ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

50 ຄົນ ເສຍຊີວິດ ແລະ ຫຼາຍຮ້ອຍຄົນ ຫາຍສາບສູນ ຍ້ອນ ນຳ້ຖ້ວມ ຢູ່ ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ
ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວວ່າ ນຳ້ຖ້ວມ​ຢູ່ພາກ​ເໜືອ​ຂອງ
ອັ​ຟກາ​ນິສຖານ ​ໄດ້​ເຮັດ​ໃຫ້​ ມີຄົນ​ເສຍ​ຊີວິດ​ ຫລາຍ​ກວ່າ 50
ຄົນ​ແລະ​ເຮັດ​ໃຫ້ອີກ​ຫລາຍ​ຮ້ອຍຄົນ​ຫາຍ​ສາບ​ສູນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ເຂດ​ເມືອງ Guzirga i-Nur ​ໃນແຂວງ
Banghlan ກ່າວ​ວ່າຈຳນວນ​ຜູ້​ເສຍ​ຊີວິດ​ມີທ່າທາງວ່າຈະ​ເພີ້​ມ
ຂື້ນຕື່ມ.

ຫົວໜ້າ​ຕຳຫລວດກ່າວ​ວ່າ ມີພວກ​ຜູ້​ຍິ​ງ​ແລະເດັກນ້ອຍ ຮວມ​
ຢູ່​ໃນ​ບັນດາ​ຜູ້​ເຄາະ​ຮ້າຍ.

ນຳ້ຖ້ວມ​ຮ້າຍແຮງທີ່ເກີດ​ຈາກ​ຝົນຕົກ​ໜັກ​ ໃນ​ພາກ​ເໜືອ​ຂອງ ອັຟກາ​ນິສຖານ ແມ່ນມັກ
ເກີດຂຶ້ນຢູ່ເລື້ອຍໆ ​ໃນ​ລະດູບານ​ໃໝ່ ​ແລະ​ບັນດາ​ໝູ່​ບ້ານ​ທີ່ຍັງດຳລົງຊີວິດຢູ່ ແບບ​ເກົ່າ​ແກ່ດັ່ງເດີມບໍ່​ສາມາດ​ທີ່​ຈະ​ຕ້ານທານ​ຕໍ່​ຄວາມແຮງ​ຂອງໄພ​ນຳ້ຖ້ວມ​ໄດ້.
XS
SM
MD
LG