ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມີນາ ໒໐໒໓

ຢ່າງໜ້ອຍ 51 ຄອບຄົວ ຕົກລົງ ຮັບເອົາ ຄ່າເສຍຫາຍ ຈາກບໍລິສັດ GM


ພາບພວງມະໄລ ແລະກະແຈຕິດຈັກລົດ Chevrolet Cobalt ປີ 2005 ຂອງບໍລິສັດ General Motors.

ຢ່າງ​ໜ້ອຍ 51 ຄອບຄົວ​ ກຳລັງຕົກລົງກັນກ່ຽວກັບຄ່າເສຍຫາຍ
ກັບບໍລິສັດ​ General Motors ຊຶ່ງເປັນບໍລິສັດສ້າງ​ລົດ​ທີ່​ໃຫຍ່
​ສຸດ​ຂອງສະຫະລັດ ເພາະເກີດອຸປະຕິເຫດຕຳ​ກັນ​ຕາຍ​ຢ່າງ​ຮ້າຍ​
ແຮງ ຍ້ອນກະ​ແຈ​ຕິດຈັກ​ລົດ​ທີ່​ບົກຜ່ອງ ຢູ່​ໃນ​ລົດ​ຂະ​ໜາດ​ນ້ອຍ
ທີ່​ໄດ້​ຜະລິດ​ເມື່ອ​ນຶ່ງ​ທົດ​ສະ​ວັດ​ກ່ອນນັ້ນ.

ນອກນັ້ນ ຍັງມີຜູ້ໄດ້​ຮັບ​ບາດ​ເຈັບ 77 ​ຄົນ​ທີ່ໄດ້​ຮັບ​ເງິນຊົດເຊີຍ
ທີ່ບໍ່ມີການ​ເປີດ​ເຜີຍ​ຈຳນວນນຶ່ງ ໂດຍເຈົ້າໜ້າທີ່ຄຸ້ມຄອງກອງ
ທຶນ ​ທີ່​ເປັນ​ອິດສະຫຼະ ຊຶ່ທີ່ຕັ້ງຂຶ້ນ ມາໂດຍບໍລິສັດ GM. ບໍລິສັດ​
ສ້າງ​ລົດ​ຮູ້​ດີ​ກ່ຽວກັບບັນຫາ​ບ່ອນ​ຕິດ​ຈັກ ຢູ່​ໃນລົດ 2 ລ້ານ 6 ​
ແສນ​ຄັນ ​ເປັນ​ເວລາ​ກວ່ານຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ແຕ່ວ່າ ບໍ່​ໄດ້​
ຮ້ອງເອົາລົດ​ກັບ​ຄືນມາແປງ ຈົນ​ກວ່າ​ຕົ້ນ​ປີ​ກາຍ​ນີ້.

​ເວລາ​ບ່ອນ​ຕິດ​ຈັກ​ລົດ​ບໍ່ເຮັດວຽກ ລະບົບຄວບຄຸມ​ພວງ​ມະ​ໄລລົດ ຖົງ​ອາກາດ ​ແລະ​ລະບົບ
​ໄຟຟ້າ​ອຶ່ນໆ​ ໄດ້​ຢຸດ​ເຊົາບໍ່​ປະ​ຕິ​ບັດ​ງານ.

ຈຳ​ນວນ​ການ​ຈ່າຍ​ເງິນຊົດເຊີຍ ອາດ​ເພີ້​ມຂື້ນ​ຕື່ມຢ່າງຫຼວງຫຼາຍ ໃນໄລຍະ​ຫລາຍເດືອນ
​ຕໍ່ໜ້າ​ນີ້.

ບັນດາ​ຜູ້​ຂັບ​ລົດ​ເກືອບ 4,200 ຄົນ ​ແລະ​ຄອບຄົວ​ເຂົາ​ເຈົ້າ ​ໄດ້​ຍືນ​ຟ້ອງເອົາ​ຄ່າ ເສຍ​ຫາຍ​ກ່ຽວກັບບ່ອນ​ຕິດ​ຕັກ​ລົດທີ່ບົກຜ່ອງ ​ໃນ​ວັນ​ເສົາ​ແລ້ວ​ນີ້ ທີ່​ເປັນວັນ​ເສັ້ນ​ຕາຍ ແລະການຟ້ອງ
ຮ້ອງ​ຂ​ອງ​ເຂົາ​ເຈົ້າ ບັດ​ນີ້​ຈະ​ຖືກ​ທົບທວນ​ເບິ່ງ.

US AUTO DEATHS SOTVO
please wait
Embed

No media source currently available

0:00 0:01:35 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG