ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແຄຣີ ກ່າວວ່າ ປະທານາທິບໍດີ ອາສາດ ຕ້ອງລົງ ຈາກຕຳແໜ່ງ


ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry, ຂວາ, ຕອບຄຳຖາມກ່ຽວກັບວິກິດການ ໃນຊີເຣຍ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ພ້ອມກັນກັບ ລັດຖະມົນຕີ​ຕ່າງປະ​ເທດ ອັງກິດ ທ່ານ Philip Hammond ຢູ່ໃນນະຄອນຫຼວງລອນດອນ, ວັນທີ 19 ກັນຍາ 2015.
ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry, ຂວາ, ຕອບຄຳຖາມກ່ຽວກັບວິກິດການ ໃນຊີເຣຍ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ພ້ອມກັນກັບ ລັດຖະມົນຕີ​ຕ່າງປະ​ເທດ ອັງກິດ ທ່ານ Philip Hammond ຢູ່ໃນນະຄອນຫຼວງລອນດອນ, ວັນທີ 19 ກັນຍາ 2015.

ພວກ​ຕໍ່ຕ້ານ​ລັດຖະບານ​ຊີ​ເຣຍ ຈຳນວນ​ນຶ່ງ ​ໄດ້​ຮັບ​ການ​ເຝິກ​ແອບ
ໂດຍສະຫະລັດ ​ແລະ ບັນດາຄູ່​ພັນທະ​ມິດ ​ໄດ້​ພາກັນບຸກເຂົ້າ​ໄປ
​ໃນ​ພາ​ກ​ເໜືອ​ຂອງ​ຊີ​ເຣຍ​ແລ້ວ ອີງ​ຕາມ​ກຸ່ມ​ຕິດຕາມ​ສົງຄາມກູ່ມນຶ່ງ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຢູ່​ໃນຊີ​ເຣຍ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ
ນັກ​ຕໍ່ສູ້ 75 ຄົນ ທີ່​ໄດ້​ຮັບ​ການ​ເຝິກ​ແອບ ​ໃນ​ເທີ​ກີ ໄດ້​ຂ້າມ​ເຂົ້າ​ໄປ​
ໃນ​ຊີ​ເຣຍ ​ເມື່ອ​ຕອນ​ເຊົ້າໆ ​ຂອງ​ວັນ​ເສົາ​ວານ​ນີ້.

ບັນດາ​ເຈົ້າໜ້າ​ທີ່ ​ໃນ​ກຸ່ມ​ແນວ​ໂຮມ​ທີ່​ນຳພາ​ໂດຍ​ສະຫະ​ລັດ
ຍັງ​ບໍ່​ໄດ້​ໃຫ້​ຄຳ​ເຫັນ ຕໍ່​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ອົງການ​ຂ່າວ​ຂອງ​ຝຣັ່ງ ລາຍ​ງານ​ວ່າ ພວກ​ກະບົດ ​ແລະ ກອງ​ກຳລັງ​ທີ່​ສະໜັບສະໜູນ​ລັດຖະບານ ​ໄດ້​ຕົກລົງ​ຢຸດ​ຍິງ ທີ່​ຈະ​ເລີ້ມ​ຕົ້ນຂຶ້ນ​ໃນ​ທັນທີ. ຍັງ​ບໍ່​ມີ​ແຜນການ​ວ່າ ການ​ຢຸດ​ຍິງ ມີ​ໄລຍະ​ເວລາ​ດົນ​ປາ​ໃດ ​ແຕ່​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ ​ໃນ​ຊີ​ເຣຍ ກ່າວ​ຖະ​ແຫລ​ງຕໍ່​ອົງການ​ຂ່າວ AFP ວ່າ ຝ່າຍຄູ່​ຕໍ່ສູ້​ກັນ ຈະ​ສືບ​ຕໍ່​ທຳ​ການ​ເຈລະຈາ​ກັນ ສຳ​ຫລັ​ບຂໍ້​ຕົກລົງ​ທີ່​ກວ້າງຂວາງຕື່ມ​ອີກ.

​ໃນ​ວັນ​ເສົາ​ວານ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​ວ່າ ປະທາ​ນາ​ທິບໍດີ ຊີ​ເຣຍ ທ່ານ Bashar al-Assad ຕ້ອງ​ລົງ​ອອກ​ຈາກ​ຕຳ​ແໜ່​ງ ​ແຕ່​ເວລາ​ຂອງ​ການ​ອອກ​ຈາກ​ຕຳ​ແໜ່​ງນັ້ນ ​ແມ່ນ​ຈະ​ຕ້ອງ​ໄດ້​ຕັດສິນ​ໂດຍ​ຜ່ານ​ການ​ເຈລະຈາ​ກັນ​ເສຍ​ກ່ອນ.

ສະໜາມບິນທະຫານ Abu Duhur ໃນແຂວງ Idlib ຂອງຊີເຣຍ
ສະໜາມບິນທະຫານ Abu Duhur ໃນແຂວງ Idlib ຂອງຊີເຣຍ

XS
SM
MD
LG