceman loads ammunition into a tank in the territory controlled by Ukraine's government forces, in the Donetsk region, Feb. 13, 2015.
ເບິ່ງຕື່ມອີກ Show less
Russian-backed separatists wait for their transport, preparing to leave for the frontline, in the village of Vergulivka, just outside Debaltseve, eastern Ukraine, Feb. 13, 2015.
2/5 Russian-backed separatists wait for their transport, preparing to leave for the frontline, in the village of Vergulivka, just outside Debaltseve, eastern Ukraine, Feb. 13, 2015.
ເບິ່ງຕື່ມອີກ Show less
A newly mobilized soldier trains at the 169th weapons  training center for Ukrainian ground forces at "Desna" in the Chernihiv region, about 100km north of Kyiv, Ukraine, Feb. 13, 2015.
3/5 A newly mobilized soldier trains at the 169th weapons  training center for Ukrainian ground forces at "Desna" in the Chernihiv region, about 100km north of Kyiv, Ukraine, Feb. 13, 2015.
ເບິ່ງຕື່ມອີກ Show less
Russian-backed separatists cover their ears as they fire a mortar towards Ukrainian troops outside the village of Sanzharivka, northeast of Debaltseve, eastern Ukraine, Feb. 11, 2105.
4/5 Russian-backed separatists cover their ears as they fire a mortar towards Ukrainian troops outside the village of Sanzharivka, northeast of Debaltseve, eastern Ukraine, Feb. 11, 2105.
ເບິ່ງຕື່ມອີກ Show less
A newly mobilized Ukrainian soldier demonstrates his skills during military training in Desna, 100km north from Kyiv, Feb. 13, 2015.
5/5 A newly mobilized Ukrainian soldier demonstrates his skills during military training in Desna, 100km north from Kyiv, Feb. 13, 2015.
ເບິ່ງຕື່ມອີກ Show less
Previous slide
Next slide

ໃນມື້ວັນສຸກວານນີ້ ການສູ້ລົບກັນໃນພາກຕາເວັນອອກຂອງຢູເຄຣນໄດ້ດຳເນີນໄປຢ່າງ ດຸເດືອດ ໂດຍສະເພາະແລ້ວ ຢູ່ໃນບໍລິເວນອ້ອມແອ້ມ ເມືອງ Debaltseve ຊຶ່ງເປັນຫົວ ເມືອງຍຸດທະສາດສຳຄັນນັ້ນ. ມີຜູ້ເສຍຊີວິດຢ່າງໜ້ອຍ 26 ຄົນຮວມທັງທະຫານແລະພົນ ລະເຮືອນຢູເຄຣນ.

ໃນມື້ວັນສຸກວານນີ້ ສະຫະລັດໄດ້ກ່າວຫາຣັດເຊຍວ່າ ສົ່ງອາວຸດຍຸດໂທປະກອນ ເປັນຈຳ ນວນຫຼວງຫຼາຍ ໄປໃຫ້ພວກກະບົດນິຍົມຣັດເຊຍ ຢູ່ໃນພາກຕາເວັນອອກຂອງຢູເຄຣນ.

ຣັດເຊຍໄດ້ປະຕິເສດວ່າ ຕົນບໍ່ໄດ້ສົ່ງທະຫານຫຼືອາວຸດຂ້າມຊາຍແດນໄປຊ່ອຍໃນການສູ້ ລົບ ຊຶ່ງໄດ້ສັງຫານຜູ້ຄົນໄປແລ້ວ ຢ່າງໜ້ອຍ 5,400 ຄົນ ແລະໄດ້ຮັບບາດເຈັບ ອີກຫຼາຍ ພັນຄົນນັບຕັ້ງແຕ່ການກໍ່ກະບົດແບ່ງແຍກດິນແດນໄດ້ເລີ້ມຂຶ້ນເມື່ອ 10 ເດືອນກ່ອນ.

UKRAINE   CNPK
please wait

No media source currently available

0:00 0:01:42 0:00

​
XS
SM
MD
LG