ງານບຸນວັດທະນະທຳປະຈຳປີ ຢູ່ໃນຂົງເຂດ Oromiya ຂອງປະເທດອີທິໂອເປຍ ຊຶ່ງມີ ຜູ້ຄົນຫຼາຍແສນຄົນ ໄດ້ໄປຮ່ວມງານໃນແຕ່ລະປີ ໄດ້ກາຍເປັນເຫດການ ທີ່ຮ້າຍແຮງ ເຖິງຕາຍ ໃນວັນອາທິດວານນີ້ ເວລາເຈົ້າໜ້າທີ່ຕຳຫຼວດ ໄດ້ຍິງລູກແກັສນ້ຳຕາ ແລະ ຍິງປືນເຕືອນ ເພື່ອໃຫ້ພວກປະທ້ວງ ຕໍ່ຕ້ານລັດຖະບານ ກະຈາຍອອກໄປ.
ລູກແກັສນ້ຳຕາ ໄດ້ເປັນສາເຫດເຮັດໃຫ້ຄົນຕື່ນຕົກໃຈ ແລະ ໄດ້ກໍ່ໃຫ້ເກີດການຢຽບກັນ ຕາຍຂຶ້ນ ຢູ່ໃນເມືອງ Bishoftu ອັນເປັນເມືອງທີ່ຕັ້ງຢູ່ຫ່າງຈາກນະຄອນຫຼວງ Addis Ababa ປະມານ 40 ກິໂລແມັດ ແລະ ບັນດາເຈົ້າໜ້າທີ່ຂອງທ້ອງຖິ່ນ ໄດ້ລາຍງານ ວ່າ 52 ຄົນ ໄດ້ເສຍຊີວິດ. ແຕ່ບັນດາຜູ້ເຫັນເຫດການ ບອກວີໂອເອ ວ່າ ຢ່າງໜ້ອຍ 100 ຄົນໄດ້ເສຍຊີວິດ.
ພວກເຫັນເຫດການ ກ່າວວ່າ ພວກຄົນທີ່ຢູ່ງານບຸນ ທີ່ຮູ້ຈັກກັນວ່າIrreecha ນັ້ນ ໄດ້ ເກີດຄວາມໂມໂຫ ໃນລະຫວ່າງ ການກ່າວຄຳປາໄສ ຂອງ Oromo ຜູ້ນຳພື້ນເມືອງ ທີ່ຮູ້ຈັກກັນວ່າ Abba Gadaa ແລະ ໄດ້ຄັດຄ້ານບໍ່ພໍໃຈກັບທຸງທີ່ຢູ່ໃກ້ກັບເວທີ ທີ່ເປັນ ສັນຍາລັກຂອງລັດຖະບານ ອີທິໂອເປຍນັ້ນ. ກຸ່ມພວກຊາວໜຸ່ມ ກຸ່ມໜຶ່ງ ໄດ້ຟ້າວແລ່ນ ຂຶ້ນເວທີ ແລະ ໄດ້ພະຍາຍາມປົດທຸງດັ່ງກ່າວລົງ ແລະ ກຳລັງຮັກສາຄວາມປອດໄພ ໄດ້ຕອບໂຕ້ໂດຍການທຸບຕີພວກປະທ້ວງ. ພວກທະຫານ ໄດ້ຍິງລູກແກັສນ້ຳຕາເຂົ້າໃສ່ ແລະ ໄດ້ເຮັດໃຫ້ພວກຄົນຕື່ນຕົກໃຈ ແລ້ວແລ່ນໄປຫາບ່ອນປອດໄພ.
ຜູ້ເຫັນເຫດການຄົນໜຶ່ງ ໄດ້ບອກວີໂອເອ ວ່າ “ຂ້ອຍໄດ້ສະເຫຼີມສະຫຼອງບຸນ Irreecha ປະມານ 10 ປີມາແລ້ວ ແຕ່ງານບຸນປີນີ້ ແມ່ນເຕັມໄປດ້ວຍຄວາມເຄັ່ງຕຶງ. ມີຕຳຫຼວດ ຫຼວງຫຼາຍ ທີ່ມາປະຈຳການຢູ່ອ້ອມຮອບເມືອງ. ພວກຄົນໄດ້ຮ້ອງໂຮ ວ່າ ‘ພວກເຮົາ ບໍ່ຕ້ອງການມັນ’ ດ້ວຍການປະຕິເສດຮັບເອົາລັດຖະບານປົກຄອງໃນປັດຈຸບັນ ແລະ ໄດ້ກ່າວວ່າ ພວກເຂົາເຈົ້າຕ້ອງການລັດຖະບານຂອງພວກເຂົາເຈົ້າເອງ ແລະ ໄດ້ຕໍ່ ຕ້ານລັດຖະບານ ມາ.” ພະຍານຄົນນີ້ ຜູ້ທີ່ບໍ່ປະສົງອອກຊື່ ຍັງໄດ້ກ່າວວ່າ ພວກເຮືອບິນ ເຮລິຄອບເຕີ້ ໄດ້ບິນເວີ່ນຢູ່ເທີງ ແມ່ນ້ຳ Bisoftu ໃນລະຫວ່າງງານບຸນ ທີ່ໄດ້ເພີ້ມຄວາມ ເຄັ່ງຕຶງຕື່ມຂຶ້ນອີກ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ