ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນປະມານ 50 ຄົນ ທີ່ຕິດໂຄວິດ-19 ມີ 1 ຄົນ ເສຍຊີວິດ ຢູ່ໃນປະຊາຄົມລາວ- ອາເມຣິກັນ ໃນລັດຈໍເຈຍ


ທ.ນ. ແອນ ຣິດມີໄຊ ເປັນຜູ້ນຶ່ງ ໃນຄົນປ່ວຍ 50 ຄົນທີ່ຕິດພະຍາດໂຄວິດ-19 ໃນລັດຈໍເຈຍ ໃສ່ໜ້າກາກປິດປາກໄວ້ ໃນເວລາອອກເຮືອນໄປທັງກ່ອນເປັນພະຍາດ ແລະຫລັງການຫາຍຈາກພະຍາດນັ້ນໄປແລ້ວ.
ທ.ນ. ແອນ ຣິດມີໄຊ ເປັນຜູ້ນຶ່ງ ໃນຄົນປ່ວຍ 50 ຄົນທີ່ຕິດພະຍາດໂຄວິດ-19 ໃນລັດຈໍເຈຍ ໃສ່ໜ້າກາກປິດປາກໄວ້ ໃນເວລາອອກເຮືອນໄປທັງກ່ອນເປັນພະຍາດ ແລະຫລັງການຫາຍຈາກພະຍາດນັ້ນໄປແລ້ວ.

ຂະນະທີ່ມີການເພີ່ມຂຶ້ນຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່ ຢູ່ໃນຫລາຍໆ ລັດພາຍ ຫລັງການສະຫລອງວັນແຫ່ງນັກລົບເສຍຊີວິດໃນສົງຄາມກໍຄືໃນໄລຍະ 3 ອາທິດກວ່າຜ່ານມານີ້ ຊາວລາວ-ອາເມຣິກັນປະມານ 50 ຄົນ ໃນນະຄອນແອັດແລນຕາ, ລັດຈໍເຈຍ ໄດ້ຕິດພະຍາດໂຄວິດ-19 ແລະໃນນັ້ນມີຊາຍ ໜຸ່ມອາຍຸ 37 ປີ ຄົນນຶ່ງເສຍຊີວິດໄປ ຍ້ອນພະຍາດນີ້ໃນວັນສຸກຜ່ານມາ, ອີງ ຕາມທ່ານນາງ ແອນ ຣິດມີໄຊ ຊຶ່ງນອນຢູ່ໃນຈໍານວນຄົນທີ່ຕິດພະຍາດດັ່ງກ່າວ ນີ້ ຊຶ່ງທ່ານນາງເປີດເຜີຍສູ່ວີໂອເອຟັງວ່າ:

ທ່ານນາງບອກວ່າຕົນ ແລະສາມີກັບໝູ່ເພື່ອນ ປະມານເຄິ່ງນຶ່ງ ຂອງຄົນທັງໝົດ ທີ່ໄປຫາເຮືອນໝູ່ ທີ່ທ່ານນາງເຄີຍຕິດຕໍ່ກັນຮູ້ກັນດີແລ້ວນັ້ນ ຊຶ່ງມີຢູ່ປະມານ 10 ຄົນໃນໄລຍະວັນນັກລົບເສຍຊີວິດໃນສົງຄາມນັ້ນແມ່ນພາກັນຕິດພະຍາດນີ້. ທັງ ນີ້ກໍຍ້ອນ ມີຄູ່ສາມີພັນລະຍາ ທີ່ຕິດພະຍາດນີ້ຢູ່ແລ້ວ ມາຈາກບ່ອນອື່ນ ມາເອົາ ໜ້າກາກປິດປາກແລ້ວ ແທນທີ່ຈະພາກັນອອກໜີໄປຜັດໄປຮ່ວມສັງສັນຮ້ອງເພັງ ກັບສາມີ ແລະໝູ່ເພື່ອນຂອງທ່ານນາງ ຊຶ່ງຜູ້ກ່ຽວເລົ່າສູ່ຟັງດັ່ງນີ້:

ທ່ານນາງເລົ່າສູ່ຟັງອີກວ່າ ຄອບຄົວໃດທີ່ມີສາມີພັນລະຍາຄູ່ນີ້ໄປຮ່ວມສັງສັນນໍາ ຢູ່ໃນເມືອງນັ້ນ ກໍລ້ວນແຕ່ຕິດພະຍາດນີ້ໝົດ ໃນໄລຍະໃກ້ຄຽງກັນນັ້ນ. ສໍາລັບ ອາການຂອງທ່ານນາງແລະສາມີນັ້ນ ທີ່ຈິງແລ້ວກໍແມ່ນ ມີອາການເປັນໄຂ້ຫວັດ ທີ່ໜັກ ຊຶ່ງລວມມີ ອາການທີ່ຮູ້ສຶກເຢັນເຍືອກໆ ຂຶ້ນມາເປັນບາດ ແລະຮູ້ສຶກວ່າ ດົມ ອັນໃດເຊັ່ນກະປິ ແລະປາແດກກໍບໍ່ມີກິ່ນ. ຫລັງຈາກໄປກວດ ຮູ້ວ່າຕົນເອງ ເປັນ ພະຍາດນີ້ແລ້ວ ກໍມີແຕ່ຮັກສາສຸຂະພາບເອົາເອງ ໂດຍການກິນຢາແກ້ປວດ ແລະດື່ມນໍ້າຫລາຍໆ ເພື່ອບໍ່ໃຫ້ເຈັບຫົວໜັກ ແລະກໍເຮັດວຽກຢູ່ເຮືອນຕາມປົກ ກະຕິເປັນເວລາ ໄດ້ 2 ອາທິດກວ່າ ຈຶ່ງຮູ້ສຶກວ່າຫາຍດີ.

ທ.ນ. ແອນ ຣິດມີໄຊ ເປັນຜູ້ນຶ່ງ ໃນຄົນປ່ວຍ 50 ຄົນຍ້ອນພະຍາດໂຄວິດ-19 ລະບາດໃນລັດຈໍເຈຍ
ທ.ນ. ແອນ ຣິດມີໄຊ ເປັນຜູ້ນຶ່ງ ໃນຄົນປ່ວຍ 50 ຄົນຍ້ອນພະຍາດໂຄວິດ-19 ລະບາດໃນລັດຈໍເຈຍ

ພ້ອມກັນນັ້ນ ທ່ານແຫວນ ຊະນະນິກອນ, ຮອງປະທານຂອງອົງການບໍລິການປະຊາຄົມເອເຊຍເຊື້ອສາຍລາວໃນລັດຈໍເຈຍ ກ່າວຕໍ່ວີໂອເອຜ່ານທາງ ໂທ ລະສັບວ່າ ຍັງມີຄົນລາວຫລາຍຄົນຢູ່ໃນລັດອື່ນໆ ເຊັ່ນຄາໂຣໄລນາເໜືອຕິດ ພະຍາດນີ້ ຍ້ອນການປະໝາດ ໂດຍພາກັນໄປສັງສັນນໍາກັນ ຊຶ່ງມີບາງຄົນເປັນ ພະຍາດນີ້ ຢູ່ກໍບໍ່ຮູ້ຈັກ ຫລືຮູ້ຈັກຢູ່ ແຕ່ບໍ່ບອກໃຫ້ຄົນອື່ນຮູ້ ຍ້ອນຢ້ານໝູ່ຄິດວ່າ ຕົນເປັນຄົນທີ່ບໍ່ດີ ຊຶ່ງທ່ານບອກວ່າເປັນຄວາມຄິດທີ່ຜິດພາດທີ່ສຸດ.

ອີງຕາມສະຖິຕິຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌, ສະຫະລັດມີກໍລະ ນີຄົນຕິດ ແລະເສຍຊິວິດຍ້ອນພະຍາດໂຄວິດ-19 ຫລາຍກວ່າໝູ່ທີ່ສຸດໃນໂລກ ຄື ມີເກືອບຮອດ 2 ລ້ານ 280 ຄົນ ແລະເສຍຊີວິດໄປປະມານ 1 ແສນ 20 ພັນຄົນແລ້ວໃນເວລານີ້. ດຣ. ທອມ ອິງໂກສບີ, ຜູ້ອຳນວຍການຂອງສູນກາງເພື່ອຄວາມປອດໄພດ້ານສຸຂະພາບຢູ່ໂຮງຮຽນແພດສາດຂອງມະຫາວິທະຍາໄລ ນີ້ ກໍກ່າວໃນໂທລະພາບ Fox News Sunday ວ່າການເຈັບປ່ວຍຍ້ອນພະຍາດນີ້ທີ່ຮ້າຍແຮງກຳລັງເກີດຂຶ້ນຢູ່ໃນຫຼາຍລັດ, ໂດຍສະເພາະລັດ ອາຣິໂຊນາ, ເທັກຊັສ, ຄາໂຣໄລນາເໜືອ ແລະໃຕ້, ແລະ ຟລໍຣິດາ ໃນເວລານີ້.

ລິງໂດຍກົງ

XS
SM
MD
LG