ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

55 ຄົນ ຖືກຕັດສິນລົງໂທດ ຄັ້ງໃຫຍ່ ທີ່ແຂວງ ຊິນຈຽງ


ຸຸຸ55 ຄົນຖືກນຳໃສ່ລົດບັນທຸກ ເພື່ອດຳເນີນຄະດີ ຄັ້ງໃຫຍ່ ທີ່ແຂວງ Xinjiang
ຸຸຸ55 ຄົນຖືກນຳໃສ່ລົດບັນທຸກ ເພື່ອດຳເນີນຄະດີ ຄັ້ງໃຫຍ່ ທີ່ແຂວງ Xinjiang
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ໃຊ້​ການໂຮມຊຸມນຸມ​ເດີນ​ຂະ​ບວນ
ຂອງປະຊາ​ຊົນ ໃນ ແຂວງ Xinjiang ທີ່ປະສົບກັບຄວາມ
ຮຸນແຮງນັ້ນ​ເພື່ອຕັດສິນ​ລົງ​ໂທດ 55 ຄົນ ​ໃນ​ຂໍ້​ຫາ​ທີ່​ຮວມ
​ທັງກໍ່ການ​ຮ້າຍ.

​ອົງການ​ຂ່າວຊິນຫົວ ຂອງທາງ​ການ​ຈີນ ກ່າວ​ວ່າ ປະຊາຊົນ
​ທ້ອງ​ຖິ່ນ 7,000 ຄົນ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ເປັນ​ພິຍານ
ການ​ດຳ​ເນີນ​ຄະດີຄັ້ງໃຫຍ່​ໃນ​ວັນ​ອັງຄານ​ວານ​ນີ້ ທີ່​ສະໜາມ
ກິລາແຫ່ງນຶ່ງ​ໃນ​ເຂດ​ເທດ​ສະບາ​ນ​ເມືອງ Yili ​ທາງ​ພາກ​ເໜືອ​
ຂອງແຂວງ Xinjiang.

ຢ່າງ​ໜ້ອຍ ສາມ​ຄົນ​ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດ. ສ່ວນ​ຄົນ​ອຶ່ນໆ​ຖືກ​ຕິດ​ຄຸກ​ ໃນ​ຖານ
​ຄາດ​ຕະກຳ ​ແບ່ງ​ແຍກ​ດິນ​ແດນ ​ແລະ​ຈັດ​ຕັ້ງ ​ຫລືເຂົ້າ​ຮ່ວມ​ກັບ​ບັນດາ​ກຸ່ມ​ກໍ່ການ​ຮ້າຍ.
ຢູ່​ໃນ​ພິທີ່​ດັ່ງກ່າວ ຕຳຫລວດ ​ໄດ້​ປະກາດ​ວ່າ ອີກ 65 ຄົນ​ໄດ້​ຖືກ​ຈັບໃນ​ຂໍ້​ຫາ ຄ້າຍຄື​ກັນ.

ຮອງຫົວໜ້າ​ພັກ​ຄອມ​ມິ​ວນິສ ​ເມືອງ Yili ທ່ານ Li Minghui ກ່າວ​ວ່າ ການ​ໂຮມຊຸມນຸມ
ເດີນ​ຂະ​ບວນນີ້ ແມ່ນສະ​ແດງ​ໃຫ້​ເຫັນເຖິງ “ການຕັດສິນໃຈ​ຢ່າງ​ເດັດດ່ຽວ” ​ເພື່ອ​ທັບ​
ມ້າງ​ອັນ​ທີ່ ຈີນຮ້ອງ​ວ່າ ສາມ​ຜີ​ສາດ ນັ້ນກໍຄື ການ​ກໍ່​ຮ້າຍ ​ ແບ່ງ​ແຍ​ກດິນ​ແດນ ​ແລະ​ຫົວ​
ຮຸນ​ແຮງ​ຈັດ.


XS
SM
MD
LG