ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທັກ​ໂນ​ໂລ​ຈີ 5G ເຮັດ​ໃຫ້ ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຕື່ນ​ເຕັ້ນ ແລະ ເປັນ​ຫ່ວງ


​ປະ​ຊາ​ຊົນ​ຍ່າງ​ຜ່ານ ວິ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ການ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່ 5G ຢູ່​ຕູ້​ວາງ​ສະ​ແດງຂອງ​ບໍ​ລິ​ສັດ Qualcomm ໃນ​ງານ​ວາງ​ສະ​ແດງ CES 2019. ນະ​ຄອນ ລາ​ສ ເວ​ກັ​ສ, ລັດ ເນ​ວາ​ດາ. 8 ພຶດ​ສະ​ພາ, 2019.
​ປະ​ຊາ​ຊົນ​ຍ່າງ​ຜ່ານ ວິ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ການ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່ 5G ຢູ່​ຕູ້​ວາງ​ສະ​ແດງຂອງ​ບໍ​ລິ​ສັດ Qualcomm ໃນ​ງານ​ວາງ​ສະ​ແດງ CES 2019. ນະ​ຄອນ ລາ​ສ ເວ​ກັ​ສ, ລັດ ເນ​ວາ​ດາ. 8 ພຶດ​ສະ​ພາ, 2019.

ຖ້າ​ທ່ານສັບ​ສົນ ກ່ຽວ​ກັບ ການ​ເຊື່ອມ​ຕໍ່​ອິນ​ເຕີ​ແນັດ​ໄຮ້​ສາຍ 5G, ທ່ານ​ກໍ່​ບໍ່​ແມ່ນ​ຄົນ​ດຽວ​
ເທົ່ານັ້ນທີ່ສັບສົນ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ທີ່​ມີ​ອຳ​ນາດ ຜູ້​ທີ່​ຊ່ວຍ​ເຫຼືອ​ໃນ​ການ​ກຳ​ນົດ​ໂຄງ​ຮ່າງ​
ກົດໝາຍສຳລັບ ຄວາມກ້າວໜ້າທາງເທັກໂນໂລຈີຂອງ ອາເມຣິກາ ໃນວັນອັງຄານວານ
ນີ້ ໄດ້ຍອມຮັບການຂາດຄວາມຮູ້ ແລະ ຄວາມສັບສົນ ກ່ຽວກັບ ລະບົບເຄືອຂ່າຍອີເລັກ
ໂທຣນິກທີ່ມີການຄາດຫວັງຢ່າງສູງ ທີ່ຖືກນຳໃຊ້ໃນຫຼາຍພາກສ່ວນຂອງໂລກແລ້ວ.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ລະ​ດັບ​ສູງ ​ໃນ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ ທ່ານ
ນາງ ໄດແອນ ໄຟນ໌ສໄຕນ໌ ຈາກລັດຄາລິຟໍເນຍ ໄດ້ກ່າວວ່າ “ແທ້ຈິງແລ້ວ ຂ້າພະເຈົ້າຮູ້
ເລື່ອງອິນເຕີແນັດ 5G ພຽງໜ້ອຍດຽວ.”

ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ, ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ ຣີ​ພັບບ​ລີ​ກັນ
ຈາກລັດຄາໂຣໄລນາໃຕ້, ທ່ານ ລິນຊີ ແກຣມ, ໄດ້ກ່າວໃນການໃຫ້ປາກຄຳ ບ່ອນທີ່ບັນ
ດາເຈົ້າໜ້າທີ່ຮັກສາຄວາມປອດໄພທາງອິນເຕີແນັດລະດັບສູງຂອງ ອາເມຣິກາ ໄດ້ໃຫ້
ປາກຄຳ ກ່ຽວກັບ ຄວາມຫວັງຂອງອິນເຕີແນັດ 5G ແລະ ອັນຕະລາຍທີ່ຈະປາກົດຂຶ້ນ
ນັ້ນວ່າ “ມື້ນີ້, ພວກເຮົາຈະເວົ້າ ກ່ຽວກັບ ສິ່ງທີ່ຂ້າພະເຈົ້າບໍ່ແມ່ນຜູ້ຊ່ຽວຊານ ກ່ຽວກັບ
ມັນ.”

ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ເບັນ ແຊ​ສ​ຊີ ຈາກ​ລັດ ເນບ​ຣາ​ສ​ກາ
ໄດ້ກ່າວວ່າ “ມັນຈະຍາກຫຼາຍທີ່ຄົນຈະເຂົ້າໃຈ ກ່ຽວກັບ ສິ່ງທີ່ພວກເຮົາກຳລັງເວົ້າຢູ່ດຽວ
ນີ້. ກ່ອນອື່ນໝົດ, ມັນແມ່ນຫຍັງ?”

ບັນ​ດາ​ສັກ​ຂີ​ພິ​ຍານ​ໄດ້​ກ່າວ​ວ່າ ເທັກ​ໂນ​ໂລ​ຈີ​ໄຮ້​ສາຍ​ລຸ້ນ​ທີຫ້າ ຫຼື 5G ນັ້ນ, ຈະ​ນຳ​ເອົາ
ຄວາມສາມາດໃນການສົ່ງຂໍ້ມູນ ແລະ ກະຕຸ້ນການເຊື່ອມຕໍ່ວັດຖຸດິຈິຕອລຍຸກໃໝ່ ທີ່ຈະ
ເຮັດໃຫ້ຊີວິດປະຈຳວັນ ຂອງປະຊາຊົນຫຼາຍຄົນ ມີການປ່ຽນແປງຢ່າງສິ້ນເຊີງ, ພ້ອມ
ກັບຜົນຜະລິດດ້ານເສດຖະກິດຂອງ ອາເມຣິກາ.

​ຜູ້​ຊ່ວຍຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດ້ານ​ຄອມ​ພິວ​ເຕີ ແລະ ການ​ສື່​ສານ​ສາ​ກົນ
ທ່ານ ໂຣເບີດ ສເຕຣເຢີ ໄດ້ກ່າວວ່າ “5G ແມ່ນຈະເປັນເລື່ອງ ກ່ຽວກັບ ການສື່ສານຈາກ
ອຸປະກອນນຶ່ງ ຫາອຸປະກອນນຶ່ງ, ເປັນອິນເຕີແນັດຂອງສິ່ງຕ່າງໆ.”

ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ ແລະ ການ​ຮັກ​ສາ
ຄວາມປອດໄພດ້ານພື້ນຖານໂຄງລ່າງ ຢູ່ກະຊວງຮັກສາຄວາມປອດໄພພາຍໃນ, ທ່ານ
ຄຣິສໂຕເຟີ ເຄຣັບສ໌ ໄດ້ກ່າວວ່າ “ຄວາມກ້າວໜ້າຕ່າງໆໃນລະບົບ 5G ຈະສະໜັບສະ
ໜູນຄວາມຖີ່ຂອງຄື້ນວິທະຍຸຍິ່ງຂຶ້ນ, ຄວາມສາມາດສຳລັບເຄື່ອງເຊັນເຊີ ແລະ ອຸປະ
ກອນສະຫຼາດຫຼາຍພັນລ້ານໜ່ວຍ, ແລະ ຄວາມຊ້າຂອງການສົ່ງຂໍ້ມູນມີລະດັບທີ່ຕ່ຳ
ສຸດໆ ສຳລັບການສື່ສານສຳຄັນທີ່ມີຄວາມໄວ້ວາງໃຈສູງ.” ທ່ານກ່າວຕື່ມວ່າ "ລົດທີ່ແລ່ນ
ດ້ວຍຕົນເອງ ການຜະລິດທີ່ສຳຄັນ ພວກທ່ານໝໍກຳລັງຜ່າຕັດຢູ່ເຂດສອກຫຼີກຫ່າງໄກ
ແລະລະບົບສາຍສົ່ງໄຟຟ້າທີ່ສະຫຼາດ ແມ່ນເປັນພຽງສ່ວນນ້ອຍໆຂອງເທັກໂນໂລຈີ
ແລະ ກິດຈະການ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ລະ​ບົບ 5G ໃຫ້​ການ​ສະ​ໜັບ​ສະ​ໜຸນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG